Riot Games ອອກມາຄອນເຟີມແລ້ວ ເລືອກໃຊ້ສະໜາມ Laugardalshöll ເພື່ອຈັດງານ League of Legends World Championship 2021 ທີ່ປະເທດໄອແລນ
ຫຼັງຈາກໄດ້ຕັດສິນໃຈຍ້າຍສະໜາມແຂ່ງຂັນໃໝ່ ຈາກທີ່ຈະຈັດງານໃນປະເທດຈີນ ແຕ່ກໍປະສົບບັນຫາເລື່ອງການແຜ່ລະບາດຂອງໄວຣັສ Covid 19 ເຮັດໃຫ້ຈຳເປັນຕ້ອງປ່ຽນສະຖານທີ່ໃໝ່ໂດຍທີມງານໃຫ້ເຫດຜົນວ່າ ການເຮັດ VISA ໄປປະເທດຈີນໃນໄລຍະນີ້ຍັງຂັດຂ້ອງຫຼາຍຢ່າງສຳລັບຫຼາຍໆທີມທີ່ຈະເຂົ້າຮ່ວມ ແລະ ຍັງໃຫ້ເຫດຜົນອີກວ່າສະໜາມ Laugardalshöll Indoor Sporting Arena ເປັນສະໜາມດຽວກັນທີ່ Riot Games ເຄີຍຈັດງານ VALORANT Masters ແລະ ງານ Mid-Season Invitational 2021 ຜົນປາກົດວ່າມີການຕອບຮັບທີ່ດີ ແລະ ໄດ້ຮັບຄວາມສົນໃຈຈາກແຟນໆເກມ ຈຶ່ງຕັດສິນໃຈເລືອກສະໜາມນີ້ອີກຄັ້ງ.

World Championship 2021 ໄດ້ກຳນົດການຈັດງານແບ່ງອອກເປັນ 5 ຮອບ:
- ຮອບ Play-in ຈັດຂຶ້ນວັນທີ 5-9 ຕຸລາ.
- ຮອບ Group stage ຈັດຂຶ້ນວັນທີ 11-18 ຕຸລາ.
- ຮອບ Quarterfinals ຈັດຂຶ້ນວັນທີ 22-25 ຕຸລາ.
- ຮອບ Semifinals ຈັດຂຶ້ນວັນທີ 30-31 ຕຸລາ.
- ຮອບ Finals ຈັດຂຶ້ນວັນທີ 6 ພະຈິກ.
ເຊິ່ງການແຂ່ງຂັນຄັ້ງນີ້ຈະມີທີມທີ່ເຂົ້າຮ່ວມພຽງແຕ່ 22 ທີມ ຈາກທຳອິດທີ່ຈະມີ 24 ທີມ ເນື່ອງຈາກວ່າປະເທດຫວຽດນາມບໍ່ສາມາດຈັດລີກຄັດເລືອກຕົວແທນໄດ້ຈຶ່ງສະຫຼະສິດໄປ ໂດຍໃນການແຂ່ງຂັນຄັ້ງນີ້ທາງຜູ້ຈັດງານບໍ່ອະນຸມັດໃຫ້ຜູ້ຊົມເຂົ້າຮ່ວມງານໃນສະໜາມ ແຕ່ຈະໃຫ້ຮັບຊົມການຖ່າຍທອດສົດແທນ.
ທີ່ມາ: https://tinyurl.com/yf9u9xkv
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/