Asahi Group Holdings ບໍລິສັດນ້ຳອັດລົມໃນໂຕກຽວ ກຳລັງວາງແຜນເພື່ອລົດຜ່ອນການປ່ອຍອາຍພິດຄາບອນ ໂດຍໃຊ້ຕູ້ກົດນ້ຳດື່ມອັດຕະໂນມັດ ເຊິ່ງທາງບໍລິສັດມີແຜນທີ່ຈະເລີ່ມທົດສອບໃນເດືອນມິຖຸນານີ້ ດ້ວຍເຄື່ອງຈັກໃໝ່ທີ່ປະກອບໄປດ້ວຍວັດສະດຸທີ່ສາມາດ “ດູດຊັບອາຍຄາບອນ” ເພື່ອປັບອຸນຫະພູມໃຫ້ກັບເຄື່ອງດື່ມ.
Asahi Group Holdings ບໍລິສັດນ້ຳອັດລົມໄດ້ອະທິບາຍວ່າ ເຄື່ອງຈັກໃໝ່ທີ່ກຳລັງຈົດສິດທິບັດ ຈະມີວັດສະດຸຄ້າຍຄືຜົງສີຂາວທີ່ຜະລິດຈາກທາດປະສົມແຄຊຽມຕ່າງໆ. ໃນເວລາທີ່ດູດຊັບອາຍພິດຄາບອນໄດ້ໃນລະດັບໜຶ່ງແລ້ວ, ຜົງດັ່ງກ່າວຈະຖືກນຳມາໃຊ້ໃນອຸດສາຫະກໍາເຊັ່ນ: ການເຮັດຝຸ່ນ ແລະ ພື້ນທີ່ເພາະປູກສາຫຼ່າຍທະເລ.

ໂດຍການທົດລອງຈະເລີ່ມຈາກການຕິດຕັ້ງຕູ້ປະມານ 30 ໜ່ວຍ ໃນເຂດ Kanto ແລະ Kansai ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມຂອງບໍລິສັດເພື່ອບັນລຸຄວາມເປັນກາງຂອງຄາບອນໃນປີ 2050.
Yoshiie Horii ໂຄສົກຂອງບໍລິສັດກ່າວວ່າ ເຄື່ອງຈັກແຕ່ລະເຄື່ອງສາມາດດູດຊຶມອາຍຄາບອນໄດ້ປະມານ 60 ກິໂລ ຫຼື 20% ຂອງການປ່ອຍອາຍຄາບອນ ເຊິ່ງບໍລິສັດວາງແຜນທີ່ຈະແທນທີ່ເຄື່ອງຈຳໜ່າຍໃນປັດຈຸບັນທັງໝົດ 260.000 ພາຍໃນປີ 2024.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/