ຈາກເປືອກຫອຍທີ່ເຫຼືອຖິ້ມຈາກການເປັນອາຫານ ກາຍມາເປັນວັດສະດຸກໍ່ສ້າງທີ່ເປັນມິດກັບສິ່ງແວດລ້ອມ


ເຊື່ອວ່າອາຫານທະເລ ເປັນອາຫານໃນດວງໃຈຂອງຫຼາຍຄົນແນ່ນອນ ອຸດສາຫະກຳອາຫານທະເລກໍເລີຍເປັນທີ່ນິຍົມຫຼາຍ. ແຕ່ຫຼັງຈາກກິນແລ້ວ ເຄີຍສົງໄສບໍ່ວ່າເສດອາຫານທະເລ ໂດຍສະເພາະເປືອກຫອຍທີ່ເປັນວັດຖຸທີ່ແຂງ ເຂົາເຈົ້າເອົາໄປຖິ້ມແນວໃດ ຫຼື ເອົາໄປເຮັດຫຍັງຕໍ່.

ຂີ້ເຫຍື້ອທີ່ເກີດຈາກການຖິ້ມເປືອກຫອຍຫຼັງຈາກຮັບປະທານ ໃນປີໜຶ່ງຫຼາຍເຖິງ 7 ລ້ານໂຕນ ສາມາດເປັນມົນລະພິດໃນສິ່ງແວດລ້ອມໄດ້.​ ດັ່ງນັ້ນ ຫຼາຍພາກສ່ວນກໍໄດ້ຫາວິທີນຳເອົາເປືອກຫອຍເຫຼົ່ານັ້ນກັບມາຣີໄຊເຄິນ ແລະ ເອົາມານຳໃຊ້ຄືນ ບໍ່ວ່າຈະເປັນການເອົາເປືອກຫອຍມາເຮັດເປັນກັນເຈື່ອນໃຫ້ຊາຍຝັ່ງ, ການເອົາເປືອກຫອຍກັບຄືນເປັນເຮືອນໃຫ້ປູ ລວມທັງເອົາມາຣີໄຊເຄິນແປຮູບເປັນຜະລິດຕະພັນ ແລະ ວັດສະດຸກໍ່ສ້າງຕ່າງໆ.

Sea Stone ຜະລິດຕະພັນວັດສະດຸກໍ່ສ້າງຈາກ Newtab-2 ທີ່ເຮັດຈາກຂີ້ເຫຍື້ອເປືອກຫອຍທີ່ຖືກຖິ້ມຈາກອຸດສາຫະກຳອາຫານທະເລ,​ ມັນສາມາດໃຊ້ທົດແທນຄອນກີດໄດ້, ຍືນຍົງ ແລະ ບໍ່ກໍ່ມົນລະພິດປ່ອຍຄາບອນຄືກັບວັດສະດຸອື່ນໆ.

ຂະບວນການຜະລິດແມ່ນຈະເອົາເປືອກຫອຍມາບົດ ແລະ ປະສົມກັບວັດສະດຸທຳມະຊາດ ຫຼັງຈາກນັ້ນກໍຂຶ້ນຮູບເປັນແຜ່ນກະເບື້ອງຄອນກີດ ມີລວດລາຍ ແລະ ສີສັນສວຍງາມ.

ໃນປັດຈຸບັນ ກໍເລີ່ມມີຫຼາຍບໍລິສັດທີ່ສົນໃຈວັດສະດຸທົດແທນນີ້ ເປັນສ່ວນປະສົມຫຼັກຂອງຜະລິດຕະພັນ ເພາະມັນທັງເປັນມິດກັບສິ່ງແວດລ້ອມ ແລະ ຍືນຍົງກວ່າ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/