[ຄຳເຕືອນ ເນື້ອຫາມີຄວາມຮຸນແຮງແລະຫນ້າຢ້ານ] ຄາຕະກອນຊາວຍີ່ປຸ່ນສາລະພາບຂ້າຫັ່ນສົບໄປແລ້ວ 9 ສົບ


ຊາຍຊາວຍີ່ປຸ່ນສາລະພາບຕໍ່ສານວ່າເປັນຜູ້ກໍ່ເຫດຂ້າຫັ່ນສົບ 9 ສົບ ແລ້ວເກັບໄວ້ໃນຫ້ອງພັກອາພາດເມັນຂອງໂຕເອງ ທີ່ແຂວງຄານາງາວະ ໂດຍຜູ້ເສຍຊີວິດທັງໝົດເປັນຜູ້ທີ່ທະວິດຂໍ້ຄວາມວ່າຢາກຂ້າຕົວຕາຍ.

ທັງນີ້ ທາຄາຮິໂຣະ ຊິຣາອິຊິ ອາຍຸ 29 ປີ ຮັບສາລະພາບຕະຫຼອດຂໍ້ກ່າວຫາໃນລະຫວ່າງການພິຈາລະນະຄະດີ ຄັ້ງທຳອິດທີ່ສານແຂວງໂຕກຽວ ສາຂາທາຊິກາວະ ໂດຍຕາມຄຳຟ້ອງລະບຸຸວ່າ ຊິຣາອິຊິ ໄດ້ລໍ້ລວງຜູ້ເສຍຊີວິດດ້ວຍການໃຫ້ຄຳປຶກສາ ເຮັດໃຫ້ໄດ້ຮັັບຄວາມໄວ້ວາງໃຈ ແຕ່ເມື່ອຜູ້ເສຍຊີວິດມາພົບທີ່ຫ້ອງພັກ ເຂົາຈຶ່ງລ່ວງລະເມີດທາງເພດ ແລະ ຂ້າຫັ່ນສົບຜູ້ເສຍຊີວິດເຊິ່ງເປັນຍິງ 8 ລາຍ ອາຍຸລະຫວ່າງ 15-26 ປີຈາກກຸງໂຕກຽວ ແລະ ອີກ 4 ແຂວງ ຕັ້ງແຕ່ເດືອນສິງຫາເຖິງຕຸລາເມື່ອ 2017 ສ່ວນຜູ້ຊາຍອີກ 1 ລາຍ ອາຍຸ 20 ປີ ຖືກຂ້າຫັ່ນສົບ.
ຊາຍຄົນດັ່ງກ່າວບໍ່ໄດ້ມາເພື່ອຂ້າຕາຍຕົວ ແຕ່ເຂົາເປັນນ້ອງຊາຍຂອງຍິງອາຍຸ 21 ປີ ທີ່ເສຍຊີວິດກ່ອນໜ້ານີ້ ເຮັດໃຫ້ຊາຍຄົນດັ່ງກ່າວມາຕາມຫາທີ່ຫ້ອງພັກຂອງ ຊິຣາອິຊິ ເຮັດໃຫ້ຖືກຂ້າ ແລະ ທຳລາຍສົບ.

ໃນການກວດຄົ້ນ ເຈົ້າໜ້າທີ່ພົບຊິ້ນສ່ວນຂອງຮ່າງກາຍຖືກເກັບໄວ້ໃນກ່ອງເກັບຄວາມເຢັນ ພາຍໃນຫ້ອງພັກຂອງເຂົາ ນອກຈາກນີ້ ຊິຣາອິຊິ ຍັງສາລະພາບວ່າເມີດລະເມີດທາງເພດຕໍ່ຜູ້ຍິງທັງ 8 ແລະ ນຳເງິນຂອງທັງ 9 ຄົນທີ່ຕົກເປັນເຫຍື່ອໄປໃຊ້ ແລະ ມີການລໍ້ລວງຍິງອີກ 3 ຄົນເພື່ອຫວັງເງິນມາໃຊ້ຈ່າຍດ້ວຍ

ການສອບສວນນີ້ ມີຂຶ້ນຫຼັງຈາກທີ່ຜູ້ເສຍຫາຍເຊິ່ງເປັນຜູ້ຍິງປະມານ 30 ປີບໍ່ຍອມຮັບຂໍ້ສະເໜີຂອງເຂົາໃນການນັດພົບ ແລະ ສົ່ງມອບຫຼັກຖານການສົນທະນາລະຫວ່າງວັນທີ 4-27 ຕຸລາ 2017 ໃຫ້ກັບເຈົ້າໜ້າທີ່ເຊິ່ງນຳໄປສູ່ການຈັບກຸມໃນວັນທີ 31 ຕຸລາປີດຽວກັນ ໂດຍໃນການສອບສວນ ຊິຣາອິຊິ ບອກກັບພະນັກງານສອບສວນວ່າເຂົາຮູ້ຈັກກັບຜູ້ເສຍຊີວິດທັງໝົດຜ່ານທະວິດເຕີ ແລະ ເຊີນພວກເຂົາໄປຫ້ອງພັກຂອງເຂົາໂດຍບອກວ່າເຂົາຈະໃຫ້ຄວາມຊ່ວຍເຫຼືອ.

ທ່ານ ຢາສຸຊິ ສຸກິຮາລະ ສາສະດາຈານດ້ານຈິດຕະວິທະຍາຈາກມະຫາວິທະຍາໄລໂຈໂຕກຽວ ກ່າວປະນາມ ຊິຣາອິຊິ ວ່າໃຊ້ປະໂຫຍດຈາກຈຸດອ່ອນຂອງຜູ້ທີ່ມີຄວາມອ່ອນແອ ແລະ ກ່າວວ່າຜູ້ທີ່ຢູ່ພາຍໃຕ້ຄວາມຄຽດທາງຈິດໃຈ ຈຳເປັນຕ້ອງຂໍຄຳແນະນຳຈາກຜູ້ຊ່ຽວຊານ ແລະ ບໍ່ຄວນໄວ້ວາງໃຈຜູ້ໃດກໍຕາມທີ່ພົບໃນອິນເຕີເນັດ.

ທີ່ມາ: https://www.js100.com/en/site/news/view/92669