ຊ່ວຍລົດຈຳນວນຂີ້ເຫຍື້ອໄປກັບ Ohhcean! Sex toy ຣີໄຊເຄິນທີ່ຜະລິດຈາກຂີ້ເຫຍື້ອພລາສຕິກໃນທະເລ


ບັນດາຂີ້ເຫຍື້ອຕ່າງໆ ລ້ວນແລ້ວແຕ່ແມ່ນສັດຕູຕົວຮ້າຍຂອງສິ່ງແວດລ້ອມ ແລະເຮັດໃຫ້ເກີດມົນລະພິດໃນສິ່ງແວດລ້ອມ. ໂດຍສະເພາະໃນປັດຈຸບັນນີ້ລະບົບນິເວດໃນມະຫາສະໝຸດ, ທະເລ ຫຼື ແຫຼ່ງນ້ຳຖືວ່າເຂົ້າຂັ້ນວິກິດ ເພາະມີສາເຫດມາຈາກການໃຊ້ຂີ້ເຫຍື້ອພລາສຕິກແລ້ວຖິ້ມຊະຊາຍເປັນຈຳນວນມະຫາສານ ແລະ ມັນກໍໃຊ້ເວລາອັນຍາວນານ ຫຼື ເອີ້ນໄດ້ວ່າຫຼາຍຊົ່ວອາຍຸຄົນເພື່ອທີ່ມັນຈະຍ່ອຍສະຫຼາຍໄປ. ພ້ອມກັນນັ້ນຍັງສົ່ງຜົນກະທົບຕໍ່ສິ່ງແວດລ້ອມ, ສິ່ງທີ່ມີຊີວິດແລະລະບົບນິເວດຢ່າງຫຼວງຫຼາຍ.

ທັງນີ້ ຂີ້ເຫຍື້ອໃນທະເລສ່ວນໃຫຍ່ແມ່ນໄຫຼມາຈາກບັນດາແມ່ນ້ຳທີ່ໃກ້ທີ່ຢູ່ອາໄສຂອງມະນຸດແລະໄຫຼລົງສູ່ທະເລໃນທີ່ສຸດ ເຊິ່ງບັນດາປະເທດໃນກຸ່ມອາຊຽນ ຫຼື ເອເຊຍຕາເວັນອອກສຽງໃຕ້ ແມ່ນຖືວ່າເປັນອັນດັບຕົ້ນໆ ຂອງໂລກທີ່ສ້າງຂີ້ເຫຍື້ອພລາສຕິກໃນທະເລຫຼາຍທີ່ສຸດ ເຊິ່ງມັນໄດ້ຕອກຍ້ຳຄວາມສຳຄັນໃນການຕ້ອງເລັ່ງແກ້ໄຂບັນຫາມົນລະພິດເຫຼົ່ານີ້.

ຈາກບັນຫາຊີ້ເຫຍື້ອພລາສຕິກທີ່ພົບຫຼາຍໃນມະຫາສະມຸດເຮັດໃຫ້ Sinful ບໍລິສັດສັນຊາດເດັນໝາກໄດ້ຈັບມືກັບບໍລິສັດ Tide ທີ່ສ້າງຜະລິດຕະພັນຈາກພລາສຕິກໄດ້ຮ່ວມມືກັບຊາວປະມົງໃນພາກພື້ນອາຊີຕາເວັນອອກສຽງໃຕ້ ໃນການເກັບຂີ້ເຫຍື້ອທີ່ຕົກຄ້າງຢູ່ຕາມຊາຍຫາດ, ຊາຍຝັ່ງ ແລະ ທະເລສາບ  ໂດຍພວກເຂົາໄດ້ໃຊ້ພລາສຕິກ PET ແລະ ຝາຕຸກພລາສຕິກໃນການນໍາມາຣີໄຊເຄິນຜະລິດຕະພັນ Sex toy.

ໂດຍຜະລິດຕະພັນ Sex toy ດັ່ງກ່າວມີຊື່ວ່າ Ohhcean ຜະລິດຈາກພລາສຕິກຣີໄຊເຄິນ ມີ 3 ຮູບແບບຄື: ແບບເປັນແທ່ງ, ແບບທີ່ເປັນເຄື່ອງສັ່ນ ແລະ ແບບທີ່ເປັນເຄື່ອງນວດຕົວ ເຊິ່ງມັນມາພ້ອມຫຼາຍສີສັນໃຫ້ເລືອກໄດ້ຕາມໃຈ ນັບຕັ້ງແຕ່ສີຂຽວຂອງນ້ຳທະເລ ຈົນໄປຮອດສີຟ້າສຸດຫຼູຫຼາ: ພ້ອມນີ້ຕົວຂອງ Sex toy ຍັງມີລັກສະນະແບບອໍແກນິກ ດ້ວຍຮູບຊົງທີ່ໂຄ້ງມົນ, ສຳຜັດທີ່ກ້ຽງມື່ນ ແລະ ສາມາດເລືອກຮູບແບບຂອງການສັ່ນໄດ້ເຖິງ 7 ແບບ.

ທາງດ້ານ Mathilde Mackowski ຜູ້ທີ່ເປັນເຈົ້າຂອງຮ່ວມກັບ Sinful ໄດ້ບອກວ່າ ແຮງບັນດານໃຈໃນການສ້າງ sex toy ນີ້ຂຶ້ນມາແມ່ນມາຈາກທໍາມະຊາດມະຫາສະໝຸດ ແລະ ເນື່ອງຈາກສັງເກດເຫັນຂີ້ເຫຍື້ອພລາສຕິກໃນມະຫາສະໝຸດມີຈໍານວນຫຼວງຫຼາຍ ເຊິ່ງມັນຍາກຕໍ່ການກໍາຈັດ ຫຼື ຣີໄຊເຄິນ.

“ຄວາມສຸກເສີນຂອງບັນຫາຂີ້ເຫຍື້ອໃນທະເລບໍ່ຖືກເວົ້າເຖິງໃນວົງກວ້າງ ອີກທັງການຄິດໃໝ່ເຖິງການຜະລິດວັດສະດຸພລາສຕິກໃນອຸດສາຫະກໍາ Sex toy ນັ້ນຄວນຈະເກີດຂຶ້ນໃນບໍ່ຊ້າກໍໄວ ເຮົາບໍ່ສາມາດໃຫ້ຄົນອື່ນມາເລີ່ມໄດ້” Mackowski ໄດ້ກ່າວ.

“ການລົດຜົນກະທົບຈາກຜະລິດຕະພັນຂອງເຮົາຕໍ່ໂລກກາຍມາເປັນສິ່ງທີ່ພວກເຮົາຫຼົງໃຫຼ ແຕ່ກໍເປັນການເດີນທາງທີ່ຍາວນານແລະທ້າທາຍ ຢ່າງໃດກໍຕາມ ເຮົາຄໍານຶງເຖິງຜົນກະທົບບຕໍ່ສິ່ງແວດລ້ອມມາກ່ອນ”

“ຜະລິດຕະພັນຈາກ Ohhcean by Sunful ຈະຕ້ອງເປັນເຊັກທອຍທີ່ຫຼູຫຼາ ແຕ່ນີ້ເປັນພຽງຈຸດເລີ່ມຕົ້ນເທົ່ານັ້ນ” Mackowski ກ່າວເສີມ.

ນອກນີ້ Mackowski ກໍຍັງຫວັງວ່າວັດສະດຸທີ່ເປັນພລາສຕິກຊະນິດດຽວກັນນີ້ຈະຖືກນໍາມາໃຊ້ເພື່ອຂະຫຍາຍຂອບເຂດຜະລິດຕະພັນຕ່າງໆ ແລະມັນຕ້ອງໃຊ້ເວລາພໍສົມຄວນກວ່າພລາສຕິກຣີໄຊເຄິນຈະເຂົ້າເຖິງໄດ້ງ່າຍຄືກັນກັບ Sex toy.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/