ຍິ່ງອາຍຸຫຼາຍຂຶ້ນຫຼາຍຄົນຍິ່ງຮູ້ສຶກວ່າຕົນເອງມີແຮງຈູງໃຈໃນການເຮັດສິ່ງຕ່າງໆຫຼຸດລົງ ຈາກທີ່ເຄີຍໄປກິນເຂົ້າ, ເລາະຫຼິ້ນ, ຮ້ອງເພງກັບໝູ່ຫຼັງເລີກຮຽນ ແຕ່ພໍຊີວິດເຂົ້າສູ່ໄວເຮັດວຽກຫຼາຍຄົນກໍບໍ່ສາມາດເຮັດແບບນັ້ນໄດ້ອີກຈົນພາໃຫ້ຮູ້ສຶກເຫງົາ ຫຼື ໂດດດ່ຽວຂຶ້ນມາ.
ໂດຍສະເພາະໄວໜຸ່ມ ແລະ ໄວຜູ້ໃຫຍ່ຕົ້ນໆທີ່ມັກຈະຕັດສິນຄຸນຄ່າຕົວເອງຕາມຈຳນວນໝູ່ເພື່ອນໃນແວດວົງສັງຄົມ ແຕ່ເມື່ອອາຍຸຫຼາຍຂຶ້ນຫຼາຍຄົນເລີ່ມພໍໃຈທີ່ຈະມີໝູ່ໜ້ອຍລົງແຕ່ສະໜິດໃຈກັນຫຼາຍກວ່າການມີໝູ່ຈຳນວນຫຼາຍແຕ່ບໍ່ໄດ້ມີຄວາມສະໜິດສະໜົມ ແລະ ຮູ້ໃຈກັນ ເຊິ່ງສິ່ງນີ້ເອງນຳໄປສູ່ການຕັດຄວາມສຳພັນທີ່ບໍ່ຈໍາເປັນລົງພາໃຫ້ຄວາມສຳພັນຄ່ອຍໆຫາຍໄປຕາມອາຍຸໄວທີ່ເພີ່ມຂຶ້ນ ແລະ ເມື່ອສັງເກດເຫັນຄວາມແຕກຕ່າງລະຫວ່າງຄວາມສຳພັນຕອນໄວໜຸ່ມທີ່ເຄີຍມີກັບໄວຜູ້ໃຫຍ່ກໍອາດຈະເຮັດໃຫ້ຄວາມເຫງົາເພີ່ມທະວີຂຶ້ນມາໄດ້.
ຄວາມເຫງົາແມ່ນຫຍັງ?
ຄວາມຮູ້ສຶກ”ເຫງົາ” ໃນທາງຈິດຕະວິທະຍານັ້ນເປັນຄວາມຮູ້ສຶກທີ່ເປັນຜົນມາຈາກການຮັບຮູ້ ແລະ ຄວາມຕ້ອງການຂອງຄົນເຮົາບໍ່ກົງກັນ ເນື່ອງຈາກຄວາມສຳພັນທີ່ຄາດຫວັງ ແລະ ຄວາມເປັນຈິງທີ່ເຮົາມີຢູ່ນັ້ນບໍ່ເທົ່າກັນ ສົ່ງຜົນໃຫ້ເກີດຄວາມຄຽດ ແລະ ບໍ່ມີຄວາມສຸກໃນສິ່ງທີ່ເປັນຢູ່ໃນປັດຈຸບັນ.
ເຊິ່ງຄວາມເຫງົາຖືເປັນຄວາມຮູ້ສຶກຕາມທຳມະຊາດຂອງມະນຸດໝາຍຄວາມວ່າມັນສາມາດເກີດຂຶ້ນໄດ້ກັບທຸກຄົນ ແຕ່ຫາກມີຫຼາຍເກີນໄປກໍບໍ່ແມ່ນເລື່ອງດີເຊັ່ນດຽວກັນ.

ເປັນຫຍັງຍິ່ງອາຍຸຫຼາຍຂຶ້ນຈຶ່ງຍິ່ງຮູ້ສຶກເຫງົາຂຶ້ນ?
ຈາກການສຶກສາທີ່ຕີພິມໃນ Perspectives on Psychological Science ພົບວ່າເມື່ອອາຍຸຫຼາຍຂຶ້ນຄວາມຄາດຫວັງຂອງຜູ້ຄົນຈາກຄວາມສຳພັນລະຫວ່າງບຸກຄົນນັ້ນມີຮູບແບບທີ່ຕ່າງອອກໄປ ເຊິ່ງມັນສົ່ງຜົນໃຫ້ຜູ້ຄົນມັກຈະຮູ້ສຶກເຫງົາຫຼາຍຂຶ້ນເມື່ອມີອາຍຸເພີ່ມຂຶ້ນ ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ຢູ່ຄົນດຽວກໍຕາມ.
ຄວາມຄາດຫວັງທາງສັງຄົມນັ້ນແບ່ງເປັນມິຕິທາງສັງຄົມ ແລະ ມິຕິທາງອາລົມ
- ຄວາມຄາດຫວັງມິຕິທາງສັງຄົມ ຄືຄວາມຄາດຫວັງກ່ຽວກັບປະລິມານ ຫຼື ຈຳນວນຄວາມສຳພັນທາງສັງຄົມທີ່ສາມາດເພິ່ງພາ ແລະ ສະໜັບສະໜູນກັນໄດ້
- ຄວາມຄາດຫວັງມິຕິທາງອາລົມ ຄືຄວາມຄາດຫວັງກ່ຽວກັບຄຸນະພາບຂອງຄວາມສຳພັນເຊັ່ນ: ຄວາມໃກ້ຊິດ, ຄວາມເຂົ້າໃຈ, ຄວາມສົນໃຈ ແລະ ຄວາມເຊື່ອໃຈກັບຜູ້ອື່ນ
ແລະ ຍິ່ງເຮົາໃຫຍ່ຂຶ້ນເທົ່າໃດເຮົາກໍຈະຍິ່ງໃຫ້ຄວາມສົນໃຈກັບມິຕິທາງອາລົມຫຼາຍຂຶ້ນເທົ່ານັ້ນ ເຮົາອາດຈະຮູ້ສຶກພໍໃຈ ແລະ ດີໃຈທີ່ມີໝູ່ສະໜິດທີ່ໃຫ້ຄຳປຶກສາເຮົາໄດ້, ມີຄວາມເຂົ້າໃຈເຊິ່ງກັນ ແລະ ກັນໃນຈຳນວນໜ້ອຍຫຼາຍກວ່າການມີໝູ່ຫຼາຍແຕ່ບໍ່ໄດ້ມີຄວາມສະໜິດສະໜົມກັນ
ສະຫຼຸບງ່າຍໆຄືງານວິໄຈບອກວ່າຍິ່ງເຮົາອາຍຸຫຼາຍຂຶ້ນເຮົາຍິ່ງຄາດຫວັງຄວາມສຳພັນໃນຮູບແບບທີ່ຕ່າງອອກໄປ ໃນຕອນອາຍຸຍັງນ້ອຍພວກເຮົາຕ້ອງການມີຜູ້ຄົນມາອ້ອມຮອບ ແລະ ກາຍເປັນຈຸດສົນໃຈ, ຢາກມີໝູ່ຈຳນວນຫຼາຍ, ຢາກມີ connection ແຕ່ເມື່ອອາຍຸຫຼາຍຂຶ້ນເຮົາກັບຄາດຫວັງຄວາມສຳພັນທີ່ມີຄຸນະພາບຫຼາຍກວ່າປະລິມານຄືເຮົາຕ້ອງການຄວາມໃກ້ຊິດ, ການເຂົ້າອົກເຂົ້າໃຈ, ໄວ້ວາງໃຈກັນ, ເປັນພື້ນທີ່ປອດໄພໃຫ້ກັນ ແລະ ກັນ.
ດ້ວຍເຫດນີ້ເອງຈຶ່ງເຮັດໃຫ້ເຮົາຕັດຄວາມສຳພັນທີ່ບໍ່ຈຳເປັນອອກໄປ ຈົນສຸດທ້າຍເມື່ອເຮົາກັບມາສັງເກດເຫັນຄວາມແຕກຕ່າງລະຫວ່າງຄວາມສຳພັນຕອນໃຫຍ່ກັບຕອນຍັງນ້ອຍອາດຍິ່ງເພີ່ມທະວີຄວາມເຫງົາໃນໃຈເຮົາຂຶ້ນໄດ້.
ວິທີແກ້ ຫຼື ບັນເທົາ
ກ່ອນອື່ນເຮົາຕ້ອງຖາມຕົວເອງກ່ອນວ່າເຮົາເຫງົາເພາະເຫດໃດ? ຫາກເຫງົາເພາະໃຊ້ຊີວິດວົນລູບ (Loop) ຂາດຄວາມສຳພັນໃໝ່ ແລະ ຕ້ອງການສ້າງຄວາມສຳພັນກໍແນະນຳວ່າໃຫ້ອອກໄປຄົ້ນຫາສິ່ງໃໝ່ໆ ໂດຍສາມາດເລີ່ມຕົ້ນຈາກກິດຈະກຳທີ່ມັກເຊິ່ງຈະເຮັດໃຫ້ໄດ້ພົບປະກັບຄົນທີ່ມີຄວາມສົນໃຈຄ້າຍກັນ ແລະ ຈະຊ່ວຍໃຫ້ການສານສຳພັນງ່າຍຂຶ້ນ.
ແຕ່ຫາກຄວາມເຫງົານັ້ນບໍ່ແມ່ນຄວາມເຫງົາທີ່ຕ້ອງການມີປະຕິສຳພັນກັບຜູ້ອື່ນ ເຮົາກໍສາມາດໃຫ້ເວລາຕົນເອງໄດ້ລອງເຮັດຫຍັງທີ່ບໍ່ເຄີຍໄດ້ເຮັດລອງເບິ່ງ ຫຼື ເຮັດກິດຈະກຳທີ່ເຄີຍມັກທີ່ເຮົາອາດຫຼົງລືມໄປກໍໄດ້ ເພາະການອ້ອມຮອບໄປດ້ວຍຜູ້ຄົນອາດຈະບໍ່ໄດ້ຊ່ວຍບັນເທົາຄວາມເຫງົາສະເໝີໄປ.
ສຸດທ້າຍນີ້ ຄວາມເຫງົານັ້ນເປັນຄວາມຮູ້ສຶກຕາມທຳມະຊາດທີ່ເກີດຂຶ້ນກັບເຮົາໄດ້ທຸກເວລາ ຫາກຮູ້ຕົວວ່າເຫງົາເກີນໄປກໍຢ່າລືມຫັນກັບມາໃສ່ໃຈຕົນເອງ, ຢ່າລືມຄວາມເປັນສົດໃສຂອງເດັກນ້ອຍທີ່ເຄີຍມີ, ຢ່າລືມຄວາມສຳພັນອ້ອມຂ້າງ, ຢ່າລືມກິດຈະກຳທີ່ມັກທີ່ອາດຫຼົງລືມໄປ ເພາະສິ່ງເຫຼົ່ານີ້ອາດຈະຊ່ວຍໃຫ້ເຮົາກັບມາຮູ້ສຶກມີຊີວິດຊີວາອີກຄັ້ງ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/