ຈີນ-ລາວ ລົງນາມບັນທຶກສົ່ງເສີມດ້ານທ່ອງທ່ຽວວັດທະນະທຳ ແບບອະນຸລັກຄົບວົງຈອນ


ໃນວາລະກອງປະຊຸມເວທີສົນທະນາ ການຮ່ວມມືລາວ-ຈີນ ພາຍໃຕ້ຫົວຂໍ້: ໜຶ່ງແລວ ໜຶ່ງເສັ້ນທາງ ບໍລິສັດ ກຸຍໂຈ ນານຊານ ຮົວຫາວ ເຢ້ຢວນ ການລົງທຶນແຫຼ່ງທ່ອງທ່ຽວວັດທະນະທຳ ຈຳກັດ ແຫ່ງ ສປ ຈີນ ແລະ ບໍລິສັດ ບໍລິເວນ ແຜ່ນດິນຄໍາທ່ອງທ່ຽວ ຈຳກັດ ໄດ້ລົງນາມ ບົດບັນທຶກຄວາມເຂົ້າໃຈ ໂຄງການຮ່ວມມື ສູນການທ່ອງທ່ຽວແບບອະນຸລັກຄົບວົງຈອນ ທີ່ເມືອງປາກຊ່ອງ, ແຂວງຈຳປາສັກ ສປປ ລາວ ແລະ ສວນຈຳລອງວັດທະນະທຳລາວ ທີ່ແຂວງກຸຍໂຈ ທີ່ຈັດຂຶ້ນເມື່ອບໍ່ດົນຜ່ານມາ ທີ່ນະຄອນຫຼວງວຽງຈັນ.

ທ່ານ ລີ ຈິງ (Li Jing) ບໍລິສັດ ກຸຍໂຈ ນານຊານ ຮົວຫາວ ເຢ້ຢວນ ການລົງທຶນແຫຼ່ງທ່ອງທ່ຽວວັດທະນະທຳ ຈຳກັດ ແຫ່ງ ສປ ຈີນ ໄດ້ລາຍງານໃຫ້ຮູ້ກ່ຽວກັບເຫດຜົນ ຂອງການຈະລົງທຶນໃສ່ສູນການທ່ອງທ່ຽວແບບອະນຸລັກຄົບວົງຈອນ ທີ່ເມືອງປາກຊ່ອງ ແຂວງຈຳປາສັກ ເນື່ອງຈາກວ່າຕົນເອງ ໄດ້ລົງສຳຫຼວດພື້ນທີ່ຕົວຈິງ ເຫັນວ່າໃນເຂດດັ່ງກ່າວ ມີຄວາມເໝາະສົມຫຼາຍດ້ານ ເປັນຕົ້ນແມ່ນຄວາມສວຍສົດງົດງາມຂອງທຳມະຊາດ, ການດຳລົງຊີວິດຂອງພໍ່ແມ່ປະຊາຊົນ, ມີອາກາດທີ່ດີ, ມີອາກາດເຢັນ ແລະ ຊັບພະຍາກອນທຳມະຊາດອຸດົມສົມບູນ ເຊິ່ງມີຄວາມຄ້າຍຄືກັນກັບ ແຫຼ່ງທ່ອງທ່ຽວ ຢູ່ກຸຍໂຈ ເມືອງກຸຍຢາງ ສປ ຈີນ, ປັດຈຸບັນສະຖານທີ່ນັ້ນ ແມ່ນໄດ້ຮັບຄວາມນິຊົມຊອບຈາກນັກທ່ອງທ່ຽວ ຈຶ່ງເກີດມີແນວຄິດຢາກນຳເອົາປະສົບການດັ່ງກ່າວນຳມາແບ່ງປັນ ແລະ ຊຸກຍູ້ການພັດທະນາແຫຼ່ງທ່ອງທ່ຽວຂອງ ສປປ ລາວ. ສະນັ້ນ ຕົນເອງຈຶ່ງໄດ້ເລືອກພັດທະນາແຫຼ່ງທ່ອງທ່ຽວຢູ່ເມືອງປາກຊ່ອງ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານ ຂອງສອງປະເທດ ລາວ-ຈີນ ພາຍໃຕ້ຍຸດທະສາດ ໜຶ່ງແລວ ໜຶ່ງເສັ້ນທາງ.

ທ່ານ ລີ ຈິງ ຍັງໃຫ້ຮູ້ອີກວ່າ: ແຜນພັດທະນາແຫຼ່ງທ່ອງທ່ຽວ ໃນເຂດເມືອງດັ່ງກ່າວ, ຈະມີຫຼາຍພາກສ່ວນຮ່ວມກັນ ພັດທະນາເປັນແຫຼ່ງທ່ອງທ່ຽວຄົບວົງຈອນ ກໍຄື ເປັນແຫຼ່ງທ່ອງທ່ຽວທີ່ປະສົມປະສານກັບກະສິກຳ, ການຮັກສາສຸຂະພາບ, ການຜະລິດສິນຄ້າຕ່າງໆ, ໂຄງການດັ່ງກ່າວ ຈະເລີ່ມຈັດຕັ້ງປະຕິບັດໃນປີ 2024 ນີ້ ເຊິ່ງເປັນໄລຍະເປີດປີທ່ອງທ່ຽວ ສປປ ລາວ ຈະໃຊ້ເວລາປະມານ 3-5 ປີ ຈຶ່ງຈະສຳເລັດ. ຖ້າສຳເລັດຕາມແຜນ ໂຄງການດັ່ງກ່າວ ຈະຊຸກຍູ້ການດຳລົງຊີວິດຂອງປະຊາຊົນໃນທ້ອງຖິ່ນໃຫ້ມີລາຍຮັບ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນເປັນກ້າວໆ.

ສໍາລັບ ໂຄງການສວນຈຳລອງວັດທະນະທຳລາວ ທີ່ແຂວງກຸຍໂຈ ຈະນໍາເອົາເອກະລັກວັດທະນະທໍາຂອງລາວ ໄປສ້າງເປັນສວນຈຳລອງວັດທະທະນະທຳເອກະລັກລາວຢູ່ ນານຊານ ອີຈານ ນະຄອນກຸຍຢາງ ເມືອງກຸຍໂຈ ສປ ຈີນ ເພື່ອໃຫ້ປະຊາຊົນຈີນ ໄດ້ຮັບຮູ້ເຖິງເອກະລັກ, ຄວາມງົດງາມຂອງຮີດຄອງປະເພນີຂອງລາວ ແລະ ຈະນໍາເອົາຜະລິດຕະພັນຫົວຄິດປະດິດສ້າງ ຂອງປະຊາຊົນລາວ ເປັນຕົ້ນ ຫັດຖະກຳ, ສິນຄ້າກະສິກຳຕ່າງໆ ໄປວາງສະແດງ ເພື່ອໃຫ້ປະຊາຊົນຈີນ ໄດ້ເຂົ້າມາທ່ຽວຊົມສະຖານທີ່ ແລະ ໃຫ້ເກີດມີຄວາມຄິດຢາກມາທ່ຽວຊົມ, ສຳຜັດອາກາດຂອງລາວຕົວຈິງ ໂດຍສະເພາະຢູ່ເຂດເມືອງປາກຊ່ອງ.

ຂໍ້ມູນຈາກ: ປະເທດລາວ Pathedlao

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/