ບໍ່ສົມຄວນ! ນາຍົກລັດຖະມົນຕີ ຍີ່ປຸ່ນ ສັ່ງປົດຜູ້ຊ່ວຍສ່ວນຕົວ ຫຼັງພົບວ່າ ຜູ້ກ່ຽວຕໍ່ຕ້ານກຸ່ມຄົນຫຼາກຫຼາຍທາງເພດ

ບໍ່ສົມຄວນ!

ການຕໍ່ຕ້ານຄວາມຫຼາກຫຼາຍທາງເພດ ຫຼື ການທີ່ບໍ່ເຄົາລົບໃນເພດສະພາບຂອງຄົນອື່ນ ຖືເປັນເລື່ອງທີ່ບໍ່ສາມາດຍອມຮັບໄດ້ ໃນສັງຄົມປັດຈຸບັນ, ຫຼ້າສຸດ ເມື່ອບໍ່ດົນມານີ້ ທ່ານ ຟຸມິໂອະ ຄິຊິດະ ນາຍົກລັດຖະມົນຕີ ຂອງປະເທດຍີ່ປຸ່ນ ໄດ້ສັ່ງປົດ ຊາໂຍຊິ ອາຣາອິ ເລາຂາທິການ ນາຍົກລັດຖະມົນຕີ ໃຫ້ອອກຈາກຕຳແໜ່ງ ຫຼັງພົບວ່າ ຜູ້ກ່ຽວມີຄວາມຄິດຕໍ່ຕ້ານຄວາມຫຼາກຫຼາຍທາງເພດ ຫຼື ກຸ່ມຄົນ LGBTQ+.

ໂດຍລາຍງານເຜີຍວ່າ ຊາໂຍຊິ ອາຣາອິ ເລາຂາທິການ ນາຍົກລັດຖະມົນຕີ ລະບຸວ່າ ລາວບໍ່ສາມາດອົດທົນເບິ່ງຄູ່ຮັກເພດດຽວກັນ ແລະ ບໍ່ສາມາດຢູ່ຮ່ວມກັບຄູ່ຮັກ ເລສບ້ຽນ, ເກ, ໄບເຊັກຊົວ ຫຼື ທຣານເຈັນເດີ້ ໄດ້ ພ້ອມຍັງເຕືອນວ່າຖ້າກົດໝາຍອະນຸຍາດໃຫ້ຄູ່ຮັກເພດດຽວກັນແຕ່ງງານກັນໄດ້ ປະຊາຊົນຄົງຈະໜີອອກຈາກປະເທດຍີ່ປຸ່ນໝົດແທ້ໆ.

ບໍ່ສົມຄວນ!

ຄວາມຄິດເຫັນຂອງ ຊາໂຍຊິ ອາຣາອິ ຄັ້ງນີ້ເກີດຂຶ້ນຫຼັງ ນາຍົກລັດຖະມົນຕີ ສະເໜີຕໍ່ສະພາວ່າ ການແຕ່ງງານຂອງບຸກຄົນເພດກຳເນີດດຽວກັນຕ້ອງພິຈາລະນາຢ່າງຮອບຄອບ ເນື່ອງຈາກຈະສົ່ງຜົນກະທົບຕໍ່ໂຄງສ້າງຄອບຄົວ.

ບໍ່ສົມຄວນ!

ຟຸມິໂອະ ຄິຊິດະ ນາຍົກລັດຖະມົນຕີ ຂອງປະເທດຍີ່ປຸ່ນ ໄດ້ໃຫ້ຄຳເຫັນກ່ຽວກັບ ຊາໂຍຊິ ອາຣາອິ ໄວ້ວ່າ: “ຄວາມຄິດເຫັນຂອງລາວນັ້ນເປັນສິ່ງທີ່ຮັບບໍ່ໄດ້ ແລະ ຍັງບໍ່ສອດຄ່ອງກັບນະໂຍບາຍຂອງຝ່າຍບໍລິຫານ ແລະ ໄດ້ລົງໂທດລາວແລ້ວໂດຍການປົດລາວອອກຈາກຕຳແໜ່ງ”.

ຟຸມິໂອະ ຄິຊິດະ ກ່າວຕື່ມວ່າ:​ “ເຮົາເຄົາລົບໃນຄວາມຫຼາກຫຼາຍ ແລະ ຕ້ອງຄໍານຶງເຖິງສັງຄົມໂດຍລວມ”.

ບໍ່ສົມຄວນ!

ເຫດການດັ່ງກ່າວ ຖືໄດ້ວ່າສ້າງຄວາມສັ່ນສະເທືອນໃຫ້ພາບລັກຂອງຍີ່ປຸ່ນເປັນຢ່າງສູງ ເນື່ອງຈາກປັດຈຸບັນ ຍີ່ປຸ່ນກຳລັງເປັນເຈົ້າພາບ ກຽມຈັດກອງປະຊຸມຜູ້ນຳກຸ່ມປະເທດ G7 ເຊິ່ງໃນປັດຈຸບັນ ຍີ່ປຸ່ນເປັນປະເທດດຽວໃນກຸ່ມປະເທດ G7 ທີີ່ຍັງບໍ່ມີກົດໝາຍຮັບຮອງໃຫ້ບຸກຄົນເພດດຽວກັນສາມາດແຕ່ງງານກັນໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/