ຈີນ ພ້ອມສົ່ງເສີມພັດທະນາກະສິກຳຢູ່ ສປປ ລາວ ແລ້ວສົ່ງອອກສູ່ຕະຫຼາດຈີນ


ໃນວັນທີ 6 ມິຖຸນາ 2023, ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ສປປ ລາວ, ສູນວິໄຈພັນພືດເຂດ ຮ້ອນອາຊີໃຕ້ ຂອງສະຖາບັນວິທະຍາສາດກະສິກຳເຂດຮ້ອນແຫ່ງ ສປ ຈີນ ແລະ ບໍລິສັດ ເສສວນຢາງກວ່າງເຈ່ຍລັນ ພັດທະນາກະສິກຳ ຍຸກສະໄໝໃໝ່ ຈໍາກັດ ໄດ້ປຶກສາຫາລືກັບຝ່າຍຈີນ ຢູ່ທີ່ສະຖາບັນວິທະຍາສາດ ກະສິກຳເຂດຮ້ອນແຫ່ງ ສປ ຈີນ ກ່ຽວກັບການຊ່ວຍພັດທະນາຄວາມທັນສະໄໝທາງດ້ານກະສິກໍາໃຫ້ແກ່ປະເທດລາວ, ທີ່ລະບຸໄວ້ໃນບົດບັນທຶກຄວາມເຂົ້າໃຈ ການຮ່ວມມືດ້ານເທັກໂນໂລຢີການກະສິກຳ (MOU) ທີ່ໄດ້ລົງນາມໃນເດືອນມີນາ ປີ 2023.

ໃນກອງປະຊຸມ, ທຸກຝ່າຍໄດ້ຜ່ານການຄົ້ນຄວ້າ ແລະ ປຶກສາຫາລື ເຫັນດີກໍານົດເອົາ ການນຳເຂົ້າເທັກໂນໂລຢີດ້ານກະສິກຳທີ່ທັນສະໄໝ ແລະ ປະສົບການການບໍລິຫານຄຸ້ມຄອງວິສາຫະກິດ ໂດຍນໍາໃຊ້ທ່າແຮງດ້ານຊັບພະຍາກອນທຳມະຊາດທາງກະສິກຳຂອງລາວ, ສ້າງມາດຕະຖານທີ່ກ່ຽວຂ້ອງ ກ່ຽວກັບຕ່ອງໂສ້ອຸດສາຫະກໍາລວມ ຮອບດ້ານທາງດ້ານກະສິກຳເຂດຮ້ອນ, ສ້າງເວທີການຄ້າຂ້າມແດນ ສຳລັບສິນຄ້າກະສິກຳ ແລະ ສົ່ງເສີມການພັດທະນາແບບດິຈິຕອລ ທາງດ້ານກະສິກຳເຂດຮ້ອນລະຫວ່າງ ຈີນ-ລາວ, ຊຸກຍູ້ການຮ່ວມມືດ້ານກະສິກຳລະຫວ່າງ ຈີນ-ລາວ, ການຮ່ວມມືວິສາຫະກິດການຄ້າ, ຊ່ວຍຊຸກຍູ້ທິດທາງການພັດທະນາກະສິກຳ ແລະ ການຄ້າທາງສິນຄ້າ ກະສິກຳລະຫວ່າງ ຈີນ-ລາວ ອອກສູ່ສາກົນ. ນອກຈາກນັ້ນ, ພາຍໃຕ້ຫຼັກການບົນພື້ນຖານການຮ່ວມກັນປຶກສາຫາລື, ຮ່ວມກັນສ້າງ ແລະ ຮ່ວມກັນແບ່ງປັນ, ອີງຕາມສັນຍາການຮ່ວມມືດ້ານເທັກໂນໂລຢີການກະສິກຳ (MOU) ໄດ້ກໍານົດການປະຕິບັດງານ ໂຄງການຄົ້ນຄວ້າວິໄຈດ້ານກະສິກຳ, ນະວັດຕະກຳເທັກໂນໂລຢີເຄື່ອງກົນຈັກການກະເສດໃໝ່, ການສ້າງແນວພັນຄຸນະພາບພືດເຂດຮ້ອນ, ສ້າງເຂດພື້ນທີ່ສາທິດເພາະປູກພືດເຂດຮ້ອນ, ສ້າງສູນເຝິກອົບຮົມບຸກຄະລາກອນທາງດ້ານກະສິກໍາຂອງລາວ ແລະ ສ້າງລະບົບມາດຕະຖານແບບບູລະນາການໃນການກວດສອບ ແລະ ຮັບຮອງແບບຕ່ອງໂສ້ອຸດສາຫະກຳຮອບດ້ານກະສິກຳເຂດຮ້ອນ ແລະ ແຜນການ-ເປົ້າໝາຍການຮ່ວມມືຂອງສາມຝ່າຍ.

ສາມຝ່າຍໄດ້ກ່າວວ່າ: ຈະປະຕິບັດຕາມຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”, ຢຶດໝັ້ນໃນການຮ່ວມມືຢ່າງ ສັນຕິ, ເປີດກວ້າງ, ຮຽນຮູ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ. ມີຜົນປະໂຫຍດຮ່ວມກັນແບບຕ່າງຝ່າຍຕ່າງ ໄດ້ຮັບໄຊຊະນະ, ຢຶດໝັ້ນແນວຄິດພັດທະນາແບບສີຂຽວ, ຄວ້າໂອກາດ ໃນການດໍາເນີນງານ RCEP ແລະ ຂັບເຄື່ອນດ້ວຍນະວັດຕະກໍາໃໝ່, ຖືເອົາ ບໍລິສັດ ຢາງກວ່າງເຈ່ຍລັນ (ລາວ) ສວນອຸດສາຫະກໍາພັດທະນາກະສິກໍາລະບົບນິເວດ ເປັນແກນກາງໃນການຈັດຕັ້ງດໍາເນີນງານຕາມເນື້ອໃນສັນຍາ ການຮ່ວມມືດ້ານເທັກໂນໂລຢີການກະສິກຳ (MOU), ຍົກສູງຄຸນະພາບ ເພື່ອໃຫ້ບັນລຸແຜນເປົ້າໝາຍຕ່າງໆຕາມທີ່ກ່າວຂ້າງເທິງ, ນໍາໃຊ້ພູມປັນຍາຂອງຈີນ ຊ່ວຍຊຸກຍູ້ການພັດທະນາ ແລະ ປະດິດສ້າງໃໝ່ໃຫ້ ແກ່ກະສິກຳຈີນ-ລາວ, ຮ່ວມສົ່ງເສີມປົກປັກຮັກສາລະບົບນິເວດ ແລະ ເສດຖະກິດພາກພື້ນ, ສົ່ງເສີມການພັດທະນານະວັດຕະກໍາແບບສີຂຽວ ແລະ ຄວາມທັນສະໄໝຂອງ ຈີນ-ລາວ ໃນດ້ານເທັກໂນໂລຢີກະສິກຳ, ການລົງທຶນດ້ານກະສິກຳ, ການຄ້າດ້ານກະສິກໍາ ແລະ ອຸດສາຫະກຳກະສິກໍາຢ່າງຈິງຈັງ ເພື່ອອຸທິດຜົນງານ ແລະ ສ້າງປະຊາຄົມຄູ່ຮ່ວມຊະຕາກໍາມວນມະນຸດໂລກ ບົນພື້ນຖານຂອງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”.

ຂໍ້ມູນຈາກ: https://cutt.ly/5wegMTuh

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/