ບໍລິສັດຈີນລົງນາມຂໍ້ຕົກລົງກັບລັດຖະບານຕາລີບັນ ໄດ້ຮັບສຳປະທານຂຸດເຈາະນ້ຳມັນໃນພື້ນທີ່ຂອງອັບການິສຖານເປັນເວລາ 25 ປີ

ບໍລິສັດຈີນ

BBC ລາຍງານວ່າ ເມື່ອວັນສຸກທີ 6 ມັງກອນ 2022 ບໍລິສັດ Xinjiang Central Asia Petroleum and Gas Company (CAPEIC) ຂອງລັດຖະບານຈີນໄດ້ລົງນາມຂໍ້ຕົກລົງກັບລັດຖະບານຕາລີບັນ ໄດ້ຮັບສຳປະທານການຂຸດເຈາະນ້ຳມັນໃນພື້ນທີ່ທາງຕອນເໜືອຂອງອັບການິສຖານເປັນເວລາ 25 ປີ ແລະ ຂໍ້ຕົກລົງດັ່ງກ່າວເຮັດໃຫ້ຈີນເປັນຊາດທຳອິດທີ່ໄດ້ລົງຂໍ້ຕົກລົງທຸລະກິດນ້ຳມັນກັບລັດຖະບານຕາລີບັນ.

ບໍລິສັດຈີນ

ພາຍໃຕ້ຂໍ້ຕົກລົງດັ່ງກ່າວ ບໍລິສັດ CAPEIC ຈະໄດ້ສຳປະທານຂຸດເຈາະນ້ຳມັນບໍລິເວນແມ່ນ້ຳ ອາມູ ດາຍາ (Amu Darya) ໂດຍ ຫວັງ ຢູ (Wang Yu) ເອກອັກຄະລັດຖະທູດປະຈຳອັບການິສຖານກ່າວໃນງານຖະແຫຼງຂ່າວທີ່ນະຄອນຄາບູນວ່າ ຂໍ້ຕົກລົງຂຸດເຈາະນ້ຳມັນທີ່ ອາມູ ດາຍາ ເປັນໂຄງການສຳຄັນລະຫວ່າງຈີນ ແລະ ອັບການິສຖານ.

ບໍລິສັດຈີນ

ສຳລັບອັບການິສຖານນັ້ນ ໄດ້ຮັບການພິຈາລະນາວ່າ ມີຊັບພະຍາກອນທຳມະຊາດຫຼາຍ ລວມເຖິງແກ໊ສທຳມະຊາດ, ແຮ່ທອງ ແລະ ແຮ່ແຣເອີດ (rare earths) ເຊິ່ງມີມູນຄ່າລວມກວ່າ 1 ລ້ານລ້ານໂດລາ ແຕ່ເກືອບຈະບໍ່ຖືກແຕະຕ້ອງເລີຍໃນໄລຍະເວລາຕະຫຼອດຫຼາຍສິບປີທີ່ຜ່ານມາ ເນື່ອງຈາກສະຖານະການຄວາມບໍ່ສະຫງົບພາຍໃນປະເທດ.

ບໍລິສັດຈີນ

ທັງນີ້ ຈີນບໍ່ໄດ້ສະແດງການຍອມຮັບລັດຖະບານຕາລີບັນຢ່າງເປັນທາງການ ແຕ່ພວກເຂົາໃຫ້ຄວາມສົນໃຈໃນອັບການິສຖານ ເນື່ອງຈາກເປັນສູນການພາກພື້ນທີ່ສຳຄັນຕໍ່ແຜນການ ‘ໜື່ງແຖບໜຶ່ງເສັ້ນ’ ຫຼືເສັ້ນທາງສາຍໃໝໃໝ່ຂອງຈີນ ໂດຍນອກຈາກຂໍ້ຕົກລົງຂຸດເຈາະນ້ຳມັນແລ້ວ ບໍລິສັດຂອງລັດຖະບານຈີນອີກແຫ່ງກໍກໍາລັງເຈລະຈາເລື່ອງການຂຸດເໝືອງແຮ່ທອງໃນພາກຕາເວັນອອກຂອງປະເທດອີກດ້ວຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/