ປັດຈຸບັນນີ້ ໃນວົງການເທັນນິສ ຄືຈະບໍ່ມີໃຜບໍ່ຮູ້ຈັກ ຄາຣອສ ອັນຄາຣັສ (Carlos Alcaraz) ນັກເທັນນິສໜຸ່ມອາຍຸພຽງ 19 ປີ ຊາວສະເປນ ທີ່ໂຊຟອມໂຫດ ເອົາຊະນະທັງ ໂຈໂຄວິສ ນັກເທັນນິສ ມືໜຶ່ງຂອງໂລກ ແລະ ຣາຟາເອວ ນາດາວ ກ່ອນຈະຄວ້າແຊັ້ມລາຍການໃຫຍ່ ມາດຣິດ ໂອເພັນ ເມື່ອວັນທີ 8 ພຶດສະພາທີ່ຜ່ານມາ.
ອັນຄາຣັສ ລົງແຂ່ງ ມາດຣິດ ໂອເພັນ ໂດຍສ້າງຜົນງານອັນສຸດຍອດ ສາມາດເອົາຊະນະ ຣາຟາເອວ ນາດາວ ຕຳນານຊຸບເປີ້ສະຕາຮຸ່ນອ້າຍຊາວສະເປໄປໄດ້ໃນຮອບ 8 ຄົນສຸດທ້າຍ. ຕໍ່ດ້ວຍການເອົາຊະນະ ໂນວັກ ໂຈໂຄວິສ ນັກເທັນນິສມືໜຶ່ງຂອງໂລກ ໃນຮອບຮອງຊະນະເລີດ.

ຈົນໃນຮອບຊິງຊະນະເລີດ ອັນຄາຣັສ ໄດ້ພົບກັບ ອາເລັກຊັນເດີ ຊາເວເລຟ (Alexander Zverev) ນັກເທັນນິສ ມື 3 ຂອງໂລກ ຈາກເຢຍລະມັນ ເຊິ່ງໃນທີ່ສຸດ ອັນຄາຣັສ ກໍເຮັດໄດ້ດີອີກເທື່ອໜຶ່ງໂດຍສາມາດເອົາຊະນະ ໄປໄດ້ 2 ຕໍ່ 0 ເຊັດ. ສະກໍ 6-3 ແລະ 6-1. ສົ່ງຜົນໃຫ້ລາວຄວ້າແຊັ້ມ ຄັ້ງນີ້ໄດ້ສຳເລັດ.

ສຳລັບ ອັນຄາຣັສ ຕອນນີ້ແມ່ນຜົນງານກຳລັງຮ້ອນແຮງສຸດໆ ປີນີ້ລາວຊະນະມາແລ້ວ 28 ເກມ ຄວ້າແຊັ້ມ ATP Tour ໄປແລ້ວ 4 ລາຍການ ແລະ ຈາກຄວາມສຳເລັດຄັ້ງຫຼ້າສຸດນີ້ ກຳລັງຈະສົ່ງໃຫ້ເດັກໜຸ່ມຈາກສະເປນຄົນນີ້ ຂຶ້ມາເປັນມືວາງອັນດັບທີ 6 ຂອງໂລກ ຈາກກ່ອນໜ້ານີ້ລາວຢູ່ອັນດັບ ທີ 9 ຂອງໂລກ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/