ຊາອຶນອູ ກຽມເດບິວໂຊໂລດ່ຽວ! ພ້ອມປ່ອຍອາລະບ້ຳໃນເຄິ່ງປີທຳອິດນີ້


ນັບວ່າເປັນອີກໜຶ່ງຂ່າວດີຂອງແຟນໆໜຸ່ມ ຊາອຶນອູ ສະມາຊິກວົງ ASTRO ທີ່ຫຼາຍຄົນຕົກຫຼຸມຮັກໃບໜ້າທີ່ຟ້າປະທານ ກຳລັງຈະມີຜົນງານດ່ຽວອອກມາໃຫ້ແຟນໆໄດ້ຊົມກັນແລ້ວ ແລະ ພ້ອມທີ່ຈະປ່ອຍອາລະບ້ຳດ່ຽວໃຫ້ແຟນໆໄດ້ຊື້ເກັບເຊີຍຊົມກັນແນ່ນອນ.

ເມື່ອວັນທີ 9 ມັງກອນ 2023 ທີ່ຜ່ານມາ ທາງ Fantagio ຕົ້ນສັງກັດຂອງ ຊາອຶນອູ ໄດ້ອອກມາຢືນຢັນວ່າ “ໃນຕອນນີ້ ຊາອຶນອູ ກຳລັງກຽມເຮັດອາລະບ້ຳດ່ຽວຊຸດທຳອິດ ໂດຍວາງແຜນຈະປ່ອຍຜົນງານອອກມາໃນເຄິ່ງປີ 2024 ນີ້ ແລະ ນອກຈາກນີ້ ຈະນຳເອົາເພງໃນອາລະບ້ຳດ່ຽວມາສະແດງພາຍໃນຄອນເສີດທີ່ກຳລັງຈັດຂຶ້ນໃນວັນທີ 17 ກຸມພາ 2023 ເຊັ່ນກັນ”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/