ຍີ່ປຸ່ນອະນຸມັດນະໂຍບາຍການຊ່ວຍເຫຼືອ ແລະ ພັດທະນາເພື່ອຜົນປະໂຫຍດແຫ່ງຊາດຂອງຕົນເອງ ແລະ ຕ່າງປະເທດ ຫຼື ບັນດາປະເທດພັນທະມິດ ເພື່ອຄວາມໝັ້ນຄົງທາງທະເລ ແລະ ເສດຖະກິດ ທ່າມກາງຄວາມທ້າທາຍທີ່ເພີ່ມຂຶ້ນ ແລະ ອິດທິພົນຂອງຈີນທີ່ກຳລັງແຜ່ຂະຫຍາຍໄປທົ່ວໂລກ.

ການແກ້ໄຂປັບປຸງນະໂຍບາຍຄັ້ງນີ້ຂອງຄະນະລັດຖະມົນຕີພາຍໃຕ້ການນຳຂອງ ຟູມິໂອະ ຄິຊິດະ (Fumio Kishida) ເກີດຂຶ້ນກ່ອນກໍານົດ 2 ປີ ຈາກການແກ້ໄຂຄັ້ງຫຼ້າສຸດເມື່ອປີ 2015 ທີ່ປົກກະຕິແລ້ວຈະແກ້ໄຂກັນໃນທຸກໆ 10 ປີ. ສະທ້ອນເຖິງຄວາມກັງວົນທາງຄວາມໝັ້ນຄົງຂອງອິດທິພົນຈີນທີ່ແຜ່ຂະຫຍາຍອອກ ແລະ ສິ່ງທ້າທາຍທົ່ວໂລກ ເຊັ່ນຄວາມຂັດແຍ້ງລະຫວ່າງ ຣັດເຊຍ ແລະ ຢູເຄຣນ ທີ່ນັບມື້ນັບທະວີຄວາມຮຸນແຮງຂຶ້ນທຸກມື້.
ໃນເດືອນທັນວາ ຍີ່ປຸ່ນໄດ້ມີການປັບໃຊ້ຍຸດທະສາດຄວາມໝັ້ນຄົງແຫ່ງຊາດສະບັບໃໝ່ ໂດຍການຕັ້ງເປົ້າເພີ່ມງົບປະມານທາງການທະຫານ ແລະ ປ້ອງກັນປະເທດໃຫ້ຫຼາຍກວ່າ 3 ແສນລ້ານໂດລາ ໃນໄລຍະ 5 ປີທາງໜ້າເພື່ອການທະຫານ.
ພາຍໃຕ້ຍຸດທະສາດຄວາມໝັ້ນຄົງສະບັບໃໝ່ຂອງຍີ່ປຸ່ນນີ້ ກະຊວງການຕ່າງປະເທດໄດ້ເປີດໃຊ້ໂປຣແກຣມ ຊ່ວຍເຫຼືອດ້ານຄວາມປອດໄພຢ່າງເປັນທາງການ (Official Security Assistance ຫຼືວ່າ OSA) ສໍາລັບການທະຫານຂອງບັນດາປະເທດທີ່ກໍາລັງພັດທະນາ ທີ່ຢູ່ໃນພາກພື້ນອິນໂດປາຊີຟິກ ແລະ ມີທ່າອ່ຽວທີ່ຈະສະໜອງອຸປະກອນທີ່ຜະລິດໂດຍຍີ່ປຸ່ນ, ທີ່ບໍ່ອັນຕະລາຍເຖິງຊີວິດເຊັ່ນ: ລະບົບເຣດ້າ, ເສົາອາກາດ, ເຮືອລາດຕະເວນຂະໜາດນ້ອຍ ຫຼື ການປັບປຸງພື້ນຖານໂຄງລ່າງທາງທະເລເຊັ່ນ ທ່າເຮືອ.

ໂດຍສຳນັກຂ່າວ AP ລາຍງານວ່າ ເຈົ້າໜ້າທີ່ຂອງກະຊວງການຕ່າງປະເທດຍີ່ປຸ່ນລະບຸວ່າ ພາຍໃຕ້ນະໂຍບາຍການຊ່ວຍເຫຼືອພັດທະນານີ້ ມັນແຕກຕ່າງຈາກການຮ່ວມທາງການທະຫານທົ່ວໆໄປ ເພາະນະໂຍບາຍນີ້ແມ່ນເພື່ອຮັບປະກັນສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງແຕ່ລະປະເທດ ໂດຍແນໃຊ້ຫຼັກການສິດທິມະນຸດເປັນຫຼັກ.
ພາຍໃຕ້ນະໂຍບາຍສະບັບປັບປຸງນີ້ ຈະແນໄປໃສ່ເລື່ອງການປ່ຽນແປງທາງດິນຟ້າອາການ, ວິກິດການສະບຽງອາຫານ ແລະ ພະລັງງານທີ່ເກີດຈາກການຄວາມຂັດແຍ້ງຂອງຣັດເຊຍ ແລະ ຢູເຄຣນ ພ້ອມທັງເພີ່ມທະວີຄວາມໝັ້ນຄົງທາງທະເລ, ຄວາມຫົດຢືດຂອງຕ່ອງໂສ້ການສະໜອງ ແລະ ການຫັນປ່ຽນດິຈິຕອລ.
ເຈົ້າໜ້າທີ່ຂອງກະຊວງການຕ່າງປະເທດຍີ່ປຸ່ນລະບຸຕື່ມອີກວ່າ: “ທ່າມກາງຄວາມທ້າທາຍຫຼາຍຢ່າງທີ່ເກີດຂຶ້ນ ນະໂຍບາຍການຊ່ວຍເຫຼືອພັດທະນາຂອງຍີ່ປຸ່ນນີ້ ເປັນເຄື່ອງມືທີ່ສຳຄັນ ໃນການດຸ່ນດ່ຽງອຳນາດ ແລະ ການຮັບສັນທາມະຕິທີ່ສຳຄັນໃນເວທີໂລກ ເຊັ່ນ ຄວາມຂັດແຍ້ງລະຫວ່າງ ຣັດເຊຍ ແລະ ຢູເຄຣນ”.
ໂດຍຍີ່ປຸ່ນແນໃສ່ການຮ່ວມມືກັບປະເທດທີ່ຍັງເປັນກາງ ສ້າງຄຸນຄ່າທາງສັງຄົມເພື່ອຊຸກຍູ້ວົງຈອນການຈະເລີນເຕີບໂຕຮ່ວມ ຕາມລະບຽບສາກົນ ທີ່ເສລີ ແລະ ເປີດເຜີຍ ພາຍໃຕ້ຄວາມຮ່ວມມືການຊຸກຍູ້ລະບອບດັ່ງກ່າວຈາກ ສະຫະລັດອາເມຣິກາ ແລະ ຍີ່ປຸ່ນ ພ້ອມກັບບັນດາປະເທດປະຊາທິປະໄຕ ເພື່ອຕອບໂຕ້ຈີນ.
ຂອບໃຈຂໍ້ມູນຈາກ: AP News
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/