ຄຳຮູ້ ພັນລືເດດ ໄດ້ຮັບຮາງວັນນັກສະແດງດີເດັ່ນ ໃນງານເທສະການຮູບເງົາສິລະປະທີ່ ປະເທດເຢຍລະມັນ


ເປັນຄັ້ງທຳອິດ ແລະ ຮູບເງົາລາວເລື່ອງດຽວ ທີ່ໄດ້ຮັບຮາງວັນ ນັກສະແດງດີເດັ່ນ ຫຼື Best Actor ໃນງານເທສະການຮູບເງົາສິລະປະທີ່ເມືອງເບີລິນ ຄັ້ງທີ 8 ໃນປະເທດເຢຍລະມັນ.

ຮູບເງົາລາວເລື່ອງ “ເງົາ (SHADOW)” ຂອງຜູ້ກຳກັບ ທ່ານ ສຸລະຊາດ ສຸວັນນະວົງ ໄດ້ຮັບຮາງວັນນັກສະແດງດີເດັ່ນ ຫຼື Best Actor ໃນງານເທສະການຮູບເງົາສິລະປະທີ່ເມືອງເບີລິນ ຄັ້ງທີ 8  (The 8th Edition Berlin Art Film Festival) ທີ່ປະເທດເຢຍລະມັນ ແລະ ນັກສະແດງດີເດັ່ນຄົນນັ້ນກໍຄື ຄຳຮູ້ ພັນລືເດດ.

ຄຳຮູ້ ພັນລືເດດ ນັກສະແດງສີມືດີທີ່ມີຜົນງານຫຼາກຫຼາຍ ພ້ອມທັງໄດ້ຮັບຮາງວັນມາຫຼາຍການປະກວດ ທັງພາຍໃນ ແລະ ຕ່າງປະເທດ, ເມື່ອບໍ່ດົນມານີ້ກໍໄດ້ຮັບຮາງວັນຊະນະເລີດລະດັບນານາຊາດ ຄືຮາງວັນນັກສະແດງດີເດັ່ນ ໃນງານເທສະການຮູບເງົາສິລະປະທີ່ເມືອງເບີລິນ ປະເທດເຢຍລະມັນ ເຊິ່ງເປັນໜຶ່ງໃນນັກສະແດງຫຼັກຂອງເລື່ອງ ພ້ອມເປັນຄົນດຽວທີ່ໄດ້ຮັບຮາງວັນນີ້.

ທີ່ຜ່ານມາ ຄຳຮູ້ ພັນລືເດດ ຍັງມີຜົນງານການສະແດງທີ່ໂດດເດັ່ນ ເລີ່ມຕົ້ນໃນການເປັນນັກສະແດງຕັ້ງແຕ່ປີ  2011 ຮູບເງົາທຳອິດທີ່ໄດ້ສະແດງແມ່ນຮູບເງົາ “ປາຍທາງ” ແລະ ບໍ່ຄິດວ່າຈະໄດ້ສະແດງ ພໍດີມີໂອກາດມາກໍເລີຍກ້າເປີດໂອກາດໃຫ້ແກ່ຕົນເອງ. ຫຼັງຈາກນັ້ນ ກໍໄດ້ຮັບຮາງວັນນັກສະແດງດີເດັ່ນຂອງລາວ ໃນງານ Enterrement Award 2012 ໃນເລື່ອງ “ປາຍທາງ”. ຈາກນັ້ນເປັນຕົ້ນມາກໍມັກຮັກການສະແດງເປັນຊີວິດຈິດໃຈ ພ້ອມທັງປ່ຽນແປງທັງຊີວິດ ແລະ ມີການພັດທະນາຂຶ້ນຢູ່ສະເໝີ.

ນອກຈາກນີ້ ກໍຍັງມີຜົນງານການສະແດງຮູບເງົາສັ້ນ, ໂຄສະນາຕ່າງໆ ເພີ່ມຂຶ້ນເທື່ອລະກ້າວ, ມີຮູບເງົາສັ້ນແລະມິວສິກວິດີໂອ (MV) ບາງເລື່ອງທີ່ຄົນເບິ່ງແລ້ວນໍ້າຕາຕ້ອງຫຼັ່ງໄຫຼໄປກັບບົດບາດການສະແດງ ແລະ ຕົວລະຄອນ. ການສະແດງຂອງ ຄຳຮູ້ ພັນລືເດດ ນັບໄດ້ວ່າສະແດງໄດ້ເຖິງອາລົມ ຈົນເຮັດໃຫ້ຜູ້ຮັບຊົມຕ່າງກໍອິນໄປຕາມໆກັນ.

ໃນອີກບໍ່ດົນນີ້ ຄຳຮູ້ ພັນລືເດດ ແມ່ນກຳລັງຈະມີຜົນງານ Series ເລື່ອງໃໝ່ ເຊິ່ງຈະໄດ້ຮ່ວມງານກັບນັກຮ້ອງລາວຊື່ດັງຢ່າງ ຕ່າຍ ອາກາດ ອີກຄັ້ງໜຶ່ງ ຫຼັງຈາກທີ່ຮັບບົດເປັນນັກສະແດງຫຼັກຄູ່ກັນໃນເລື່ອງ ປາຍທາງ, ເຊິ່ງຊີຣີ້ຈະສ່ອງແສງເຖິງມຸມມອງຂອງສັງຄົມ, ສື່ເຖິງເລື່ອງຄວາມຮັກຂອງຫຼາຍເພດ, ຄວາມຄາດຫວັງຂອງສັງຄົມ-ຂອງຄອບຄົວ ເປັນອີກເລື່ອງທີ່ໜ້າຕິດຕາມ ແລະ ໜ້າສົນໃຈ.

ໃນການໄດ້ຮັບຮາງວັນນັກສະແດງດີເດັ່ນ  ໃນງານເທສະການຮູບເງົາສິລະປະທີ່ເມືອງເບີລິນ ຄັ້ງທີ 8  ໃນປະເທດເຢຍລະມັນ ຄຳຮູ້ ພັນລືເດດ ໄດ້ໃຫ້ຮູ້ວ່າ: ນັບໄດ້ວ່າເປັນອີກບາດກ້າວໜຶ່ງຂອງຮູບເງົາລາວ ທີ່ສາມາດຄວ້າຮາງວັນຊະນະເລີດໃນລະດັບສາກົນ ເຮັດໃຫ້ຜູ້ຄົນໄດ້ຮັບຮູ້ເຖິງຜົນງານຮູບເງົາຂອງຄົນລາວ ເປັນເລື່ອງທີ່ໜ້າຍິນດີ ແລະ ປະທັບໃຈ ທີ່ສາມາດນຳເອົາຄວາມເປັນລາວອອກສູ່ພາຍນອກໄດ້ຮັບຮູ້. ພ້ອມກັນນີ້ ຍັງຮູ້ສຶກດີໃຈ ແລະ ຕື່ນເຕັ້ນຫຼາຍ ເຊິ່ງທີ່ຜ່ານມາບາງບົດບາດຕົນເອງກໍເຮັດມັນອອກມາໄດ້ດີ, ສິ່ງທີ່ຕົນເອງທຸ່ມເທ ແລະ ໃສ່ໃຈ, ຄວາມພະຍາຍາມຕີບົດບາດໃຫ້ເຂົ້າໃຈຕົວລະຄອນ ແລະ ສຸດທ້າຍມີຄົນໄດ້ຮັບຮູ້ ຫຼື ເຫັນ ຄິດວ່າກຳມະການເຫັນໃນຄວາມຕັ້ງໃຈຄວາມພະຍາຍາມຂອງເຮົາ ແລະ ດີໃຈທີ່ “ເງົາ (SHADOW)” ເປັນຮູບເງົາລາວອີກເລື່ອງໜຶ່ງທີ່ໄດ້ຮັບການເຜີຍແຜ່ອອກສູ່ໂລກກວ້າງໃຫ້ຫຼາຍປະເທດໄດ້ເຫັນ.

ສຸດທ້າຍນີ້ ຄຳຮູ້ ພັນລືເດດ ຢາກຈະຝາກ ຫຼື ສົ່ງຕໍ່ກັບບັນດານັກສະແດງ, ໝູ່ຄູ່, ນ້ອງໆ ຫຼື ທຸກຄົນທີ່ມັກໃນການສະແເດງວ່າ ຖ້າເຮົາໃສ່ໃຈຄິດວ່າມັນເປັນສິລະປະຢ່າງໜຶ່ງທີ່ສຳຄັນ ເຮົາຕ້ອງທຸ່ມເທກັບມັນຢ່າງເຕັມທີ່, ໃສ່ໃຈ, ພະຍາຍາມ, ແລ້ວຜົນງານແລະຜົນຕອບຮັບທີ່ເຮົາພູມໃຈກໍຈະຕາມມາໃນທີ່ສຸດ. ສຳລັບຄຳຮູ້ ພັນລືເດດ, ທຸກໆບົດບາດການສະແດງທີ່ໄດ້ຮັບ ປຽບເໝືອນໂອກາດໃນການຮຽນຮູ້ແລະຝຶກຝົນໃຫ້ຕົນເອງພັດທະນາຂຶ້ນໄປເລື້ອຍໆ.

ລິ້ງຮັບຊົມຮາງວັນ: https://bit.ly/3qX7abU

ຕິດຕາມເພີ່ມເຕີມໄດ້ທີ່:

https://www.facebook.com/SHADOWLAOS

Black Eyes-Sia Sa La ( ເສຍສະຫຼະ ) – [OFFICIAL MUSIC VIDEO]

ຮູບເງົາປາຍທາງ (ເຕັມເລື່ອງ) At the Horizon (Full Movie)

Unlock The National Treasure TVC Film

Series ຄຳຕອບຄືເຈົ້າ Lady Girl

ຂອບໃຈບົດສຳພາດໂດຍ: ຄຳຮູ້ ພັນລືເດດ

ຮຽບຮຽງໂດຍ: Cat_Meo_ManU ແລະ ທີມ LaoX

ສຳພາດວັນທີ 21.1.2022 ເວລາ 17:30-18:12 ນາທີ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/