ຈາກປະເດັນທີ່ ເຈົ້າໜ້າທີ່ຕຳຫຼວດຂອງອິນໂດເນເຊຍ ໃຊ້ແກ໊ສນໍ້າຕາໃນການລະງັບເຫດທີ່ສະໜາມກິລາ ຈົນເຮັດໃຫ້ມີຜູ້ເສຍຊີວິດຈຳນວນຫຼາຍນັ້ນ ຍັງເປັນທີ່ສົງໃສ ແລະ ຕ້ອງກວດສອບ, ຫຼ້າສຸດ ເຈົ້າໜ້າທີ່ລະດັບສູງ 9 ຄົນທີ່ກ່ຽວຂ້ອງກັບເຫດການດັ່ງກ່າວ ຖືກລັດຖະບານສັ່ງປົດອອກຈາກຕຳແໜ່ງເປັນທີ່ຮຽບຮ້ອຍແລ້ວ.

ຈາກເຫດການອັນໜ້າເສົ້າເມື່ອວັນທີ 2 ກັນຍາ ທີ່ຜ່ານມາ ໃນສະໜາມ ກັນຈູຣູຮັນ ເມືອງມາລັງ ໃນເກມການແຂ່ງຂັນບານເຕະລີກສູງສຸດ ຂອງອິນໂດເນເຊຍ ຄູ່ລະຫວ່າງ ອາຣີນາ ເອັຟຊີ ພົບກັບເປີເຊບາຍາ ສຸຣາບາຍາ ທີ່ໄດ້ເກີດເຫດແຟນບານ ແລ່ນລົງມາໃນສະໜາມ ອາລະວາດ ຕີກັນກໍ່ຄວາມວຸ້ນວາຍ ທ່າມກາງການເຂົ້າຄວບຄຸມເຫດການຂອງເຈົ້າໜ້າທີ່ຕຳຫຼວດ ທີ່ສຸດທ້າຍເປັນເຫດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ.

ຫຼັງເຫດການດັ່ງກ່າວໄດ້ມີປະເດັນທີ່ວ່າ ການໃຊ້ແກ໊ສນໍ້າຕາໃນການເຂົ້າລະງັບເຫດການຂອງເຈົ້າໜ້າທີ່ນັ້ນ ເປັນສາເຫດສຳຄັນທີ່ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ ເຊິ່ງຫຼັງເຫດການຜ່ານມາພຽງ 2 ມື້ ລັດຖະບານຈຶ່ງໄດ້ສັ່ງປົດ ເຈົ້າໜ້າທີ່ຕຳຫຼວດລະດັບສູງ 9 ຄົນທັນທີ.

ໂດຍແກ໊ສນໍ້າຕາຖືເປັນສິ່ງທີ່ຫ້າມໃຊ້ເດັດຂາດໃນສະໜາມກິລາ ຕາມກົດຂອງສະຫະພັນບານເຕະສາກົນ FIFA ເຊິ່ງນອກຈາກກຸ່ມຕຳຫຼວດ 9 ຄົນທີ່ຖືກສັ່ງປົດທັນທີແລ້ວນັ້ນ ຍັງມີເຈົ້າໜ້າທີ່ອີກຈຳນວນ 18 ຄົນ ທີ່ຢູ່ລະຫວ່າງການຖືກສອບສວນຕາມຄຳສັ່ງຂອງ ໂຈໂກ ວິໂດໂດ ປະທານາທິບໍດີ ອິນໂດເນເຊຍ.

ໃນຂະນະທີ່ ສະຫະພັນບານເຕະ ອິນໂດເນເຊຍ ສັ່ງພັກການແຂ່ງຂັນລີກທັນທີ ໂດຍບໍ່ມີກຳນົດ ແລະ ໄດ້ສັ່ງຫ້າມແຟນບານສະໂມສອນ ອາຣີນາ ເອັຟຊີ ບໍ່ໃຫ້ເຂົ້າສະໜາມອີກໃນລະດູການນີ້.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment