ແຟນໆຊີຣີ້ ຫຼື ແຟນຮູບເງົາເກົາຫຼີ ຫຼາຍຄົນຄົງຈະຄຸ້ນເຄີຍກັນດີກັບສາກກິນອາຫານເກົາຫຼີໃນເລື່ອງ ແລະ ອາຫານທີ່ຈະຖືກນຳອອກມາໃຫ້ເຫັນຫຼາຍ ຄົງຈະໜີບໍ່ພົ້ນຈືນໄກ່ ແລະ ເບຍ. ເຊິ່ງທຸກຄົນຮູ້ບໍ່ວ່າ ສາກເຫຼົ່ານີ້ບໍ່ແມ່ນເລື່ອງບັງເອີນ ຫຼື ຜູ້ກຳກັບພຽງຢາກເພີ່ມສີສັນໃຫ້ກັບຮູບເງົາເທົ່ານັ້ນ ແຕ່ການກະທຳທັງໝົດນີ້ເປັນຄວາມຕັ້ງໃຈຕາມແຜນ ຍຸດທະສາດ ດ້ານເສດຖະກິດ ແບບສ້າງສັນ (Creative Economy) ຂອງປະເທດເກົາຫຼີ ນັ້ນເອງ.

ເກົາຫຼີໃນສະໄໝກ່ອນ ເມື່ອຕ້ອງການຈະກິນໄກ່ ມັກຈະໃຊ້ວິທີ ນຳໄປຕົ້ມ ຫຼື ເຮັດເປັນແກງ. ແຕ່ວັດທະນະທໍາການກິນຈືນໄກ່ແບບກອບໆນັ້ນ ໄດ້ເລີ່ມເຂົ້າມາໃນເກົາຫຼີພ້ອມກັບທະຫານອາເມຣິກາໃນສົງຄາມເກົາຫຼີ ປີ1950-1953. ພາຍຫຼັງສົງຄາມສິ້ນສຸດລົງ ເກົາຫຼີເລີ່ມດຳເນີນການຟື້ນຟູເສດຖະກິດ ວັດທະນະທໍາການກິນໄກ່ແບບຈືນຂອງອາເມຣິກາ ເລີ່ມໄດ້ຮັບຄວາມນິຍົມຫຼາຍຂຶ້ນ ແຕ່ເຖິງແມ່ນວັດທະນະທຳແບບນີ້ກໍບໍ່ເປັນເອກະລັກສະເພາະທີ່ໂດດເດັ່ນເຖິງຂະໜາດທີ່ມີຜົນກະທົບຕໍ່ຊາດອື່ນ.

ຈົນມາຮອດໄລຍະການແຂ່ງຂັນບານໂລກ ປີ 2002 ທີ່ຈັດຂຶ້ນຢູ່ ເກົາຫຼີໃຕ້-ຍີ່ປຸ່ນ ຈືນໄກ່ເກົາຫຼີໄດ້ກາຍເປັນອາຫານທີ່ນິຍົມ ພ້ອມກັບການກິນກັບເບຍໃນລະຫວ່າງທີ່ເບິ່ງການແຂ່ງຂັນບານເຕະ. ຫຼັງຈາກນັ້ນ, ວັດທະນະທໍາການກິນຈືນໄກ່ ກັບ ເບຍ ຂອງເກົາຫຼີກໍໄດ້ເລີ່ມຕົ້ນ. ໂດຍມີຊື່ເອີ້ນວ່າຊື່ “Chi-Maek” (치맥) ມາຈາກ Chikin (치킨) ເຊິ່ງໝາາຍຄວາມວ່າໄກ່, ແລະ Maekju (맥주) ທີ່ໝາຍຄວາມວ່າເບຍ.

ຫຼັງຈາກປີ 2002, ບໍລິສັດ BonChon Korean ເຊິ່ງເປັນຮ້ານຂາຍຈືນໄກ່ເກົາຫຼີ ໄດ້ໄປເປີດສາຂາ ຢູ່ທີ່ປະເທດ ສະຫະລັດອາເມຣິກາ . ເພື່ອຮອງຮັບຄວາມຕ້ອງການຂອງຊຸມຊົນເກົາຫຼີ ທີ່ອາໄສໃນອາເມຣິກາ ກ່ອນທີ່ມັນຈະເປັນທີ່ນິຍົມ ແລະ ຂະຫຍາຍສາຂາໃນທົ່ວອາເມຣິກາ. ແນວໃດກໍຕາມ ວັດທະນະທໍາການກິນໄກ່ເກົາຫຼີ ແລະ ເບຍ ມັນຍັງບໍ່ໄດ້ຖືກຖ່າຍທອດອອກມາຜ່ານ ຊີຣີ້ ຫຼື ຮູບເງົາ ໃນວັດທະນະທຳຮ່ວມສະໄໝຄືທີ່ເຮົາເຫັນໃນປັດຈຸບັນນີ້.

ມາຮອດປີ 2012-2013, ສ.ເກົາຫຼີ ໄດ້ປະກາດຍຸດທະສາດແຫ່ງຊາດ. ທີ່ຈະນຳເກົາຫຼີ ເຂົ້າສູ່ “ເສດຖະກິດສ້າງສັນ” (Creative Economy) ເຊິ່ງເຂົ້າສູ່ທຸກມິຕິ ລວມທັງການບັນເທີງ, ອາຫານ, ການຢາ ແລະ ອຸດສາຫະກຳການທ່ອງທ່ຽວ.
ໃນຄວາມເປັນຈິງ ມັນເປັນເລື່ອງຍາກສໍາລັບຄົນທີ່ຈະກິນອາຫານທີ່ແຕກຕ່າງຈາກສິ່ງທີ່ເຂົາເຈົ້າຄຸ້ນເຄີຍ. ແລະ ເກົາຫຼີກໍບໍ່ເຫັນວ່າຕ້ອງໄດ້ເອົາອາຫານພື້ນບ້ານ ຫຼື ອາຫານບູຮານຂອງຕົນເອງ ມາພະຍາຍາມຂາຍໃຫ້ຄົນຕ່າງຊາດ. ເກົາຫຼີ ຈຶ່ງຫັນໄປທີ່ວັດທະນະທຳການກິນແບບຮ່ວມສະໄໝຢ່າງ ຈືນໄກ່ ແລະ ເບຍ. ເຊິ່ງສາມາດເຈາະຕະຫຼາດໃນຫຼາຍວັດທະນະທໍາ ເຖິງແມ່ນວ່າພວກເຂົາບໍ່ກິນຊີ້ນງົວ ແລະ ໝູ ກ່ອນທີ່ຈະເລີ່ມວາງແຜນຍຸດທະສາດໃນການສະແດງວັດທະນະທໍາດັ່ງກ່າວເຂົ້າໄປໃນຮູບເງົາທີ່ສົ່ງອອກໃນທົ່ວໂລກ.

ຈືນໄກ່ເກົາຫຼີ ແມ່ນແຕກຕ່າງຈາກຈືນໄກ່ຂອງອາເມຣິກາເຊັ່ນ KFC ຫຼື McDonald ທີ່ມັນເປັນຈືນໄກ່ຄືກັນ. ແຕ່ຈືນໄກ່ຂອງເກົາຫຼີນັ້ນໄດ້ປະສົມບາງສິ່ງທີ່ເປັນເອກະລັກສະເພາະໃນວັດທະນະທຳການກິນຂອງປະເທດຕົນ, ນັ້ນກໍຄື “ຊອສ”. ນ້ຳຊອສທີ່ບໍ່ແມ່ນນ້ຳຊອສໃນແບບທີ່ຈຸ່ມເພື່ອຕັດ ຫຼື ເພີ່ມຣົດຊາດ. ແຕ່ເປັນຊອສທີ່ປະສົມກັບຈືນໄກ່ໂດຍກົງ, ຄ້າຍໆກັບ Buffalo Wing ຂອງອາເມຣິກາ. ແຕ່ຊອສທີ່ເກົາຫຼີໃຊ້ ມັນເປັນຣົດຊາດທີ່ເກົາຫຼີພາກພູມໃຈທີ່ຈະນໍາສະເໜີ ນັ້ນກໍຄືຣົດຊາດເຜັດ ທີ່ໄດ້ມາຈາກໝາກເຜັດ ແລະ ພືດທີ່ໃຊ້ໃນກິມຈິ ຫຼື ຊອສຂອງເກົາຫຼີ.

ນອກຈາກນັ້ນ, ຈືນໄກ່ເກົາຫຼີ ຍັງຖືກກິນຄູ່ກັບເຄື່ອງຄຽງຕ່າງໆເຊັ່ນ: ກິມຈິ, ຫົວຜັກກາດດອງ ຫຼື ຜັກທີ່ຕັດຄວາມມັນຂອງໄກ່ໄດ້. ນີ້ເຮັດຈືນໄກ່ຂອງເກົາຫຼີແຕກຕ່າງຈາກຈືນໄກ່ຂອງຕາເວັນຕົກທີ່ມັກກິນກັບຈືນມັນຝຣັ່ງ.

ໃນຂະນະທີ່ເກົາຫຼີເອງບໍ່ໄດ້ຈຳກັດເຄື່ອງດື່ມທີ່ກິນຄູ່ກັບຈືນໄກ່ໄວ້ພຽງແຕ່ “ເບຍ” ແຕ່ກໍເລີ່ມນຳເອົາ ເຫຼົ້າຂາວ, ໂຊຈູ ຫຼື ເຫຼົ້າເກົາຫຼີ ທີ່ມີຣົດຊາດຕ່າງໆ ເພື່ອເຮັດການຕະຫຼາດໃຫ້ເຂົ້າກັບນັກດື່ມທີ່ເປັນແມ່ຍິງ ທີ່ອາດຈະມັກເຄື່ອງດື່ມແບບເບົາໆ ມີກິ່ນຫອມຂອງໝາກໄມ້ ຫຼື ຫວານເລັກໜ້ອຍ.

ດ້ວຍການອອກແບບ ແລະ ຕໍ່ຍອດ ວັດທະນະທຳໃຫ້ມີຄວາມໂດດເດັ່ນ, ເປັນເອກະລັກ ແລະ ເຂົ້າເຖິງໄດ້ງ່າຍ ໂດຍອາໄສອຸດສາຫະກໍາການບັນເທີງເປັນ ເຄື່ອງມື ເພື່ອສົ່ງອອກວັດທະນະທໍາດັ່ງກ່າວ, ຈືນໄກ່ ແລະ ເບຍ ຂອງເກົາຫຼີ ຈຶ່ງໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍ ແລະ ເປັນພາບຈຳໃຫ້ເຮົາເຫັນໃນທຸກມື້ນີ້.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/