ວັນທີ 18 ມີນາ 2022, ກົມສືບສວນສູນກາງ ແລະ ອົງການອາຫານແລະຢາ ຂອງປະເທດໄທ ຮ່ວມກັນປະກາດຜົນການຈັດຕັ້ງປະຕິບັດການປາບປາມແຫຼ່ງຈຳໜ່າຍເຄື່ອງສໍາອາງປອມຈາກຍີ່ຫໍ້ດັງຫຼາຍຍີ່ຫໍ້ ພ້ອມພົບຂອງກາງຈຳນວນຫຼາຍ ເຊິ່ງສ່ວນໃຫຍ່ຈະເປັນການໂພສຂາຍທາງອອນໄລນ໌. ເຈົ້າໜ້າທີ່ຕຳຫຼວດຍຶດສິນຄ້າທີ່ຕ້ອງສົງໄສວ່າຈະເປັນຂອງປອມຈາກ 18 ຍີ່ຫໍ້ດັງ ມູນຄ່າ 70 ລ້ານກວ່າບາດ ຫຼື ປະມານ 24,000 ລ້ານກີບ.

ສືບເນື່ອງຈາກເຈົ້າໜ້າທີ່ຕຳຫຼວດ, ກອງບັນຊາການ ທີ 4, ກອງບັນຊາການປ້ອງກັນຄວາມສະຫງົບຜູ້ບໍລິໂພກ ໄດ້ຮັບການຮ້ອງຮຽນຈາກອົງການອາຫານແລະຢາ ແລະ ຈາກຜູ້ບໍລິໂພກຈໍານວນຫຼາຍທີ່ໄດ້ຊື້ເຄື່ອງສໍາອາງຍີ່ຫໍ້ດັງ ເມື່ອນໍາໃຊ້ໄດ້ໄລຍະໜຶ່ງ ພົບວ່າມັນເປັນຜະລິດຕະພັນເຄື່ອງສໍາອາງປອມ ແລະ ບໍ່ມີຄຸນະພາບ ໂດຍການຊື້ຜ່ານທາງອອນໄລນ໌.

ດັ່ງນັ້ນ ເຈົ້າໜ້າທີ່ຈຶ່ງໄດ້ສືບສວນໄປຈົນເຖິງແຫຼ່ງຜະລິດສິນທີ່ຄ້າຜິດກົດໝາຍ ພົບວ່າເປັນເຮືອນທີ່ຊາວຫວຽດນາມເຊົ່າເຮັດເປັນສາງເກັບສິນຄ້າ ເຄື່ອງສຳອາງປອມ ແລະ ບໍ່ມີຄຸນະພາບ ເປັນຈຳນວນຫຼວງຫຼາຍ.

ສຸດທ້າຍນີ້ ການທີ່ເຮົາຈະຊື້ສິນຄ້າແບຣນເນມຕ່າງໆທີ່ມີລາຄາແພງ ເຮົາຄວນຈະກວດສອບແຫຼ່ງທີ່ມາໃຫ້ລະອຽດ ຖ້າເປັນໄປໄດ້ຄວນຫາຊື້ຕາມຕົວແທນຈຳໜ່າຍທີ່ສາມາດເຊື່ອຖືໄດ້. ຄືທີ່ເຮົາຮູ້ກັນຢູ່ວ່າບ້ານເຮົາ ຕົວແທນຈຳໜ່າຍສິນຄ້າຈຳພວກນີ້ ຍັງບໍ່ຄ່ອຍມີຫຼາຍ, ສະນັ້ນການຈະຫາຊື້ສິນຄ້າເຫຼົ່ານີ້ ເຮົາຄວນສຶກສາຂໍ້ມູນໃຫ້ດີ ບໍ່ວ່າຈະເປັນຕົວສິນຄ້າ, ແຫຼ່ງທີ່ມາ ຫຼື ແມ່ນແຕ່ພໍ່ຄ້າ ແມ່ຄ້າທີ່ເອົາສິນຄ້າເຂົ້າມາຂາຍ ວ່າມີຄວາມໜ້າເຊື່ອຖືໜ້ອຍຫຼາຍປານໃດ, ບໍ່ຄວນເຫັນແກ່ເຄື່ອງຖືກ.
ແມ່ນຢູ່ວ່າເຄື່ອງຖືກແລະດີມັນມີ, ແຕ່ເຄື່ອງຖືກແລະບໍ່ດີ ບໍ່ມີຄຸນະພາບ ແຖມຍັງເປັນເຄື່ອງປອມ ເຄື່ອງຜິດກົດໝາຍອີກ ກໍມີຫຼາຍເຊັ່ນກັນ.

ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/