ນັບຕັ້ງແຕ່ມີລາຍງານອອກມາວ່າ ຈີນກຳລັງກະກຽມທີ່ຈະຜ່ອນຄາຍມາດຕະການຕ່າງໆກ່ຽວກັບ ໂຄວິດ-19 ແລະ ເປີດປະເທດຫຼາຍປະເທດ ໂດຍສະເພາະ ອາເມຣິກາ, ຍີ່ປຸ່ນ, ເກົາຫຼີໃຕ້, ອອສເຕຣເລຍ ແລະ ໄຕ້ຫວັນ ຕ່າງກໍໄດ້ມີການປະກາດໃຊ້ມາດຕະການຄຸມເຂັ້ມກ່ຽວກັບການກວດຄົນເຂົ້າເມືອງໂດຍແນໃສ່ສະເພາະນັກທ່ອງທ່ຽວທີ່ມາຈາກຈີນ ໂດຍອ້າງເຫດຜົນເລື່ອງການແຜ່ລະບາດຂອງພະຍາດໂຄວິດ-19 ໃນຈີນນັ້ນຍັງເພີ່ມສູງຂຶ້ນ.
ຫຼ້າສຸດທາງການຈີນກໍໄດ້ອອກມາຕອບໂຕ້ ແລະ ລະບຸວ່າ ມາດຕະການຄຸມເຂັ້ມຕ່າງໆເຫຼົ່ານັ້ນບໍ່ຢູ່ເທິງພື້ນຖານຂອງຄວາມເປັນຈິງ ແລະ ເປັນພຽງການສວຍໃຊ້ໂອກາດສ້າງໃຫ້ເປັນບັນຫາການເມືອງ ຂອງບາງປະເທດ ທີ່ບໍ່ຫວັງດີກັບຈີນເທົ່ານັ້ນ.

ໂດຍ ນາງ ໝາວໜີງ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ອອກມາລະບຸໃນການຖະແຫຼງຂ່າວເມື່ອວັນທີ 3 ມັງກອນທີ່ຜ່ານມານີ້ວ່າ: “ເມື່ອບໍ່ດົນມານີ້ໄດ້ມີຜູ້ຊ່ຽວຊານດ້ານອະນາໄມ ແລະ ສຸຂະພາບຂອງຫຼາຍປະເທດໃຫ້ຮູ້ວ່າ ເຊື້ອພະຍາດໂຄວິດ-19 ທີ່ພວມແຜ່ລະບາດຢູ່ຈີນນັ້ນເຄີຍແຜ່ລະບາດຢູ່ບ່ອນຕ່າງໆໃນທົ່ວໂລກມາກ່ອນໜ້ານີ້ແລ້ວ, ເຊິ່ງຢູ່ບ່ອນຕ່າງໆກໍອາດຈະເກີດເຊື້ອພະຍາດສາຍພັນໃໝ່ໄດ້, ສະນັ້ນບໍ່ຈໍາເປັນນໍາໃຊ້ມາດຕະການຈໍາກັດການເຂົ້າປະເທດທີ່ແນໃສ່ຈີນເປັນພິເສດ”.

“ຝ່າຍຈີນມີທັດສະນະຢ່າງສະເໝີຕົ້ນສະເໝີປາຍວ່າ ມາດຕະການປ້ອງກັນ ແລະ ຄວບຄຸມພະຍາດຂອງປະເທດຕ່າງໆຄວນອີງຕາມຫຼັກວິທະຍາສາດ ແລະ ມີລະດັບທີ່ເໝາະສົມ, ບໍ່ຄວນສວຍໃຊ້ໂອກາດສ້າງໃຫ້ເປັນບັນຫາການເມືອງ, ບໍ່ຄວນມີການປະພຶດທີ່ຈໍາແນກ ແລະບໍ່ຄວນສ້າງຜົນກະທົບຕໍ່ການໄປມາຫາສູ່ກັນກໍຄືການແລກປ່ຽນ ແລະ ການຮ່ວມມືທີ່ເປັນປົກກະຕິລະຫວ່າງປະຊາຊົນ”.
“ນັບຕັ້ງແຕ່ໂຣກລະບາດໂຄວິດ-19 ເລີ່ມຕົ້ນມາ, ຈີນໄດ້ເຂົ້າຮ່ວມການຮ່ວມມືສາກົນຕ້ານໂຣກລະບາດຢ່າງຕັ້ງໜ້າ ແລະ ໄດ້ໃຫ້ຂໍ້ມູນທີ່ອີງຕາມການປ່ຽນແປງຫຼ້າສຸດຂອງສະຖານະການໂຄວິດ ແລະ ສະພາບການຕົວຈິງທີ່ເຮົາໄດ້ກຳລັງປະເຊີນຢູ່, ອຳນາດການປົກຄອງຂອງຈີນໄດ້ພະຍາຍາມແບ່ງປັນຂໍ້ມູນໃຫ້ທັນການ ແລະ ມີຄວາມໂປ່ງໃສ ຖືກຕ້ອງຕາມລະບຽບກົດໝາຍ ຕະຫຼອດມາ”.

ນາງ ໝາວໜີງ ຍັງກ່າວເສີມອີກວ່າ: “ຝ່າຍຈີນຈະສືບຕໍ່ປັບປຸງມາດຕະການປ້ອງກັນ ແລະ ຄວບຄຸມພະຍາດໂດຍອີງຕາມສະຖານະການແຜ່ລະບາດຂອງພະຍາດໂຄວິດ-19, ເພື່ອສ້າງເງື່ອນໄຂທີ່ດີກວ່າເກົ່າໃຫ້ແກ່ການໄປມາຫາສູ່ກັນທີ່ປອດໄພ, ປອດໃສ ແລະ ມີຄວາມເປັນລະບຽບຮຽບຮ້ອຍຂອງປະຊາຊົນທັງພາຍໃນແລະຕ່າງປະເທດ, ຮັບປະກັນການແລກປ່ຽນ ແລະ ການຮ່ວມມືກັບພາຍນອກໃຫ້ດີກວ່າເກົ່າ”.

ຢ່າງໃດກໍຕາມ ສະຫະລັດ ອາເມຣິກາ ກໍເບິ່ງວ່າ ຈີນຂາດຄວາມໂປ່ງໃສໃນການໃຫ້ຂໍ້ມູນຂອງຜູ້ຕິດເຊື້ອ ໂຄວິດ-19 ແລະ ຍັງມີຄວາມສ່ຽງເລື່ອງເຊື້ອພະຍາດກາຍພັນ ສະຫະລັດອາເມຣິກາ ຈຶ່ງມີຄວາມຈຳເປັນໃນການໃຊ້ມາດຕະການປ້ອງກັນ ແລະ ຄວບຄຸມ ກວດສອບ ນັກທ່ອງທ່ຽວທີ່ມາຈາກຈີນຢ່າງລະອຽດ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/