ສ.ປ ຈີນ ນຳທຸງຊາດຂອງຕົວເອງໄປປັກໄວ້ເທິງດວງຈັນແລ້ວ ຫຼັງຈາກທີ່ຍານສາງເອີ້ (Chang’e 5) ໄປລົງເກັບຕົວຢ່າງຫີນເທິງດວງຈັນ ເພື່ອກຽມນຳກັບມາສູ່ໂລກໃນຊ່ວງກາງເດືອນນີ້.
ຫຼັງຈາກທີ່ຍານສາງເອີ້ 5 ໄດ້ລົງຈອດໃນບໍລິເວນ Mons Rumker ຂອງທ້ອງທະເລແຫ່ງພາຍຸ ແລະ ໄດ້ເກັບຕົວຢ່າງກັບມາໂລກມາປະມານ 2 ກິໂລກຣາມ ຍານສ່ວນເທິງຂອງສາງເອີ້ ກໍກຳລັງຢູ່ລະຫວ່າງການເດີນທາງກັບມາສູ່ໂລກແລ້ວ ໂດຍຄັ້ງນີ້ເປັນຄັ້ງທຳອິດນັບຕັ້ງແຕ່ປີ 1976 ທີ່ມີຍານນຳຕົວຢ່າງຈາກດວງຈັນກັບມາສູ່ໂລກ.

ແຕ່ກ່ອນທີ່ສາງເອີ້ 5 ຈະທະຍານຂຶ້ນຈາກພື້ນຜິວຂອງດວງຈັນ ໄດ້ມີການຖ່າຍພາບທຸງຊາດຂະໜາດນ້ອຍ ທີ່ຖືກນຳມາຕິດຕັ້ງໄວ້ໃນບໍລິເວນສ່ວນຖານຂອງຍານລົງຈອດ ແລະ ມັນຈະຖືກປ່ອຍໄວ້ເທິງນັ້ນໄປຕະຫຼອດການ ເຊັ່ນດຽວກັບທຸງຊາດຂອງສະຫະລັດອາເມຣິກາ ແລະ ໂຊວຽດ ທີ່ຢູ່ເທິງພື້ນຜິວດວງຈັນມາດົນກວ່າ 40 ປີແລ້ວ.
ຍານດັ່ງກ່າວຈະເດີນທາງກັບມາພ້ອມຕົວຢ່າງໃນວັນທີ 16 ທັນວານີ້ ໂດຍຈະມາລົງຈອດໃນທະເລຊາຍຂອງປະເທດມົງໂກເລຍ ເຊິ່ງສາມາດຮັບຊົມບັນຍາກາດການເດີນທາງຂອງຍານສາງເອີ້ 5 ແບບເຕັມໄດ້ທີ່ : https://youtu.be/O-7XdOg6w8E