ໃນທີ່ສຸດ ມະຫາກາບການເຂົ້າຊື້ສະໂມສອນ ເຊວຊີ ກໍໄດ້ສິ້ນສຸດລົງຢ່າງເປັນທາງການ ເມື່ອລັດຖະບານຂອງປະເທດອັງກິດ ແລະ ທາງ ພຣີເມຍລີກ ເຫັນດີກົງກັນວ່າ ອະນຸຍາດໃຫ້ ກຸ່ມທຶນຂອງ ທັອດ ໂບລີ້ ມະຫາເສດຖີຈາກ ອາເມຣິກາ ເຂົ້າມາຊື້ສະໂມສອນເຊວຊີໄດ້ ດ້ວຍຈຳນວນເງິນ 4.25 ພັນລ້ານປອນ.
ນີ້ເປັນຂ່າວດີສໍາລັບສະໂມສອນ ແລະ ແຟນໆເຊວຊີ, ເຊິ່ງຕະຫຼອດເກືອບ 3 ເດືອນທີ່ຜ່ານມາໄດ້ຕົກຢູ່ໃນຄວາມຫຍຸ້ງຍາກໃນການບໍລິຫານຈັດການຕ່າງໆ ນັບຕັ້ງແຕ່ ໂຣມັນ ອັບບຣາໂມວິສ ,ເຈົ້າຂອງຄົນເກົ່າ ຖືກທາງລັດຖະບານອັງກິດ ບີບບັງຄັບໃຫ້ຂາຍສະໂມສອນ ພາຍໃຕ້ມາດຕະການຂວໍ້າບາດຂອງປະເທດອັງກິດ ທີ່ມີຕໍ່ມະຫາເສດຖີ ຊາວຣັດເຊຍຄົນນີ້ ເນື່ອງຈາກສະພາບການສົງຄາມລະຫວ່າງ ຣັດເຊຍ ກັບ ຢູເຄຣນ.

ຕະຫຼອດໄລຍະຜ່ານມາ ຂະບວນການຊື້ຂາຍແມ່ນມີຂໍ້ຫຍຸ້ງຍາກ ແລະ ໃຊ້ເວລາດົນກວ່າທີ່ຄາດໄວ້. ນັບຕັ້ງແຕ່ຂະບວນການເປີດປະມູນເພື່ອໃຫ້ໄດ້ລາຄາທີ່ສູງທີ່ສຸດ. ຈົນຮອດຂະບວນການເຈລະຈາກັບ ອັບບຣາໂມວິສ ເພື່ອຫາທາງອອກຮ່ວມກັນວ່າ ລາຍໄດ້ ແລະ ຜົນປະໂຫຍດໃດໆ ທີ່ໄດ້ຈາກການຂາຍ ເຊວຊີ ຈະບໍ່ກັບໄປເຂົ້າກະເປົາຂອງ ອັບບຣາໂມວິສອີກ.

ເຖິງແມ່ນວ່າ ຈະລະບຸກຸ່ມທຶນທີ່ຈະເຂົ້າມາເປັນເຈົ້າຂອງໄດ້ແລ້ວ ຕັ້ງແຕ່ຕົ້ນເດືອນ ພຶດສະພາ ແຕ່ ໃນໄລຍະ 2 ອາທິດທີ່ຜ່ານມາ ການເຈລະຈາກໍເກີດຂໍ້ຂັດແຍ້ງຫຼາຍຢ່າງ ແລະ ສ້າງຄວາມກັງວົນວ່າການເຂົ້າຊື້ທີມຄັ້ງນີ້ອາດບໍ່ສຳເລັດ ໂດຍສະເພາະແມ່ນ ກໍລະນີເງິນກູ້ 1,600 ລ້ານປອນ ທີ່ ເຊວຊີ ຕິດ ອັບບຣາໂມວິສ ຢູ່.

ຢ່າງໃດກໍຕາມ, ລັດຖະບານອັງກິດໄດ້ປະກາດໃນຕອນເຊົ້າວັນທີ 25 ພຶດສະພາ ວ່າການຂາຍ ເຊວຊີ ໄດ້ຖືກອະນຸມັດຢ່າງເປັນທາງການແລ້ວ. ໂດຍທາງໂຄສົກຂອງທາງ ລັດຖະບານໄດ້ເປີດເຜີຍຜ່ານຖະແຫຼງການວ່າ:
“ໃນຕອນກາງຄືນຂອງຄືນຜ່ານມາ ລັດຖະບານອັງກິດໄດ້ອອກໃບອະນຸຍາດຂາຍສະໂມສອນບານເຕະ ເຊວຊີ ໄດ້ແລ້ວ ຫຼັງຈາກການຂວໍ້າບາດຕໍ່ ໂຣມັນ ອັບບຣາໂມວິສ ລັດຖະບານໄດ້ເຮັດວຽກຢ່າງໜັກເພື່ອໃຫ້ໝັ້ນໃຈວ່າ ເຊວຊີ ຈະສາມາດນຳທີມລົງແຂ່ງຂັນຕໍ່ໄປໄດ້ ແຕ່ຕ້ອງມີຄວາມຊັດເຈນວ່າອະນາຄົດຂອງສະໂມສອນຈະຢູ່ພາຍໃຕ້ເຈົ້າຂອງໃໝ່ໃນໄລຍະຍາວ”.

“ດຽວນີ້ພວກເຮົາພໍໃຈຫຼາຍທີ່ຮູ້ວ່າ ລາຍໄດ້ຈາກການຂາຍທີມ ທັງໝົດ ມັນຈະບໍ່ເປັນປະໂຫຍດຕໍ່ ໂຣມັນ ອັບບຣາໂມວິສ ຫຼື ຄົນອື່ນໆ ທີ່ຖືກລົງໂທດ. ຕອນນີ້ພວກເຮົາໄດ້ເລີ່ມຂະບວນການຮັບປະກັນວ່າລາຍໄດ້ຈາກການຂາຍທີມ ຈະຖືກນຳໃຊ້ໃນວຽກງານມະນຸດສະທຳ ໃນຢູເຄຣນ ເພື່ອໃຫ້ການສະໜັບສະໜູນແກ່ຜູ້ຖືກເຄາະຮ້າຍຈາກສົງຄາມ.”

ໂດຍຕະຫຼອດໄລຍະ 3 ເດືອນທີ່ຜ່ານມາ ດ້ວຍຄວາມບໍ່ແນ່ນອນໄດ້ເຮັດໃຫ້ ເຊວຊີ ຕ້ອງເສຍໂອກາດໃນການເຈລະຈາຕໍ່ສັນຍາກັບອັນໂຕນິໂອ ຣູດິເກີ້ ກອງຫຼັງຕົວຫຼັກຂອງທີມ ທີ່ກຳລັງຈະໝົດສັນຍາ ທີ່ປັດຈຸບັນ ຣູດິເກີ້ ໄດ້ຕົກລົງສັນຍາໃໝ່ ກັບ ສະໂມສອນ ເຣອັນ ມາດຣິດ ທີມດັງຈາກສະເປນ ໄປເປັນທີ່ຮຽບຮ້ອຍແລ້ວ. ໂດຍດາວເຕະທີມຊາດເຢຍລະມັນຍອມຮັບວ່າບໍ່ສາມາດລໍຖ້າຄວາມຊັດເຈນຈາກສະໂມສອນໄດ້. ນອກຈາກນີ້, ຍັງມີ ອັນເດຣ ຄຣິສຕຽນເຊັນ ກອງຫຼັງອີກຄົນໜຶ່ງທີ່ກຳລັງຈະໝົດສັນຍາ ແລ້ວຍ້າຍໄປຢູ່ກັບ ບາເຊໂລນາໃນລະດູການໜ້າ.

ສຳລັບແຜນການເສີມຄຸມກຳລັງນັກເຕະ ໃນໄລຍະປິດລະດູການນີ້, ມີລາຍງານອອກມາວ່າ ກຸ່ມທຶນຂອງ ທັອດໂບລີ້ ຈະໃຫ້ງົບແກ່ທີມ ປະມານ 200 ລ້ານປອນ ເພື່ອສ້າງຄວາມເຂັ້ມແຂງໃຫ້ທີມ ແລະ ຈັດການເລື່ອງຕໍ່ສັນຍາສະບັບໃໝ່ສໍາລັບ ເມຊັນ ເມົ້າ ກອງກາງອະນາຄົດຂອງທີມ ແລະ ຣິສ ເຈມ ແບັກຊ້າຍຕົວຫຼັກຂອງທີມ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/