ວັນທີ 17 ມີນານີ້, ສຳນັກຂ່າວ AP ໄດ້ລາຍງານວ່າ ໄດ້ເກີດແຜ່ນດິນໄຫວລະດັບ 7.4 ແມັກນິຈູດ ຢູ່ນອກຊາຍຝັ່ງທະເລ Fukushima ພາກຕາເວັນອອກສຽງເໜືອຂອງຍີ່ປຸ່ນ ໃນຕອນຄ່ຳວັນທີ 16 ມີນານີ້, ເຮັດໃຫ້ເຈົ້າໜ້າທີ່ໄດ້ອອກຄຳເຕືອນໄພຄື້ນສຶນາມິເປັນໄລຍະໜຶ່ງ. ພື້ນທີ່ສ່ວນໜຶ່ງຂອງ ໂຕກຽວ ໄດ້ເກີດໄຟຟ້າດັບ ເຮັດໃຫ້ 2 ລ້ານກວ່າຄົວເຮືອນຕົກຢູ່ໃນຢູ່ໃນຄວາມມືດ.

ຕອນເຊົ້າວັນທີ 17 ມີນານີ້ ທາງການຍີ່ປຸ່ນໄດ້ລາຍງານຂ່າວກ່ຽວກັບຄວາມເສຍຫາຍຈາກແຜ່ນດິນໄຫວວ່າ ພົບຜູ້ເສຍຊີວິດ 4 ຄົນ ແລະ ອີກ 107 ຄົນໄດ້ຮັບບາດເຈັບ.

TEPCO ບໍລິສັດທີ່ໃຫ້ບໍລິການໄຟຟ້າ, ເປີດເຜີຍວ່າ 700,000 ຄົວເຮືອນໃນຈໍຳນວນທີ່ໄດ້ຮັບຜົນກະທົບນັ້ນແມ່ນຢູ່ໃນໂຕກຽວ ແລະ ອີກ 156,000 ຄົວເຮືອນ ແມ່ນຢູ່ໃນທາງພາກຕາເວັນອອກສຽງເໜືອຂອງປະເທດ.


ນາຍົກລັດຖະມົນຕີຍີ່ປຸ່ນ Fumio Kishida ກ່າວວ່າ: ເຈົ້າໜ້າທີ່ຈະເລັ່ງສ້ອມແປງໄຟຟ້າຄືນໃໝ່ ຫຼັງຈາກເວລາທ່ຽງຄືນ. ສ່ວນເຫດການທີ່ລົດໄຟດ່ວນ Tohoku Shinkansen ຕົກຮາງລະຫວ່າງເສັ້ນທາງ Fukushima ຫາ Miyagi ຍ້ອນແຜ່ນດິນໄຫວນັ້ນ ແມ່ນບໍ່ມີໃຜໄດ້ຮັບບາດເຈັບ.

ນາຍົກລັດຖະມົນຕີຍີ່ປຸ່ນ ຍັງໄດ້ກ່າວອີກວ່າ ລັດຖະບານຈະກວດສອບຄວາມເສຍຫາຍຕ່າງໆ ແລະ ຈະເລັ່ງການຊ່ວຍເຫຼືອ ລວມທັງການປິ່ນປົວຜູ້ທີ່ໄດ້ຮັບຜົນກະທົບ, ຂໍໃຫ້ປະຊາຊົນທຸກຄົນໃນເຂດທີ່ມີຄວາມສ່ຽງ ລະວັງໄພແຜ່ນດິນໄຫວທີ່ອາດຈະເກີດຂຶ້ນໃນອາທິດນີ້.
ແຜ່ນດິນໄຫວຄັ້ງນີ້ມີຈຸດສູນກາງແຜ່ນດິນໄຫວໃຕ້ທະເລ ທີ່ຢູ່ໃກ້ກັບຈຸດສູນກາງຂອງແຜ່ນດິນໄຫວຄັ້ງໃຫຍ່ເທື່ອແລ້ວນີ້ເມື່ອ 11 ປີຜ່ານມາ, ຈຳນວນຜູ້ເສຍຊີວິດຈາກແຜ່ນດິນໄຫວແລະຄື້ນສຶນາມິຄັ້ງນັ້ນມີເຖິງ 18,000 ຄົນ. ນອກເໜືອໄປຈາກສຶນາມິແລ້ວ ມັນຍັງເຮັດໃຫ້ເກີດການຮົ່ວໄຫຼຂອງ ກຳມັນຕະພາບລັງສີ (radioactivity) ຈາກໂຮງງານໄຟຟ້ານິວເຄຼຍ ເຮັດໃຫ້ບາງພື້ນທີ່ຍັງຖືກຫ້າມບໍ່ໃຫ້ປະຊາຊົນເຂົ້າໄປຢູ່ອາໄສຈົນຮອດທຸກມື້ນີ້.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/