ຈີນ ເນັ້ນຍົກລະດັບປະເທດ ຫັນເປັນຜູ້ຄ້າທີ່ມີຄຸນະພາບ


Wang Wentao ລັດຖະມົນຕີວ່າການກະຊວງການຄ້າຂອງຈີນເປີດເຜີຍວ່າ ຈີນຈະພະຍາຍາມຢ່າງເຕັມທີ່ ໃນການປ່ຽນປະເທດໃຫ້ເປັນຜູ້ຄ້າທີ່ມີຄຸນະພາບ ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມທີ່ຈະບັນລຸເປົ້າໝາຍການປະຕິຮູບຈີນໃຫ້ທັນສະໄໝ.

ໃນຂະນະທີ່ ການຄ້າຕ່າງປະເທດຂອງຈີນໄດ້ຫຼຸດພົ້ນແຮງກົດດັນຂອງເສດຖະກິດຂາລົງ ແລະ ສາມາດຟື້ນຕົວໄດ້ຢ່າງເຫຼືອເຊື່ອ ນັບຕັ້ງແຕ່ປີ 2023 ດ້ວຍປະລິມານການນຳເຂົ້າ ແລະ ສົ່ງອອກທີ່ມີສະຖຽນລະພາບ ມີສ່ວນແບ່ງໃນຕະຫຼາດລະຫວ່າງປະເທດທີ່ໝັ້ນຄົງ ໂຄງສ້າງທາງການຄ້າທີ່ເໝາະສົມ ຕະຫຼອດຈົນການມີຄູ່ຄ້າທີ່ຫຼາກຫຼາຍ.

ການຄ້າຕ່າງປະເທດຂອງຈີນປະສົບຜົນສຳເລັດແບບກ້າວກະໂດດ ໂດຍຮັກສາຕຳແໜ່ງປະເທດຜູ້ນຳທາງການຄ້າຊັ້ນນຳຂອງໂລກ ແລະ ກ້າວໄປສູ່ເປົ້າໝາຍໃນການເປັນມະຫາອຳນາດທາງການຄ້າຢ່າງໝັ້ນຄົງ.

ເຖິງຢ່າງໃດກໍຕາມ ຕ້ອງຍອມຮັບວ່າມີຄວາມສ່ຽງ ແລະ ຄວາມທ້າທາຍຕ່າງໆ ເຊັ່ນ: ອຸປະສັກທາງພາຍນອກທີ່ຊົບເຊົາ ແຕ່ສິ່ງສຳຄັນທີ່ຕ້ອງເຮັດຄວາມເຂົ້າໃຈເຊັ່ນກັນກໍຄື ພື້ນຖານທາງເສດຖະກິດທີ່ຈະຮັກສາການເຕີບໂຕໃນໄລຍະຍາວບໍ່ປ່ຽນແປງ.

ການທີ່ຈີນມີກຳລັງການຜະລິດທີ່ແຂງແຮງ ມີໂອກາດດ້ານນະວັດຕະກຳ ມີຂະໜາດຂອງຕະຫຼາດທີ່ໃຫຍ່ ແລະ ມີໂຄງສ້າງພື້ນຖານທີ່ໄດ້ຮັບການພັດທະນາຢ່າງດີ ເຮັດໃຫ້ຈີນມີຂໍ້ໄດ້ປຽບຫຼາຍ ເຊິ່ງມີສ່ວນຊ່ວຍໃນການພັດທະນາການຄ້າຕ່າງປະເທດ ລວມເຖິງຈີນຍັງມີຄວາມໝັ້ນໃຈ ການກຽມພ້ອມເປັນຢ່າງດີ ແລະ ມຸ່ງໝັ້ນທີ່ຈະກ້າວໄປສູ່ການສົ່ງເສີມການຄ້າທີ່ລົ້ນໄປດ້ວຍຄຸນະພາບໃນລະດັບສູງຂຶ້ນ.

ຂໍ້ມູນຈາກ: AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/