ຈີນ ມີແຜນໃຊ້ເທັກໂນໂລຢີເຄື່ອງພິມ 3 ມິຕິ ໃນການສ້າງອາຄານເທິງດວງເດືອນ ໃນພາລະກິດ Chang’e 8


ໜັງສືພິມ China Dairy ຂອງຈີນລາຍງານວ່າ ໂຄງການສຳຫຼວດຂອງຈີນມີແຜນຈະໃຊ້ພາລະກິດ Chang’e 8 ເພື່ອເຮັດການສໍາຫຼວດພື້ນທີ່ ລວມເຖິງແຮ່ທາດ ເພື່ອສຶກສາຄວາມເປັນໄດ້ໃນການໃຊ້ເທັກໂນໂລຢີເຄື່ອງພິມ 3 ມິຕິ ໃນການສ້າງອາຄານດ້ວຍວັດສະດຸຈາກດວງເດືອນ ໃນອະນາຄົດ.

ໂດຍ ວູ ເວີຍເຣິນ (Wu Weiren) ຫົວໜ້າຜູ້ອອກແບບໂຄງການສໍາຫຼວດດວງເດືອນຂອງຈີນ ແລະ ຍັງເປັນນັກວິທະຍາສາດຊັ້ນນໍາຂອງອົງການບໍລິຫານອະວະກາດແຫ່ງຊາດຈີນ ເຜີຍວ່າ: “ຈີນຈະສົ່ງຫຸ່ນຍົນສໍາຫຼວດ Chang’e 8 ຕົວທີ 3 ໄປຈອດທີ່ຂວັ້ນໂລກໃຕ້ຂອງດວງເດືອນ ເພື່ອສໍາຫຼວດສະພາບແວດລ້ອມ ແລະ ແຮ່ທາດ ເພື່ອສຶກສາຄວາມເປັນໄປໄດ້ໃນການໃຊ້ເທັກໂນໂລຢີການພິມ 3 ມິຕິ ໃນການສ້າງອາຄານດ້ວຍວັດສະດຸເທິງດວງເດືອນ”.

ວູ ເວີຍເຣິນ ຍັງລະບຸອີກວ່າ: “ຖ້າເຮົາມີຄວາມຫວັງທີ່ຢາກຈະອາໄສຢູ່ດວງເດືອນ ເປັນໄລຍະເວລາດົນໆ ເຮົາຈຳເປັນຕ້ອງນຳໃຊ້ວັດຖຸດິບຈາກດວງເດືອນໃນການສ້າງສະຖານີຕ່າງໆ”.

ໂດຍຄວາມຄິດທີ່ວ່າໃຊ້ດິນຈາກດວງເດືອນເປັນວັດຖຸດິບໃນການພິມນັ້ນ ໄດ້ເລີ່ມມີອາຈານໃນມະຫາວິທະຍາໄລ ຫຼາຍແຫ່ງຂອງຈີນ ເຊັັ່ນມະຫາວິທະຍາໄລ ຖົງຈີ້ ໃນຊຽງໄຮ້ ແລະ ມະຫາວິທະຍາໄລ ຊີອານ ຈຽວຖົງ ໃນແຊວງຊານຊີ ໄດ້ເລີ່ມສຶກສາຄວາມເປັນໄປໄດ້ໃນການໃຊ້ເຄື່ອງພິມ 3 ມິຕິ ເທີງດວງເດືອນກັນແລ້ວ.

ວູ ເວີຍເຣິນ ເຜີຍອີກວ່າ ພາລະກິດຕໍ່ໄປ ໃນປີ 2025 ຈີນຈະສົ່ງເຮືອບິນອະວະກາດ Chang’e 6 ໄປລົງຈອດຢູ່ອີກຝາກໜຶ່ງຂອງດວງເດືອນ ເພື່ອເກັບຕົວຢ່າງເຊັ່ນ ດິນ ແລະ ຫີນ ເທິງດວງເດືອນກັບໂລກ. ຈາກນັ້ນ ຈະສົ່ງ Chang’e 7 ໄປລົງຈອດທີ່ຂວັ້ນໂລກໃຕ້ຂອງດວງເດືອນ ເພື່ອສໍາຫຼວດຮ່ອງຮອຍຂອງນ້ໍາ, ສິ່ງແວດລ້ອມ, ສະພາບດິນຟ້າອາກາດ ແລະ ລັກສະນະດິນ.

ໂດຍຢ້ອນກັບໄປກ່ອນໜ້ານີ້ ໃນປີ 2019 ຈີນສາມາດສົ່ງຫຸ່ນສຳຫຼວດ Chang’e 4 ລົງໄປ ຈອດໃນຫຼຸມອຸກະບາດ (Von Karman) ເພື່ອສໍາຫຼວດພື້ນທີ່ດ້ານໄກຂອງດວງເດືອນໄດ້ສຳເລັດ. ກ່ອນທີ່ໃນປີ 2020 ຈີນຈະສົ່ງຫຸ່ນສຳຫຼວດ Chang’e 5 ລົງຈອດ ແລະ ເກັບຕົວຢ່າງຈາກພື້ນທີ່ດ້ານໄກຂອງດວງເດືອນມາໄດ້ສຳເລັດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/