ຍີ່ປຸ່ນ ມອບລົດຂົນສົ່ງຄົນເຈັບຈຳນວນ 7 ຄັນ ໃຫ້ແກ່ ສປປ ລາວ


ໃນວັນທີ 5 ສິງຫາ 2021 ເວລາ 16:30, ທີ່ກະຊວງສາທາລະນະສຸກ ລັດຖະບານຍີ່ປຸ່ນ ໄດ້ມອບລົດຂົນສົ່ງຄົນເຈັບ ຈຳນວນ 7 ຄັນ ລວມເປັນມູນຄ່າທັງໝົດແມ່ນ 31ລ້ານ 5 ແສນ ເຢນ ຫຼື ປະມານ 3 ຕື້ກວ່າກີບ ໃຫ້ແກ່ ກະຊວງສາທາລະນະສຸກ ຂອງ ສປປ ລາວ. ເຊິ່ງຕາງໜ້າລັດຖະບານຍີ່ປຸ່ນ ໂດຍ ພະນະທ່ານ Takewaka Keizo, ເອກອັກຄະລັດຖະທູດປະຈຳລາວ ເປັນຜູ້ມອບ ແລະ ຕາງໜ້າຮັບ ໂດຍ ທ່ານ ປອ ບຸນແຝງ ພູມມະໄລສິດ, ລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມກັບ ບັນຫາຫົວໜ້າຫ້ອງການ ແລະ ກົມກອງອ້ອມຂ້າງກໍເຂົ້າຮ່ວມ.

ການມອບລົດຂົນສົ່ງຄັນເຈັບໃນຄັ້ງນີ້  ແມ່ນຈະໄດ້ແຈກຢາຍໃຫ້ບັນດາແຂວງທີ່ມີຄວາມຕ້ອງການຢ່າງຮີບດ່ວນ ເພື່ອເຂົ້າໃຊການໃນວຽກງານຕໍ່ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໂດຍສະເພາະແຂວງທີ່ກຳລັງມີການລະບາດຢູ່ ເຊິ່ງຈະໄດ້ຮັບໃຊ້ເພື່ອຂົນສົ່ງຄົນເຈັບທີ່ຕິດເຊື້ອ ໄປສະຖານທີ່ປິ່ນປົວໃຫ້ທັນຕໍ່ສະພາບການ.

ກະຊວງສາທາລະນະສຸກ ກໍຄືຕາງໜ້າໃຫ້ແກ່ປະຊາຊົນລາວບັນດາເຜົ່າ ໄດ້ສະແດງຄວາມຂອບໃຈຢ່າງຫຼວງຫຼາຍ ຕໍ່ການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນໃນຄັ້ງນີ້ ຍ່າງຈິງໃຈ ພ້ອມກັບການຕີລາຄາສູງຕໍ່ຄວາມເປັນຫ່ວງເປັນໃຍ ແລະ ເອົາໃຈໃສ່ຂອງລັດຖະບານຍີ່ປຸ່ນ ຕໍ່ ລັດຖະບານ ສປປລາວ ໃນໄລຍະທີ່ກຳລັງປະເຊີນໜ້າໃນສິ່ງທີ່ທ້າທາຍ ແລະ ຫຍຸ້ງຍາກທັງໃນຄັ້ງນີ້ ແລະ ຫຼາຍໆຄັ້ງທີ່ຜ່ານມາ.

ທີ່ມາ: https://bit.ly/3rZqEfe

ພາບ: ສູນຂ່າວສານການແພດສຸຂະສຶກສາ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/