“ງານລະວານ” ສະໄໝກ່ອນຈະວານຫາຄົນມາຊ່ວຍວຽກ ເຊິ່ງຈະບໍ່ມີຄ່າຈ້າງເປັນເງິນ-ຄຳ ແຕ່ເປັນລ້ຽງເຂົ້າ-ນ້ຳ ເປັນການຕອບແທນ, ພ້ອມທັງໄດ້ມິດຕະພາບທີ່ດີຕໍ່ກັນ ໄດ້ຄວາມສາມັກຄີພ້ອມພຽງກັນ ໂດຍການວານກໍຈະແມ່ນຄົນທີ່ເຮົາຮູ້ຈັກ ຫຼື ໄທບ້ານຕົນເອງ ເພື່ອໃຫ້ມາຊ່ວຍໃນວຽກນັ້ນ, ສະໄໝກ່ອນແມ່ນຈະເຮັດຢູ່ສະເໝີ ໂດຍສະເພາະຕາມເຂດຊົນນະບົດ.
ຍົກຕົວຢ່າງ: ເວລາເຮືອນໃຜທີ່ມີຄົນໜ້ອຍ ຫຼື ກຳລັງແຮງບໍ່ພຽງພໍ ກໍຈະຂໍລະວານມາຍັງໝູ່ເພື່ອນມິດສະຫາຍ ຫຼື ຄົນບ້ານດຽວກັນ ພ້ອມທັງຍາດຕິພີ່ນ້ອງ, ເປັນຕົ້ນແມ່ນຕອນທີ່ກຳລັງຈະປຸກສ້າງເຮືອນໃໝ່, ງານດອງ ສະໄໝກ່ອນແມ່ນຈະບໍ່ໄດ້ຈ້າງ ຄົນໃນບ້ານຈະມາຊ່ວຍກັນເອງ, ເວລາທີ່ມີການເກັບກ່ຽວເຂົ້າ-ດຳນາ ກໍຈະຫາລະວານເພື່ອມາຊ່ວຍດຳ ເຊິ່ງການຕອບແທນຈະບໍ່ແມ່ນເງິນ ແຕ່ເປັນພຽງການລ້ຽງເຂົ້າປາອາຫານ ກິນເຂົ້າແບບຊຸມນຸມສາມັກຄີກັນ.

ການລະວານມີດີຫຼາຍດ້ານ ຊ່ວຍເສີມສ້າງຄວາມສາມັກຄີຮ່ວມກັນລະຫວ່າງຄົນບ້ານດຽວກັນ ຫຼື ໝູ່ເພື່ອນມິດສະຫາຍ ເມື່ອເຖິງເວລາທີ່ເຂົາຕ້ອງການເຫື່ອແຮງ ເຮົາກໍຕ້ອງໄປຊ່ວຍເຊັ່ນກັນ, ເປັນການສ້າງສາຍສຳພັນທີ່ດີຕໍ່ກັນ “ເຮົາຊ່ວຍເພິ່ນ ເພິ່ນຊ່ວຍໂຕ”.
ປັດຈຸບັນ ປະເທດຕ່າງໆ ລ້ວນແລ້ວແຕ່ມີຄວາມພັດທະນາ ມີເຄື່ອງເທັກໂນໂລຍີທີ່ທັນສະໄໝ ໃຊ້ເຂົ້າໃນວຽກງານແບບສະດວກສະບາຍ ສະນັ້ນ “ງານລະວານ” ຈຶ່ງໄດ້ຫ່າງຫາຍໄປຕາມການເວລາ ທຸກສິ່ງທຸກຢ່າງປັບປ່ຽນໄປທຸກໆມື້ ຈາກອະດີດມາຮອດປັດຈຸບັນ. ສັງເກດໄດ້ວ່າຫຼາຍດ້ານມີການພັດທະນາ ເຊິ່ງຫາຍາກແລ້ວໃນວັດທະນະທຳອັນເກົ່າແກ່ ລວມທັງສິ່ງຂອງຕ່າງໆກໍເຊັ່ນດຽວກັນ ເຫຼືອໄວ້ພຽງຄວາມຊົງຈຳອັນດີງາມຂອງຄົນລາວໄວ້.

ທີ່ມາ: https://bit.ly/3jOeLZg
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/