ຕະຫຼາດຖົ່ວລຽນຂະຫຍາຍຕົວສູງ ຄວາມຕ້ອງການທົ່ວໂລກດີດຕົວຂຶ້ນເຖິງ 400% ເພີ່ມໂອກາດຂອງຜູ້ສົ່ງອອກຖົ່ວລຽນ


ທ່າມກາງຄວາມມືດມົວ ແລະ ຄວາມບໍ່ສົດໃສຂອງເສດຖະກິດໂລກໃນປີນີ້ ແຕ່ຕະຫຼາດການຄ້າໝາກຖົ່ວລຽນ ຈະຍັງຂະຫຍາຍໄດ້ດີ ແລະ ຂະຫຍາຍຕົວຢ່າງກ້າວກະໂດດ ຫຼັງມີຄວາມຕ້ອງການເພີ່ມສູງຂຶ້ນເຖິງ 400%​ ໂດຍຫຼັກໆມາຈາກພຶດຕິກໍາການບໍລິໂພກຂອງຄົນຈີນ.

ໂດຍທະນາຄານຮ່ອງກົງ ແລະ ຊຽງໄຮ້ ຫຼື HSBC ໄດ້ເປີດເຜີຍໂດຍລະບຸວ່າ ເຖິງແມ່ນປີນີ້ ຈະມີທ່າອ່ຽງທີ່ບໍ່ສົດໃສ ແຕ່ຕະຫຼາດການຄ້າຖົ່ວລຽນຍັງຂະຫຍາຍຕົວໄດ້ດີ ໂດຍຂະນະນີ້ຄວາມຕ້ອງການຖົ່ວລຽນໃນຕະຫຼາດທົ່ວໂລກເພີ່ມຂຶ້ນ 400%​ ແລະ ມີທ່າອ່ຽງທີ່ຈະເພີ່ມສູງຂຶ້ນອີກເລື້ອຍໆ ຈາກພຽງປັດໄຈຫຼັກ ປັດໄຈດຽວ ເທົ່ານັ້ນກໍຄືຄວາມຕ້ອງການຈາກຕະຫຼາດຈີນ ເຊິ່ງຜູ້ບໍລິໂພກເບິ່ງວ່າ ຖົ່ວລຽນບໍ່ແມ່ນພຽງໝາກໄມ້ຊະນິດໜຶ່ງ ແຕ່ຍັງເປັນຂອງຂວັນທີ່ບົ່ງບອກເຖິງຖານະອັນຮັ່ງມີຂອງຜູ້ໃຫ້.

ໂດຍປະເທດຈີນເລີ່ມມີຄວາມຕ້ອງການໃນຖົ່ວລຽນເພີ່ມຂຶ້ນຢ່າງຊັດເຈນນັ້ນມາຕັ້ງແຕ່ປີ 2017 ແລະ ເລີ່ມມີທ່າອ່ຽງເພີ່ມສູງຂຶ້ນໃນປາຍປີ 2022 ຂະນະທີ່ຕະຫຼອດ 2 ປີ ທີ່ຜ່ານມານີ້ ຈີນໄດ້ນຳເຂົ້າຖົ່ວລຽນເປັນມູນຄ່າເຖິງ 6 ພັນລ້ານໂດລາ ເຊິ່ງຄິດເປັນ 91% ຂອງຕະຫຼາດຖົ່ວລຽນໂລກ.

ເຊິ່ງຄວາມຕ້ອງການຖົ່ວລຽນຂອງຕະຫຼາດຈີນທີ່ເພີ່ມຂຶ້ນນີ້ ຈະເປັນໂອກາດໃຫ້ບັນດາປະເທດໃນເຂດຮ້ອນຕ່າງໆ ໄດ້ມີໂອກາດສົ່ງອອກຖົ່ວລຽນໄດ້ຫຼາຍຂຶ້ນ ເຖິງແມ່ນວ່າໃນປັດຈຸບັນ ແຊ້ມຂອງການສົ່ງອອກຖົ່ວລຽນໄປຈີນ ຈະຍັງເປັນປະເທດໄທກໍຕາມ ແຕ່ລາຍງານຂອງ HSBC ກໍວິເຄາະວ່າຄວາມຕ້ອງການທີ່ເພີ່ມສູງຂຶ້ນນີ້ ຈະເປັນໂອກາດໃຫ້ປະເທດອື່ນໆ ໃນອາຊີຕາເວັນອອກສຽງໃຕ້ໄດ້ນຳ ບໍ່ແມ່ນພຽງແຕ່ປະເທດໄທ ປະເທດດຽວ.

ທີ່ມາ:

https://www.cnbc.com

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/