ກະຊວງປ້ອງກັນປະເທດ ອາເມຣິກາ ຕັດສິນໃຈ ສົ່ງເຮືອບິນສູ້ຮົບ F22 ອອກໄປທຳລາຍບອລລູນຂອງຈີນ ທີ່ຫຼົງລອຍເຂົ້າມາໃນພື້ນທີ່ສຳຄັນດ້ານຄວາມໝັ້ນຄົງຂອງອາເມຣິກາ ໂດຍອ້າງວ່າ ບອລລູນລູກດັ່ງກ່າວ ແມ່ນເປັນບອລລູນທີ່ໃຊ້ສອດແນມຂອງຈີນ.
ໂດຍທາງການສະຫະລັດໃຫ້ເຫດຜົນທີ່ບໍ່ຍິງໃຫ້ຕົກແຕ່ທຳອິດວ່າ ເປັນເລື່ອງຄວາມປອດໄພຂອງປະຊາຊົນ. ສະນັ້ນ, ທາງກອງທັບຈຶ່ງໄດ້ເຝົ້າຕິດຕາມຢ່າງໃກ້ຊິດ ແລະ ລໍຖ້າເວລາທີ່ເໝາະສົມກໍຄື ຕອນທີ່ບອລລູນລອຍໄປຢູ່ເໜືອຂອງມະຫາສະໝຸດ ແອັດແລນຕິກ ທີ່ໄຮ້ຜູ້ຄົນ ທາງກອງທັບຈຶ່ງໄດ້ເຮັດການທຳລາຍ ບອລລູນລູກດັ່ງກ່າວທັນທີ.

ປັດຈຸບັນທາງກອງທັບໄດ້ເລີ່ມພາລະກິດເກັບກູ້ຊິ້ນສ່ວນຕ່າງໆ ຂອງບອລລູນກັບມາກວດສອບແລ້ວ ແຕ່ທາງເຈົ້າໜ້າທີ່ຍັງບໍ່ໝັ້ນໃຈວ່າຈະໃຊ້ເວລາໃນການເກັບກູ້ດົນປານໃດ ແລະ ຈະສາມາດເກັບກູ້ຫຍັງກັບຄືນມາໄດ້ແດ່. ໂດຍຊິ້ນສ່ວນຕ່າງໆ ນັ້ນຕົກລົງໄປໃນມະຫາສະໝຸດ ແລະ ກະຈາຍອອກໄປໃນລັດສະໝີ 11 ກິໂລແມັດ.
ພາຍຫຼັງການຕັດສິນໃຈດັ່ງກ່າວຂອງ ສະຫະລັດ ອາເມຣິກາ ທີ່ບໍ່ເຊື່ອຕໍ່ຄຳຊີ້ແຈງຂອງທາງການຈີນ ແລະ ໄດ້ທຳລາຍບອລລູນລູກດັ່ງກ່າວ ທາງການຈີນກໍໄດ້ອອກຖະແຫຼງການທີ່ດຸເດືອດທັນທີ.
ໂດຍທາງການຈີນອອກຖະແຫຼງການລະບຸວ່າ: “ຈີນຂໍສະແດງຄວາມບໍ່ພໍໃຈຢ່າງແຮງ ຂໍປະທ້ວງ ຕໍ່ການຍິງລູກສອນໄຟໃສ່ບອລລູນຂອງຈີນ ການກະທຳຂອງ ວໍຊິງຕັນນັ້ນເປັນການຕອບໂຕ້ເກີນກວ່າເຫດ ແລະ ລະເມີດການປະຕິບັດສາກົນຢ່າງຮ້າຍແຮງ”.

“ຝ່າຍຈີນໄດ້ແຈ້ງໃຫ້ຝ່າຍສະຫະລັດອາເມຣິກາ ຫຼາຍຄັ້ງແລ້ວຫຼັງຈາກການກວດສອບວ່າບອລລູນດັ່ງກ່າວ ແມ່ນສໍາລັບການນໍາໃຊ້ພົນລະເຮືອນ ແລະ ໄດ້ເຂົ້າໄປໃນສະຫະລັດຍ້ອນອຸບັດຕິເຫດ ທີ່ບໍ່ສາມາດຄວບຄຸມໄດ້”.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/