Gundam Project ເປັນການສ້າງທີ່ຍິ່ງໃຫຍ່ອະລັງການ ນັ້ນກໍຄືການສ້າງຫຸ່ນຍັກ ກັນດໍ້າ RX-93ff v Gundam ທີ່ຈະຕັ້ງສະຫງ່າຢູ່ບໍລິເວນ Mitsui Shopping Park ຂອງເມືອງຟຸກຸໂອກະ ປະເທດຍີ່ປຸ່ນ ເຊິ່ງສ້າງໂດຍບໍລິສັດ Bandai Namco.

ການສ້າງ RX-93ff v Gundam ນີ້ ໄດ້ຮັບການອອກແບບໂດຍການເອົາ ກັນດໍ້າ RX-93 v Gundam ມາເປັນພື້ນຖານ, ເຊິ່ງໄດ້ສ້າງໃຫ້ມີຄວາມສູງ ເຖິງ 24,8 ແມັດ, ເປັນຫຸ່ນຍັກກັນດໍ້າ ຂະໜາດ 1/1 ທີ່ສູງທີ່ສຸດ ເທົ່າທີ່ເຄີຍສ້າງມາ ໂດຍແມ່ນທ່ານ Tomino Toshiyuki ບິດາຜູ້ໃຫ້ກໍາເນີດ ແລະ ຂຽນເລື່ອງ Mobile Suit Gundam ເປັນຜູ້ອອກແບບ, ເຊິ່ງສີຂອງກັນດໍ້າ ຈະມີທັງ ສີແດງ, ຟ້າ, ຂາວ ແລະມີຄວາມໝາຍພິເສດ ວ່າເປັນສັນຍະລັກຂອງສັນຕິພາບ (ເບິ່ງແລ້ວຄ້າຍຄືການໃຊ້ສີຂອງທຸງຊາດລາວ) ຫາກແຕ່ຍັງບໍ່ມີສ່ວນຫົວ ມີພຽງຕົນຕົວທີ່ຕັ້ງຢູ່.

ແຕ່ເມື່ອທ້າຍເດືອນທັນວາທີ່ຜ່ານມາ ໄດ້ເລີ່ມຕິດຕັ້ງສ່ວນຫົວໃສ່ ດ້ວຍລົດຍົກຂະໜາດໃຫຍ່ ຕິດຕັ້ງປະມານ 10 ນາທີກໍແລ້ວ, ເຊິ່ງເມື່ອປະກອບແລ້ວ ກໍໄດ້ຮັບສຽງຕົບມືຈາກຜູ້ຄົນອ້ອມຂ້າງຢ່າງຫຼວງຫຼາຍ, ໂດຍສ່ວນຫົວຈະມີແສງໄຟສີຂຽວທີ່ຕາ ແຕ່ກໍເປີດໃຫ້ຊົມພຽງມື້ດຽວເທົ່ານັ້ນ ແລ້ວກໍປົກໄວ້ກ່ອນ, ຍ້ອນວ່າຍັງບໍ່ທັນແລ້ວສົມບູນເທື່ອ ຍັງຕ້ອງໄດ້ປັບແກ້ຈຸດຕ່າງໆກ່ອນ ຈຶ່ງຈະເປີດໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວ ໄດ້ເບິ່ງເຕັມໆ ແລະ ຈະເປັນໄລຍະເດືອນເມສາ 2022 ທີ່ຈະມາຮອດມາເຖິງນີ້.

ເຫັນແບບນີ້ແລ້ວ ກໍລໍຖ້າພຽງແຕ່ສະຖານະການໂຄວິດເບົາບາງລົງ ເຊື່ອແນ່ນອນວ່ານັກທ່ອງທ່ຽວທັງຫຼາຍ ທີ່ມັກຮັກໃນຫຸ່ນຍັກນີ້ ກໍຄົງຈະກຽມຕົວ ເພື່ອຈະໄດ້ໄປທ່ຽວຊົມຄວາມອະລັງການນີ້ ຢ່າງແນ່ນອນ.
ທີ່ມາ: https://bit.ly/3n2b698
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/