ເຄີຍບໍ່ເວລາທີ່ເຮົາຢາກສັງສັນກັບໝູ່ ບໍ່ວ່າຈະໃກ້ ຫຼື ໄກ ກໍຈະໄປຫາ ອາດຈະຂັບລົດ ຫຼື ຂຶ້ນລົດໂດຍສານ ສາລະພັດວິທີຂໍພຽງພົບກັບໝູ່ຮັກທີ່ຮູ້ໃຈເຮົາ, ແຕ່ເມື່ອປີ 1968 ຊາຍຄົນນີ້ “ຈອນ ໂດໂນຮິວ” ໄດ້ເດີນທາງ 12,874 ກິໂລແມັດ ຫຼື ເກືອບເທົ່າກັບການເດີນທາງອ້ອມຂອບຊາຍແດນປະເທດລາວ 3 ຮອບ!!! ເພື່ອເອົາເບຍໄປສົ່ງໃຫ້ໝູ່ທີ່ຢູ່ທ່າມກາງສົງຄາມຫວຽດນາມ!!!

ໃນສະໄໝສົງຄາມຫວຽດນາມ ໃນປິ 1968 ທີ່ແຂວງກວາງຈິ ຫວຽດນາມເໜືອອັນເປັນສະໜາມຮົບໃນສົງຄາມຫວຽດນາມ “ຣິກ ດັກແກນ” ທະຫານໜ່ວຍກອງທັບເຮືອຝ່າຍບົກ ຫຼື Marine Corps ຂອງກອງທັບອາເມຣິກາ ທີ່ກຳລັງປະຕິບັດໜ້າທີ່ສູ້ຮົບໃນດິນແດນໄກບ້ານ ບໍ່ຄິດບໍ່ຝັນວ່າສູ້ຮົບຢູ່ຈະໄດ້ພົບກັບໝູ່ຮັກຕັ້ງແຕ່ຍັງນ້ອຍ ຈອນ ໂດໂນຮິວ ອາຍຸ 26 ປີໃນຂະນະນັ້ນ ຍ່າງເຂົ້າມາຫາລາວ ແລະ ໄດ້ນຳເອົາເບຍມາແຈກບັນດາໝູ່ທະຫານທີ່ກຳລັງສູ້ຮົບຢ່າງດຸເດືອດ!!!
ເມື່ອຣິກຖາມກັບຈອນ ວ່າເປັນຫຍັງຈຶ່ງມາຮອດທີ່ນີ້ໄດ້ ຈອນໄດ້ເລົ່າໃຫ້ຟັງວ່າ ມັນເລີ່ມຈາກທີ່ຈອນ ເຊິ່ງເປັນອະດີດທະຫານເຮືອຝ່າຍບົກທີ່ຮັບໃຊ້ຊາດມາແລ້ວ 4 ປີ ນັ່ງຢູ່ໃນຮ້ານ Doc Fiddler’s ເຊິ່ງເປັນຮ້ານບາໃນ ແມນຮັດຕັນ ມະຫານະຄອນນິວຢອກ, ຂະນະນັ້ນເອງ ໄດ້ມີຂ່າວກ່ຽວກັບຜູ້ອອກມາເດີນຂະບວນປະທ້ວງຕໍ່ຕ້ານສົງຄາມຢ່າງຫຼວງຫຼາຍ ແລະ ຢູ່ບໍ່ໄກຈາກຮ້ານບາດັ່ງກ່າວ.

ຕອນນັ້ນເອງ ບາເທນເດີ້ຂອງຮ້ານບາກໍໄດ້ເວົ້າຂຶ້ນວ່າ ລາວບໍ່ພໍໃຈທີ່ຄົນອອກມາປະທ້ວງເພາະມັນເບິ່ງຄືກຳລັງເວົ້າໃຫ້ທະຫານທີ່ໄປປະຕິບັດໜ້າທີ່ຢູ່ແດນໄກ ເຊິ່ງສ່ວນຫຼາຍກໍເປັນຄົນໃນລະແວກບ້ານແຖວນີ້ ແລະ ຫຼາຍຄົນກໍເປັນຄົນຮູ້ຈັກ ເພາະມາກິນເບຍທີ່ຮ້ານບານີ້ຕະຫຼອດ ແລະ ບາເທນເດີ້ກໍຮ້ອງຂຶ້ນແຮງໆວ່າ “ໃຜທີ່ເອົາເບຍໄປໃຫ້ທະຫານຂອງເຮົາດື່ມໄດ້ ຈະເປັນຮີໂຣ້ຂອງພວກເຮົາ!!!” ສິ້ນສຽງດັ່ງກ່າວ ກໍມີສຽງເຮຈາກຄົນໃນຮ້ານຂຶ້ນທັງຮ້ານ.
ເມື່ອຈອນໄດ້ຍິນ ໃນໃຈລາວຢາກໃຫ້ມັນເປັນຄວາມຈິງທັນທີ ລາວບໍ່ຮູ້ວ່າລາວຄິດຫຍັງຢູ່ ແລະ ເລີ່ມຢາກເຮັດຫຍັງຈັກຢ່າງ ເພາະວ່າໝູ່ຂອງລາວ 28 ຄົນທີ່ອາໃສຢູ່ໃນລະແວກດຽວກັນໄດ້ເສຍຊີວິດລົງຈາກສົງຄາມໄປແລ້ວ ບວກກັບໃນອະດີດ ຈອນເຄີຍເດີນທາງໄປຫວຽດນາມມາແລ້ວຕອນຍັງເປັນທະຫານເຮືອ ໃນຫົວລາວຄິດວ່າ ມັນຈະຍາກຫຍັງຖ້າຈະໄປອີກຮອບ!!!

ໃນທີ່ສຸດ ຈອນກໍພົບກັບເຮືອທີ່ຈະເດີນທາງໄປຫວຽດນາມ ແລ້ວກໍໄປຂໍສະໝັກເປັນລູກເຮືອ Drake Victory ເປັນເຮືອບັນທຸກກະສຸນປືນຈາກນິວຢອກໄປຫວຽດນາມ. ໃນລະຫວ່າງເດີນທາງໄປຫວຽດນາມທີ່ໃຊ້ໄລຍະເວລາ 2 ເດືອນນັ້ນ ເຮັດໃຫ້ຈອນອົດໃຈບໍ່ໄຫວ ເປີດເບຍກິນເທື່ອລະໜ້ອຍ ເມື່ອໄປຮອດທ່າເຮືອຂອງຫວຽດນາມ ເບຍກໍບໍ່ເຫຼືອແລ້ວ!! ແຕ່ສິ່ງທີ່ຈອນເຮັດ ແມ່ນການໄປຫາເບຍມາຕື່ມໃຫ້ເຕັມແກ້ວ.
ຫຼັງຈາກນັ້ນ ຈອນກໍເລາະຫາຂໍ້ມູນທີ່ຢູ່ຫຼ້າສຸດຂອງພວກເຂົາ ແລະ ເດີນທາງໄປເມືອງ Qui Nhơn ທີ່ຢູ່ທີ່ໄດ້ມາ ແລະ ແຝງຕົວເຂົ້າໄປຖານທັບອາເມຣິກາ ເນື່ອງຈາກຈອນເຄີຍເປັນຄົນຂອງກອງທັບ ຈຶ່ງຮູ້ວ່າຈະໃຊ້ຄຳເວົ້າແບບໃດກັບຄົນຂັບເຮລິຄັອບເຕີ ແລະ ສາມາດເດີນທາງໄປນຳເຂົາເຈົ້າໄດ້.
ເມື່ອໄດ້ພົບໝູ່ ຈອນກໍໄດ້ເອົາເບຍແຈກໃຫ້ກັບໝູ່ທະຫານຂອງລາວແຕ່ລະຄົນ ບໍ່ໝົດເທົ່ານັ້ນ ສິ່ງທີ່ລາວເອົາໄປນຳອີກຍັງມີວາລະສານເພງ, ຂ່າວກິລາ, ຂ່າວຊຸບຊິບດາຣາ ລວມໄປເຖິງເພງໃໝ່ຂອງວົງ Jefferson Airplane, ນອກຈາກນັ້ນ ກ່ອນໜ້າທີ່ຈອນຈະເດີນທາງມາຫວຽດນາມ ລາວຍັງເດີນທາງໄປບ້ານຂອງທະຫານແຕ່ລະຄົນ ແລະ ໄດ້ເລົ່າທີ່ຕົນຈະເດີນທາງໃຫ້ຟັງ ເພື່ອໃຫ້ຄອບຄົວຂອງແຕ່ລະຄົນຂຽນຈົດໝາຍຝາກຈອນມາ ແລະ ຈອນຈະເປັນຄົນນຳສົ່ງຈົດໝາຍໃຫ້ເຖິງມືຜູ້ຮັບດ້ວຍຕົນເອງ.

ປັດຈຸບັນມີສາລະຄະດີທີ່ຊື່ “The Greatest Beer Run Ever” ທີ່ເວົ້າເຖິງເຫດການທີ່ເກີດຂຶ້ນ, ໝູ່ທີ່ຈອນໄປພົບຄົນໜຶ່ງຊື່ “ທອມ” ໄດ້ເລົ່າໃຫ້ຟັງວ່າ ຕອນທີ່ລາວພົບຈອນທີ່ປາກົດຕົວຢູ່ກາງສະໜາມຮົບ ລາວກໍອຸທານອອກມາເລີຍວ່າ “ໂຕມາເຮັດບ້າຫຍັງຢູ່ນີ້!!!” ແລະ “ໃນຂະນະທີ່ຈອນກຳລັງຢູ່ໃນເຂດຕໍ່ສູ້ ຈອນກໍຍ່າງໄປຫັ້ນໄປນີ້ ລາວເຮັດຄືລາວກຳລັງຕີກັອບຢູ່ ຫຼື ໄປໃສກໍໄດ້ທີ່ລາວຢາກໄປ”
ເລື່ອງລາວຂອງຈອນໄດ້ສ້າງຂວັນກຳລັງໃຈໃຫ້ທະຫານຫຼາຍຄົນທີ່ໄດ້ຮູ້ເລື່ອງ ໄດ້ແບ່ງປັນສິ່ງຂອງທີ່ລາວນຳມາແກ່ເຫຼົ່າທະຫານ ແລະ ເລົ່າເລື່ອງທາງບ້ານໃຫ້ຟັງ ຫຼັ້ງຈາກທີ່ພວກເຂົາບໍ່ໄດ້ກັບບ້ານເປັນເວລາດົນ. ສຸດທ້າຍແລ້ວ ຈອນ ໂດໂນຮິວ ກໍເດີນທາງໄປໄຊງ່ອນ ແລ້ວຂຶ້ນເຮືອກັບອາເມຣິກາຢ່າງປອດໄພ.

ເລື່ອງດັ່ງກ່າວ ຖືກບັນທຶກໄວ້ໃນໜັງສື “The Greatest Beer Run Ever” ທີ່ຂຽນໂດຍ ຈອນ ໂດໂນຮິວເອງ ແລະ ຍັງມີສາລະຄະດີໃນ YouTube ຊື່ວ່າ “Pabst Blue Ribbon Presents: The Greatest Beer Run Ever” ຫຼ້າສຸດເລື່ອງນີ້ ກຳລັງຈະຖືກນຳເອົາໄປສ້າງເປັນຮູບເງົາທີ່ສາຍໃນ Apple TV+ ອີກດ້ວຍ.
ເບິ່ງສາລະຄະດີໄດ້ທີ່:
ແລະນີ້ແມ່ນ ຈອນ ໂດໂນຮິວ ປັດຈຸບັນອາຍຸ 80 ປີ



ຂອບໃຈຂໍ້ມູນຈາກ:
– https://www.facebook.com/imfromandromed/posts/316394383178282
– https://www.youtube.com/watch?v=D4WAUmyKDq0
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/