ເອີ້ນໄດ້ວ່າຮ້ອນແຮງແບບຢຸດບໍ່ຢູ່ ກັບຟອມການຫຼິ້ນ ຂອງ ແມນເຊັສເຕີ້ ຢູໄນເຕັດ ຫຼັງເປີດສະໜາມ Old Trafford ພິກເກມເອົາຊະນະ ບາເຊໂລນາ ທີມຍັກໃຫຍ່ຈາກສະເປນ ໃນເກມ ຢູໂຣປາ ລີກ ຮອບ Playoff ນັດທີ 2 ໄປ 2 ປະຕູຕໍ່ 1 ຜ່ານເຂົ້າໄປໃນຮອບ 16 ທີມໄດ້ສຳເລັດ.
ໂດຍນັດນີ້ ບາເຊໂລນາ ເລີ່ມເກມມາໄດ້ພຽງ 17 ນາທີ ກໍມາໄດ້ປະຕູຂຶ້ນນຳໄປກ່ອນຈາກຈັງຫວະຈຸດໂທດ ທີ່ຍິງໂດຍ ໂຣເບີດ ເລວານໂດສກີ້ ກອງໜ້າເບີ 9 ຂອງບາເຊໂລນາ. ກ່ອນທີ່ທັງ 2 ຈະພະຍາຍາມບຸກກັນເພື່ອເອົາປະຕູ ແຕ່ກໍຍັງເຮັດຫຍັງກັນບໍ່ໄດ້ ແລະ ຈົບເຄິ່ງເວລາທຳອິດ ດ້ວຍສະກໍນີ້.

ແຕ່ເມື່ອເລີ່ມເຄິ່ງເວລາທີ 2 ມາ ເບິ່ງຄືວ່າ ນັກເຕະແມນຢູໄດ້ຢາວິເສດ ເພາະເລີ່ມມາພຽງບໍ່ເທົ່າໃດນາທີ ເຟຣັດ ກອງກາງແມນຢູ ທີມຊາດ ບຣາຊິວ ກໍມາຍິງປະຕູຕີສະເໝີໃຫ້ກັບແມນຢູໄດ້ ໃນນາທີ 47 ຂອງເກມ. ຈາກນັ້ນເກມຂອງແມນຢູ ກໍດີຂຶ້ນຕາມລຳດັບ ແລະ ມາໄດ້ປະຕູທີ 2 ຂຶ້ນນຳຈາກ ແອນໂທນີ ປີກລີລາດີ ຂອງແມນຢູ ໃນນາທີ 72 ຂອງເກມ ເຮັດໃຫ້ໂຮງຮູບເງົາແຫ່ງຄວາມຝັນແຫ່ງນີ້ສັ່ນສະເທືອນໄປດ້ວຍສຽງເຮ ແລະ ຄວາມດີໃຈຂອງແຟນໆແມນຢູ.

ປະຕູຂອງ ແອນໂທນີ ກາຍເປັນປະຕູໄຊ ຊ່ວຍໃຫ້ ແມນເຊັສເຕີ້ ຢູໄນເນັດ ເອົາຊະນະ ບາເຊໂລນາໄປໄດ້ ດ້ວຍຜົນປະຕູລວມ 4 ຕໍ່ 3 ຜ່ານເຂົ້າຮອບ 16 ທີມສຸດທ້າຍ ໃນ ຢູໂຣປາ ລີກ ຕໍ່ໄປ ແລະ ຮອບຕໍ່ໄປ ຈະໄດ້ພົບກັບທີມໃດນັ້ນ ຈະມີການຈັບສະຫຼາກຂຶ້ນໃນວັນທີ 24 ກຸມພານີ້.
ມາຮອດປັດຈຸບັນ ຖືໄດ້ວ່າ ແມນຢູ ເປັນທີມດຽວຈາກອັງກິດ ທີ່ຍັງມີລຸ້ນໃນທຸກໆ ລາຍການທີ່ລົງຫຼິ້ນ ບໍ່ວ່າຈະເປັນ Premier League, Carabao Cup, FA Cup ແລະ Europa League.

ໂດຍໃນການແຂ່ງຂັນນັດຕໍ່ໄປຂອງ ແມນຢູ ນັ້ນແມ່ນ ໂອກາດທີ່ຈະຄວ້າແຊ້ມທຳອິດ ໃນລະດູການນີ້ ໂດຍການລົງຫຼິ້ນນັດຊິງຊະນະເລີດ ລາຍການ Carabao Cup ພົບກັບສະໂມສອນ ນິວ ຄາສເຊີ ຢູໄນເຕັດ ໃນວັນອາທິດ ທີ 26 ກຸມພານີ້ ເວລາ 23:30.
ຂອບໃຈຂໍ້ມູນຈາກ: https://bit.ly/3KzNRzY
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/