ເຈົ້າແຂວງສະຫວັນນະເຂດອັດສີດນັກກິລາຜູ້ທີ່ມີຜົນງານດີເດັ່ນໃນຊຽງຂວາງເກມ 995 ລ້ານກີບ

ເຈົ້າແຂວງສະຫວັນ

ແຂວງສະຫວັນນະເຂດ ໄດ້ຈັດການສະຫຼຸບຜົນສໍາເລັດຂອງ ການເຂົ້າຮ່ວມງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງເປັນເຈົ້າພາບ ຫຼື ຊຽງຂວາງເກມ ໃນວັນທີ 30 ທັນວາ 2022 ພາຍຫຼັງທີ່ຄະນະນັກກິລາໄດ້ເຂົ້າຮ່ວມ ແຂ່ງຂັນແຕ່ວັນທີ 13-22 ທັນວາ 2022 ມີຄະນະນັກກິລາ ຈາກ 22 ພາກສ່ວນທົ່ວປະເທດ; ໃນ ນັ້ນມີ 4 ກະຊວງ, 1 ນະຄອນຫຼວງວຽງຈັນ ແລະ 17 ແຂວງ, ສໍາລັບແຂວງສະຫວັນນະເຂດເຮົາ ໄດ້ສົ່ງເຂົ້າ 19 ປະເພດກິລາ, ມີຈໍານວນພົນທັງໝົດ 336 ຄົນ, ຍິງ 105 ຄົນ. ໃນນັ້ນ, ນັກກິລາ 234 ຄົນ, ຍິງ 94 ຄົນ, ຄູເຝິກ 53 ຄົນ, ຄະນະສະຫະພັນ 17 ທ່ານ, ແພດ 6 ທ່ານ, ການນໍາ 10 ທ່ານ, ກອງເລຂາ, ເສດຖະກິດ ແລະ ສື່ມວນຊົນ 16 ທ່ານ; ທີ່ມີການຊິງຫຼຽນຄໍາທັງໝົດ 361 ຫຼຽນ, ຫຼຽນເງິນ 361 ຫຼຽນ, ຫຼຽນທອງ 541 ຫຼຽນ.

ເຈົ້າແຂວງສະຫວັນ

ຈາກຜົນສໍາເລັດໃນການເຂົ້າຮ່ວມການແຂ່ງຂັນທັບນັກກິລາແຂວງສະຫວັນນະເຂດ ແມ່ນສາມາດສ້າງຜົນງານໄດ້ຢ່າງໜ້າພໍໃຈ ຈັດຢູ່ລຳດັບທີ 5 ຕາຕະລາງການແຂ່ງຂັນ ຍາດຫຼຽນຄໍາໄດ້ 24 ຫຼຽນ, ໄດ້ຈາກກິລາແລ່ນ-ລານ ມີ 8 ຫຼຽນ, ລອຍນໍ້າ 5 ຫຼຽນ, ຢູໂດ 2 ຫຼຽນ, ປັນຈັກສີລັດ 2 ຫຼຽນ, ຍິງທະນູ 2 ຫຼຽນ, ລົດຖີບ 2 ຫຼຽນ, ມວຍລາວ 1 ຫຼຽນ, ເທຄວັນໂດ 1 ຫຼຽນ, ເທັນນິດ 1 ຫຼຽນ; ຫຼຽນເງິນ 32 ຫຼຽນໄດ້ແກ່ກິລາ ແລ່ນ-ລານ 7 ຫຼຽນ, ລອຍນໍ້າ 7 ຫຼຽນ, ຢູໂດ 4 ຫຼຽນ, ປັນຈາສີລັດ 2 ຫຼຽນ, ເທຄວັນໂດ 4 ຫຼຽນ, ມວຍລາວ 1 ຫຼຽນ, ເທັນນິດ 1 ຫຼຽນ, ມວຍສາກົນ 1 ຫຼຽນ, ຄາລາເຕໂດ 1 ຫຼຽນ, ບານສົ່ງຍິງ 1 ຫຼຽນ, ເບຕັງ 1 ຫຼຽນ, ກັອບ 1 ຫຼຽນ, ດອກປີກໄກ່ 1 ແລະ ຫຼຽນທອງ 37 ຫຼຽນ ໄດ້ແກ່ແລ່ນ-ລານ 4 ຫຼຽນ, ລອຍນໍ້າ 5 ຫຼຽນ, ຢູໂດ 5 ຫຼຽນ, ປັນຈັກສີລັດ 3 ຫຼຽນ, ຍິງທະນູ 3 ຫຼຽນ, ລົດຖີບ 1 ຫຼຽນ, ເທຄວັນໂດ 1 ຫຼຽນ, ມວຍລາວ 2 ຫຼຽນ, ເທັນນິດ 1 ຫຼຽນ, ມວຍສາກົນ 2 ຫຼຽນ, ຄາລາເຕໂດ 1 ຫຼຽນ, ກະຕໍ້ 6 ຫຼຽນ, ຍິງປືນ 2 ຫຼຽນ, ບານບ້ວງ 1 ຫຼຽນ ລວມທັງໝົດໄດ້ 93 ຫຼຽນ.

ເຈົ້າແຂວງສະຫວັນ

ນີ້ແມ່ນຜົນງານຂອງທັບນັກກິລາແດນພໍ່ກະດວດຜູ້ລືນາມ ທີ່ໄດ້ສ້າງຊື່ສຽງມາສູ່ປິຕິພູມ ໂດຍທ່ານເຈົ້າແຂວງສະຫວັນນະເຂດ ຈຶ່ງຕັດສິນໃຈມອບເງິນອັດສີດຈໍານວນ 995 ລ້ານກີບ ເພື່ອເປັນຂວັນກຳລັງໃຈໃຫ້ນັກກິລາ ແລະ ຄະນະຄູເຝິກທີ່ສ້າງຜົນງານ ເພື່ອແຂວງໃນຄັ້ງນີ້. ໃນນັ້ນ ໃຫ້ເປັນຄ່າບໍາເໜັດນັກກິລາທີ່ມີຜົນງານຍາດຫຼຽນປະເພດ ຕ່າງໆມາໄດ້ຈໍານວນ 822 ລ້ານກີບ ແລະ ບໍາເໜັດຄູເຝິກຈໍານວນ 137 ລ້ານກີບ.

ໃຫ້ປະເພດ ກິລາແລ່ນ-ລານຈໍານວນ 258,4 ລ້ານກີບ; ລອຍນໍ້າ 161 ລ້ານ, ຢູໂດ 81,6 ລ້ານ, ປັນຈັກສີລັດ 56 ລ້ານ, ຍິງທະນູ 41,4 ລ້ານ, ລົດຖີບ 30,4 ລ້ານ, ເທຄວັນໂດ 51 ລ້ານ, ມວຍລາວ-ມວຍສາກົນ 47,4 ລ້ານ, ເທັນນິດ 36,8 ລ້ານ, ຄາລາເຕໂດ 12,8 ລ້ານ, ບານສົ່ງຍິງ 72 ລ້ານ, ກ໊ອບ 24 ລ້ານ, ເປຕັງຊາຍ 24 ລ້ານ, ດອກປີກໄກ່ 12 ລ້ານ, ກະຕໍ້ 26,4 ລ້ານ ແລະ ຍິງປືນ 19,8 ລ້ານກີບ ໂດຍມີທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ພ້ອມການນໍາຂັ້ນແຂວງໃຫ້ກຽດມອບ ຂອງຂວັນ ແລະ ຮາງວັນ ດ້ວຍ ການເຂົ້າຮ່ວມຈາກຂະແໜງການ ແລະນັກກິລາ.

ຂໍຊົມເຊີຍນັກກິລາທຸກຄົນ ແລະ ຂໍໃຫ້ຕັ້ງໃຈເຝິກຝົນຫຼໍ່ຫຼອມສີມືຕໍ່ໄປ ກຽມພ້ອມເຂົ້າແຂ່ງຂັນໃນຄັ້ງທີ 12 ທີ່ນະຄອນຫຼວງວຽງຈັນຈະເປັນເຈົ້າພາບໃນປີ 2025 ໃຫ້ໄດ້ໝາກຜົນດີກວ່າເກົ່າ.

ເຈົ້າແຂວງສະຫວັນ

ຂອບໃຈຂໍ້ມູນຈາກ: https://bit.ly/3ii6tIT

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/