ຈີນພະຍາຍາມປິດສຽງຂອງເຫຍື່ອທີ່ຖືກຄຸກຄາມທາງເພດ


ກົດໝາຍວ່າດ້ວຍການຄຸກຄາມທາງເພດໃນ ສປ ຈີນນັ້ນເຫັນໄດ້ໜ້ອຍຫຼາຍ. ເຊິ່ງກໍລະນີທີ່ຜ່ານມານີ້ເປັນເລື່ອງລາວຄະດີຂອງ Zhou Xiaoxuan  ຜູ້ທີ່ຖືກຄຸກຄາມທາງເພດໂດຍດາລາດັງໃນປະເທດ. ເຫດການດັ່ງກ່າວໄດ້ເຮັດໃຫ້ເກີດການເຄື່ອນໄຫວຂອງ #MeToo ໃນໂລກອອນລາຍ, ມັນໄດ້ດຶງຄວາມສົນໃຈຈາກທົ່ວໂລກຕໍ່ບັນຫາຄວາມບໍ່ເທົ່າທຽມທາງເພດເຊິ່ງສື່ເຖິງຄວາມກ້າວໜ້າໃນປະເທດ.

ໃນປີ 2014 Zhou Xiaoxuan ໃຫ້ການຕໍ່ສານວ່າ ຕົນເອງໄດ້ຖືກພິທິກອນດັງ Zhu Jun ຈັບບາຍ ແລະ ບັງຄັບຈູບໃນຫ້ອງແຕ່ງຕົວ. ຕົວ Zhu Jun  ນັ້ນເປັນຜູ້ດຳເນີນລາຍການລະດັບປະເທດຢ່າງ CCTV ແລະ Zhou Xiaoxuan ເປັນພຽງຜູ້ຝຶກງານ. ແຕ່ສາມປີຕໍ່ມາ, ການຕໍ່ສູ້ຂອງລາວກໍໄປຮອດທາງຕັນເມື່ອສານໄດ້ຍົກຟ້ອງຄະດີພ້ອມລະບຸວ່າບໍ່ມີຫຼັກຖານພຽງພໍ.

ໃນຂະນະການໄຕ່ສວນ, ສານໃຫ້ໂອກາດ Zhou Xiaoxuan  ໄດ້ເວົ້າໜ້ອຍ ພ້ອມທັງຂັດຂວາງເວລາທີ່ລາວກຳລັງສະເໜີຫຼັກຖານມາຢືນຢັນເຊັ່ນ: ການຍົກວີດີໂອຈາກກ້ອງວົງຈອນທີ່ຢູ່ທາງນອກຂອງຫ້ອງແຕ່ງຕົວ ແລະ ຮູບຖ່າຍຂອງຕົນກັບພິທີກອນ. ນອກຈາກນີ້ຍັງໄດ້ສົ່ງຫຼັກຖານກໍຄືຊຸດທີ່ຕົນເອງໄດ້ໃສ່ໃນວັນສຳພາດ ແຕ່ຜົນກວດບອກວ່າບໍ່ພົບດີເອັນເອຂອງ Zhu Jun.

ໃນຕອນນັ້ນ Zhou Xiaoxuan ເປັນພຽງຜູ້ຝຶກງານ ແລະ ຕ້ອງການສຳພາດພິທີກອນດັງຢ່າງ Zhu Jun. ລາວໄດ້ຂໍເຂົ້າໄປສຳພາດໃນຫ້ອງແຕ່ງຕົວກັບຜູ້ເປັນພິທີກອນນັ້ນ ແຕ່ຖືກລວນລາມເປັນເວລາ 50 ນາທີ ບໍ່ວ່າຈະເປັນການຈັບບາຍ ແລະ ການຈູບ ເຊິ່ງກໍໄດ້ຖືກຂັດຈັງຫວະໂດຍພະນັກງານທີ່ຍ່າງເຂົ້າມາບາງຄັ້ງ. ເຖິງແມ່ນວ່າຕົນເອງຈະພະຍາຍາມຂັດຂືນຈົນໜີອອກມາໄດ້ແລ້ວກໍຕາມ, ຕອນນັ້ນ Zhou Xiaoxuan ອາຍຸພຽງ 21 ປີ ທັງຮູ້ສຶກຢ້ານ ແລະ ອາຍຈົນບໍ່ກ້າເວົ້າອອກມາໃຫ້ເຈົ້າໜ້າທີ່ຟັງ. ບວກກັບຄວາມຢ້ານກົວຕໍ່ອິດທິພົນຂອງພິທີກອນດັງວ່າຈະສົ່ງຜົນເສື່ອມເສຍຕໍ່ໜ້າວຽກຕົນເອງ. ຫຼັງຈາກມື້ນັ້ນ, ລາວຈຶ່ງໄດ້ຕັດສິນໃຈໄປແຈ້ງຄວາມກັບຕຳຫຼວດ ແຕ່ພວກເຂົາກໍບອກໃຫ້ເກັບໄວ້ເປັນຄວາມລັບ ເນື່ອງຈາກ Zhu Jun ເປັນຕົວຢ່າງຂອງ ”ຜູ້ໃຫ້ພະລັງງານບວກ” ແກ່ປະເທດ, ດັ່ງນັ້ນຈະທໍາລາຍຊື່ສຽງຂອງ Zhu Jun ບໍ່ໄດ້.

Zhu Jun ເປັນອະດີດສະມາຊິກຂອງສຳມະນາທີ່ປຶກສາທາງດ້ານການເມືອງຂອງ ສປ ຈີນ ແລະ ເປັນທີ່ຮູ້ຈັກໂດຍການດຳເນີນລາຍການ Gala ປີໃໝ່ຈີນຜ່ານຊ່ອງທາງທີ່ຄົນໃນປະເທດເບິ່ງຫຼາຍທີ່ສຸດກໍຄື CCTV. ໃນຊັ້ນສານ, ພິທີກອນດັງໄດ້ປະຕິເສດທຸກຂໍ້ກ່າວຫາຜ່ານທະນາຍຂອງຕົນເອງຈົນຊະນະຄະດີ.

Zhou Xiaoxuan ທີ່ໄດ້ຮັບການສະໜັບສະໜູນຈາກໂລກອອນລາຍໃນເວັບໄຊເວີຍປໍ ໄດ້ສ້າງກຸ່ມຊຸມຊົນພາຍໃຕ້ຊື່ Xianzi ໃນປີ 2018. ມີຫຼາຍຄົນມາແບ່ງປັນປະສົບການການຖືກຄຸກຄາມທາງເພດເຊັ່ນກັນຜ່ານ #MeToo ແຕ່ພາຍຫຼັງບັນຊີໃຊ້ງານຂອງຕົນເອງ ແລະ ຜູ້ສະໜັບສະໜູນຖືກບລັອກທັງໝົດ ຈຶ່ງເຮັດໃຫ້ Zhou Xiaoxuan ບໍ່ມີຫົນທາງຊ່ວຍເຫຼືອ.

ສື່ໃນໂລກອອນລາຍຂອງລາວຢ່າງ Xianzi ກໍໄດ້ຖືກຕຳໜິໂດຍກຸ່ມຊາດນິຍົມຜ່ານອິນເຕີເນັດ ໂດຍຖືກກ່າວຫາວ່າສົມຮູ້ຮ່ວມຄິດກັບກອງກຳລັງຈາກຕ່າງປະເທດ ເພື່ອປຸກປັ່ນການຜິດຖຽງໃຫ້ສັງຄົມແຕກແຍກ.

ຄະດີຂອງ Zhou Xiaoxuan ບໍ່ແມ່ນຄະດີທຳອິດ. ຜູ້ຊ່ຽວຊານໄດ້ໃຫ້ຂໍ້ມູນວ່າຄະດີການຄຸກຄາມທາງເພດນັ້ນມີເງື່ອນໄຂໃນຫຼັກຖານສູງເຊັ່ນ: ການມີວີດີໂອ ແລະ ຮູບຖ່າຍໃນຂະນະທີ່ເກີດເຫດ ເຊິ່ງສົ່ງຜົນໃຫ້ຫຼາຍຄະດີໄປບໍ່ຮອດຂັ້ນສານ.

ສຸດທ້າຍເຫຍື່ອກໍບໍ່ໄດ້ຮັບຄວາມຍຸຕິທຳ ແລະ ຈຳເປັນຕ້ອງເປີດເຜີຍເລື່ອງລາວລົງໃຫ້ສັງຄົມໄດ້ຮັບຮູ້ ເພື່ອຈະໄດ້ຮຽກຮ້ອງໃຫ້ສົນໃຈສຽງຂອງພວກເຂົາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/