ຊີກ ຊາບາ ອັລ-ຊາບາ ເຈົ້າຜູ້ຄອງລັດຄູເວດ ສະຫວັນນະຄົດແລ້ວ


ວັນທີ 30 ກັນຍາ 2020 ບີບີຊີ ລາຍງານວ່າ ສະຖານີໂທລະພາບຂອງຄູເວດ ເຜີຍຖະແຫຼງຂ່າວເມື່ອຕອນບ່າຍຂອງວັນທີ 29 ກັນຍາທີ່ຜ່ານມາວ່າ ຊີກ ຊາບາ ອັລ-ອາໝັດ ອັລ-ຈາບີ ອັລ-ຊາບາ  (Sheikh Sabah al-Ahmad al-Jaber Al-Sabah) ເຈົ້າຜູ້ຄອງລັດຄູເວດ ສະຫວັນນະຄົດແລ້ວ ໃນອາຍຸ 91 ພັນສາ ຄອງລາດໄດ້ 14 ປີ.

ຖະແຫຼງການລະບຸວ່າ ເປັນຄວາມໂສກເສົ້າຢ່າງທີ່ສຸດສຳຫຼັບປະຊາຊົນຊາວຄູເວດ ຊາວອິດສະລາມ ແລະ ຊາວອາຣັບ ລວມທັງຄົນຈາກຊາດທີ່ເປັນມິດ ຂໍໄວ້ອາໄລຕໍ່ການສະຫວັນນະຄົດຂອງ ຊີກ ຊາບາ ອັລ-ອາໝັດ ອັລ-ຈາບີ ອັລ-ຊາບາ ເຈົ້າຜູ້ຄອງລັດຄູເວດ ເຊິ່ງບັດນີ້ໄດ້ໄປຢູ່ຄຽງຂ້າງພະຜູ້ເປັນເຈົ້າແລ້ວ ຢ່າງໃດກໍຕາມ ບໍ່ໄດ້ມີການເປີດເຜີຍສາເຫດຂອງການສະຫວັນນະຄົດ.

ລາຍງານລະບຸວ່າ ເມື່ອເດືອນກໍລະກົດທີ່ຜ່ານມາ ຊີກ ຊາບາ ອັລ-ອາໝັດ ອັລ-ຈາບີ ອັລ-ຊາບາ ໄດ້ເດີນທາງໄປອາເມຣິກາ ເພື່ອເຂົ້າຮັກສາທາງການແພດ ພາຍຫຼັງການຜ່າຕັດໃນຄູເວດເດືອນນັ້ນ ແຕ່ບໍ່ໄດ້ມີການລະບຸລາຍລະອຽດຂອງອາການ.

ຫຼັງຈາກນີ້ ລາຊະທາຍາດ ຊີກ ນາວາຟະອັລ-ອາເໝັດ ທີ່ມີອາຍຸ 83 ພັນສາ ໄດ້ຮັບການສະເໜີຊື່ຈາກຄະນະລັດຖະມົນຕີ ໃຫ້ເປັນຜູ້ສືບທອດຕໍ່ໄປ.ຊີກ ຊາບາ ອັລ-ອາໝັດ ອັລ-ຈາບີ ອັລ-ຊາບາ ຂຶ້ນເປັນເຈົ້າຜູ້ຄອງລັດຄູເວດ ຕໍ່ຈາກ ຊີກ ຊາອັດ ອັລ-ອັບດຸລລາ ອັລ-ຊາລິມ ອັລ-ຊາບາ ຕັ້ງແຄ່ວັນທີ 26 ມັງກອນ 2006 ລວມຄອງຣາດໄດ້ 14 ປີ ແລະ ໄດ້ເບິ່ງແຍງນະໂຍບາຍຕ່າງໆຂອງປະເທດຄູເວດມາຫຼາຍກວ່າ 50 ປີ.

ທັງນີ້ພະອົງເອງໄດ້ສາຍານາມວ່າ “ເປັນຜູ້ອາວຸໂສແຫ່ງການທູດອາຣັບ” ດ້ວຍຄວາມພະຍາຍາມທີ່ຈະຟື້ນຟູຄວາມສຳພັນກັບລັດຕ່າງໆ ທີ່ໃຫ້ການສະໜັບສະໜູນກັບອີຣັກໃນຊ່ວງສົງຄາມອ່າວ (Gulf War) ເມື່ອຊ່ວງປີ 1990-1991 ທີ່ຄູເວດຖືກຮຸກຮານໂດຍກອງກຳລັງອີຣັກ.

ກະສັດອັບດຸລລາທີ 2 ແຫ່ງຈໍແດນ ໄດ້ສະແດງຄວາມເສຍໃຈ ຢູ່ໃນທະວິດເຕີ້ເປັນພາສາອາຣັບວ່າ “ມື້ນີ້ ເຮົາສູນເສຍອ້າຍໃຫຍ່ ຜູ້ນຳທີ່ສະຫຼຽວສະຫຼາດ ແລະ ເຕັມໄປດ້ວຍຄວາມຮັກ…ເຊິ່ງບໍ່ເຄີຍປະຖິ້ມຄວາມພະຍາຍາມເພື່ອເອກະພາບຂອງອາຣັບ”

ແຫຼ່ງຂໍ້ມູນ: https://hilight.kapook.com/view/206862