ຫຼັງຈາກເກີດການຍຶດອຳນາດ ສະຖານະການໃນປະເທດມຽນມາກໍຍັງຄົງໜ້າເປັນຫ່ວງ. ມີການລຸກຮືຂຶ້ນຕໍ່ຕ້ານລັດຖະບານທີ່ຍຶດອຳນາດ ຢູ່ເລື້ອຍໆ. ໃນວັນທີ 7 ກັນຍາທີ່ຜ່ານມາ ລັດຖະບານ NUG ຝ່າຍທີ່ຖືກປະຕິວັດ ໄດ້ຮຽກຮ້ອງໃຫ້ປະຊາຊົນລຸກຂຶ້ນຈັບອາວຸດ ຕໍ່ສູ້ກັບລັດຖະບານມຽນມາ ເພື່ອທວງປະຊາທິປະໄຕກັບຄືນມາ.

ຫຼ້າສຸດໃນ Twitter ໄດ້ມີການໃຊ້ #UselessAsean ເຊິ່ງເປັນກະແສໃນມຽນມາ ແລະ ກຳລັງເປັນທີ່ສົນໃຈຂອງຫຼາຍປະເທດໃນໂລກ.
#UselessAsean ຫຼື ອາຊຽນທີ່ໄຮ້ຄ່າ ເປັນການເວົ້າຢ່າງນ້ອຍໃຈຂອງຊາວໂຊຊຽວໃນປະເທດມຽນມາ ໃນຂະນະທີ່ພວກເຂົາກຳລັງຕໍ່ສູ້ຢ່າງຍາກລຳບາກ ແລະ ມີຜູ້ຄົນຕ້ອງເສຍສະຫຼະຊີວິດຈາກການຖືກປາບປາມຢ່າງໂຫດຮ້າຍໄປຫຼາຍກວ່າ 1,000 ຄົນ ແຕ່ປະເທດອາຊຽນຊ່ວຍເຫຼືອພວກເຂົາໜ້ອຍຫຼາຍ.

ໂດຍທົ່ວໄປແລ້ວ ເປົ້າໝາຍຂອງອາຊຽນ ແມ່ນສຸມໃສ່ນະໂຍບາຍການຮ່ວມມືທາງດ້ານເສດຖະກິດ ໂດຍບໍ່ກ້າວກ່າຍກິດຈະການພາຍໃນ ແລະ ປະເດັນສິດທິມະນຸດຂອງບັນດາປະເທດສະມາຊິກ ຈຶ່ງຖືກວິພາກວິຈານກ່ຽວກັບປະເດັນນີ້ມາຕະຫຼອດ.

ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/