ຄວນຮັບມືແນວໃດ ໃນມື້ທີ່ມິດຕະພາບ ຕ້ອງແຍກຍ້າຍກັນໄປເຕີບໂຕ


ກ່ອນທີ່ຈະຮອດມື້ເປີດພາກຮຽນໃໝ່ຂອງນ້ອງນັກຮຽນ-ນັກສຶກສາ ທີ່ໃກ້ຈະມາເຖິງໃນໄວໆນີ້ ອາດມີຫຼາຍຄົນທີ່ເຄີຍມີປະສົບການພັດພາກຈາກໝູ່ເພື່ອນສະໜິດຂອງຕົນ, ຍິ່ງເຕີບໃຫຍ່ຍິ່ງຮູ້ສຶກວ່າໝູ່ຂອງເຮົານັບມື້ນັບຈາງຫາຍໄປຕາມການເວລາ, ບາງຄົນຍ້າຍຄະນະ-ຍ້າຍໂຮງຮຽນ, ບາງຄົນຍ້າຍວຽກ, ບາງຄົນກັບຄືນແຂວງເກີດຂອງຕົນ, ບາງຄົນອອກໄປຕາມຫາຄວາມຝັນຕາມເສັ້ນທາງໃໝ່, ບາງຄົນຮຽນຈົບແລ້ວ ແລະ ອາດກຳລັງກ້າວເຂົ້າສູ່ໄວກຳລັງແຮງງານ, ແຕ່ບາງມິດຕະພາບກໍອາດບໍ່ຮູ້ສຶກສະໜິດໃຈກັນຄືເກົ່າແລ້ວ. ບໍ່ວ່າດ້ວຍເຫດຜົນໃດກໍຕາມ, ມິດຕະພາບຄັ້ງໜຶ່ງທີ່ເຄີຍເກີດຂຶ້ນ ມັນຍັງຄົງງົດງາມໃນຄວາມຊົງຈຳສະເໝີ.

ຄຳວ່າ “ມິດຕະພາບ” ຖືວ່າມີຄວາມສຳຄັນຕໍ່ກັບການດຳລົງຊີວິດຂອງຄົນເຮົາ, ກວ່າທີ່ເຮົາຈະພັດທະນາຄວາມສຳພັນຈາກຄົນທຳມະດາ ຈົນກາຍມາເປັນ “ໝູ່ສະໜິດ” ໄດ້ນັ້ນ ຕ້ອງອາໄສເວລາ, ຜ່ານເລື່ອງລາວສຸກ-ທຸກຮ່ວມກັນມາ, ມີຫຼາຍເຫດການທີ່ໃຫ້ຈົດຈຳຮ່ວມກັນ. ສະນັ້ນ, ມັນຈຶ່ງບໍ່ແມ່ນເລື່ອງງ່າຍປານໃດທີ່ເຮົາຈະເປີດໃຈຮັບເອົາມິດຕະພາບໃໝ່ຈາກຄົນແປກໜ້າຈົນພັດທະນາມາເປັນເພື່ອນສະໜິດທີ່ຮູ້ໃຈ. ແຕ່ມັນກໍໜ້າເສຍດາຍ ທີ່ເມື່ອຮອດເວລາໜຶ່ງ ພວກເຮົາຕ້ອງແຍກຈາກກັນ ບໍ່ວ່າຈະດ້ວຍເຫດຜົນໃດກໍຕາມ ທຸກການສູນເສຍ ຫຼື ພັດພາກ ລ້ວນແລ້ວແຕ່ກະທົບຕໍ່ຄວາມຮູ້ສຶກ ແລະ ບາງຄົນກໍຍັງບໍ່ເຄີຍກຽມໃຈໄວ້ລ່ວງໜ້າວ່າຕ້ອງສູນເສຍມິດຕະພາບ ຈຶ່ງກາຍເປັນຄວາມໂສກເສົ້າທີ່ເຈັບປວດຍິ່ງກວ່າການຜິດຫວັງໃນຄວາມຮັກ ຍ້ອນພວກເຮົາຕ່າງກໍຮຽນຮູ້ວິທີການທັກທາຍ ແຕ່ຍັງບໍ່ທັນຮຽນຮູ້ວິທີການບອກລາ.

ບາງຄັ້ງ ເປັນຫຍັງເຮົາຈຶ່ງຫວງໝູ່ ແລະ ຮູ້ສຶກເສຍໃຈ ເມື່ອເຫັນໝູ່ໄປສະໜິດກັບຄົນອື່ນ?

ອາການຫຶງຫວງ ບໍ່ແມ່ນແຕ່ຈະເກີດຂຶ້ນສະເພາະໃນຄວາມສຳພັນລະຫວ່າງຄູ່ຮັກເທົ່ານັ້ນ ແຕ່ຍັງສາມາດເກີດຂຶ້ນໄດ້ກັບທຸກຄວາມສຳພັນ ໂດຍສະເພາະແມ່ນອາການຫຶງຫວງຕໍ່ໝູ່ສະໜິດຂອງຕົນ ຫຼື ທີ່ເອີ້ນວ່າ: “friendship jealousy”. ມີຫຼາຍຜົນການສຶກສາພົບວ່າ ໄວເດັກ ຫຼື ຜູ້ໃຫຍ່ ຕ່າງກໍເຊື່ອວ່າ ໜຶ່ງໃນສາເຫດທີ່ພາໃຫ້ມິດຕະພາບຕ້ອງຈືດຈາງລົງ ເປັນຍ້ອນໝູ່ສະໜິດຂອງຕົນໄປມີໝູ່ໃໝ່. ໃນປຶ້ມທີ່ມີຊື່ວ່າ: “Friend or Frenemy?: A Guide to the Friends You Need and the Ones You Don’t” ຂອງນັກຂຽນ Andrea Lavinthal& Jessica Rozler ກໍໄດ້ກ່າວວ່າໃນກຸ່ມຜູ້ຍິງສ່ວນໃຫຍ່ແລ້ວ ບໍ່ມັກໃຫ້ຄົນອື່ນມາສະໜິດສະໜົມກັບໝູ່ຂອງຕົນ. ນອກນີ້, ຍັງມີຜົນການສຶກສາໜຶ່ງ ຊື່ວ່າ: “When Friends Have Other Friends Friendship Jealousy in Childhood and Early Adolescence” ຍັງເປີດເຜີຍວ່າ ຖ້າຫາກເດັກນ້ອຍຄົນໃດມີຄວາມນັບຖືໃນຕົນເອງຕ່ຳ ຫຼື low self-esteem ພວກເຂົາມີຄວາມສ່ຽງທີ່ຈະເກີດອາການຫຶງຫວງຕໍ່ມິດຕະພາບສູງ ແລະ ໝູ່ຂອງເຂົາກໍຈະຮູ້ສຶກອຶດອັດ ແລະ ເປັນສາເຫດໃຫ້ມິດຕະພາບລະຫວ່າງພວກເຂົາທັງສອງກໍອາດຈືດຈາງລົງເຊັ່ນກັນ.

ຄວາມຈິງແລ້ວ ຄົນເຮົາທຸກຄົນປ່ຽນແປງຕະຫຼອດເວລາ, ຈາກສິ່ງທີ່ເຄີຍມັກ ມາຮອດມື້ນີ້ອາດບໍ່ມັກແລ້ວ, ຈາກທີ່ເຄີຍສົນໃຈ ມາຮອດຕອນນີ້ອາດບໍ່ສົນໃຈແລ້ວ, ຖ້າເຮົາໝັ່ນສັງເກດຕົນເອງ ເຮົາກໍຈະຮູ້ວ່າຕົວເຮົາເອງກໍຍັງປ່ຽນແປງໄປເຊັ່ນກັນ. ບາງຄັ້ງຄົນທີ່ປ່ຽນໄປອາດບໍ່ແມ່ນໝູ່ ແຕ່ອາດແມ່ນເຮົາເອງກໍໄດ້. ດັ່ງນັ້ນ, ມັນຈຶ່ງເປັນເລື່ອງທຳມະດາ ຖ້າຫາກໝູ່ສະໜິດຂອງເຮົາຕອນນີ້ອາດປ່ຽນໄປຂຶ້ນກັບໄວອາຍຸ, ການສຶກສາ, ໜ້າທີ່ການງານ ແລະ ສະພາບສັງຄົມທີ່ປ່ຽນໄປຂອງໝູ່ເຮົາ. ການຍອມຮັບຄວາມຈິງຂໍ້ນີ້ ຈະຊ່ວຍໃຫ້ເຮົາລົດຄວາມຄາດຫວັງຕໍ່ໝູ່ໃນເວລາທີ່ໝູ່ເຮົາປ່ຽນໄປຈາກແຕ່ເກົ່າ.

ບາງຄັ້ງ ຄົນທີ່ເຮັດໃຫ້ໝູ່ປ່ຽນໄປ ບໍ່ສະໜິດໃຈຄືເກົ່າ ອາດເກີດຈາກການກະທຳຂອງເຮົາເອງ

ບາງຄັ້ງ ເຮົາກໍກາຍເປັນຄົນທີ່ເຮັດໃຫ້ໝູ່ສະໜິດ ບໍ່ຮູ້ສຶກສະໜິດໃຈຄືເກົ່າອີກແລ້ວ. ກ່ອນທີ່ທຸກຢ່າງຈະສວາຍເກີນໄປ, ລອງທົບທວນເບິ່ງວ່າ ໄລຍະຜ່ານມາຕົນເອງເປັນຝ່າຍຕີຕົວອອກຫ່າງກ່ອນບໍ່? ໄດ້ເຮັດຫຍັງໃຫ້ໝູ່ຮູ້ສຶກໂດດດ່ຽວ ຫຼື ຮູ້ສຶກບໍ່ເຊື່ອໃຈຕໍ່ເຮົາບໍ່? ບາງຄັ້ງ ການກະທຳທີ່ຄິດວ່າທຳມະດາຂອງເຮົາ ອາດບໍ່ທັນສັງເກດວ່າມັນໄປກະທົບຕໍ່ຄວາມສຳພັນລະຫວ່າງມິດຕະພາບ ຍົກຕົວຢ່າງເຊັ່ນ: ໃນກຸ່ມຂອງເຮົາມີໝູ່ສະໜິດນຳກັນທັງໝົດ 3 ຄົນ ແຕ່ມື້ໜຶ່ງເຮົາມັກຊວນກັນໄປກິນເຂົ້ານຳກັນແຕ່ 2 ຄົນ, ໂອ້ລົມກັນແຕ່ 2 ຄົນ, ແບ່ງປັນເລື່ອງສຸກ-ທຸກກັນພຽງແຕ່ 2 ຄົນ ໂດຍທີ່ໝູ່ອີກຄົນບໍ່ເຄີຍຖືກນັບເຂົ້າໄປໃນກຸ່ມເລີຍ ຈຶ່ງບໍ່ຄວນແປກໃຈຖ້າຫາກມື້ໜຶ່ງໝູ່ອີກຄົນຈະເປັນຝ່າຍເລີ່ມອອກຫ່າງກ່ອນ ທັງນີ້ກໍຍ້ອນວ່າ ເຂົາບໍ່ຮູ້ສຶກເຖິງການມີຕົວຕົນຢູ່ໃນກຸ່ມ. ດັ່ງນັ້ນ, ຈຶ່ງບໍ່ແມ່ນຄວາມຜິດຂອງໝູ່ ທີ່ຈະລອງເປີດໃຈສະໜິດກັບຄົນໃໝ່ທີ່ບໍ່ແມ່ນເຮົາ. ຖ້າຫາກໃນມື້ນີ້ ເຮົາຍັງພໍມີໂອກາດ ແລະ ຄິດວ່າມິດຕະພາບນີ້ມີຄຸນຄ່າແກ່ການຮັກສາ ເຮົາຄວນເປັນຝ່າຍປັບຕົວເຂົ້າຫາໝູ່ຈະເປັນການດີກວ່າທີ່ຈະປ່ອຍໃຫ້ມັນເປັນໄປ ເພາະເຮົາອາດສູນເສຍເພື່ອນທີ່ດີທີ່ສຸດຄົນໜຶ່ງໄປຕະຫຼອດການ.

ທຸກໆຄວາມສຳພັນ ມັນມີມື້ທີ່ຕ້ອງຈາກລາ

ຄວາມຈິງແລ້ວ ມັນເປັນກົດເກນທຳມະດາຂອງຊີວິດ ທີ່ເມື່ອມີພົບກໍຕ້ອງມີຈາກ. ຄຳວ່າ “ມິດຕະພາບ” ອາດບໍ່ໄດ້ໝາຍເຖິງຕ້ອງຢູ່ໃກ້ຊິດກັນຕະຫຼອດເວລາ, ເມື່ອເຮົາຕ່າງກໍເຕີບໃຫຍ່ຂຶ້ນ ບົດບາດໜ້າທີ່ທາງສັງຄົມກໍເພີ່ມຂຶ້ນ ຈຶ່ງເຮັດໃຫ້ຕ່າງຄົນຕ່າງໄປມີຊີວິດຂອງຕົນ, ເວລາທີ່ຈະມີໃຫ້ກັນອາດບໍ່ເຕັມ 100% ຄືຕອນໄວເດັກອີກຕໍ່ໄປແລ້ວ ມັນຈຶ່ງບໍ່ແມ່ນຄວາມຜິດຂອງເຮົາ ແລະ ກໍບໍ່ແມ່ນຄວາມຜິດຂອງເຂົາ ເພາະຄົນເຮົາທຸກຄົນປ່ຽນແປງຕາມປັດໄຈທີ່ເກີດຂຶ້ນໃນແຕ່ລະວັນ. ຜ່ານຂະບວນການປ່ຽນແປງ ຈຶ່ງເຮັດໃຫ້ທຸກຄົນຕ່າງມີແນວຄວາມຄິດແບບໃໝ່, ໜ້າທີ່ໃໝ່, ມີຄວາມໃຝ່ຝັນແບບໃໝ່ ແລະ ມີວິຖີຊີວິດໃໝ່ ເຊິ່ງທັງໝົດນີ້ຄືຂະບວນວິວັດແຫ່ງການເຕີບໂຕ.

ທ້າຍສຸດແລ້ວ ການຍອມຮັບ ແລະ ພະຍາຍາມເຂົ້າໃຈທຸກການປ່ຽນແປງເທົ່ານັ້ນ ທີ່ຈະຊ່ວຍໃຫ້ເຮົາເຕີບໃຫຍ່ທາງຄວາມຄິດ ແລະ ສາມາດເປີດໃຈຍອມຮັບທຸກການປ່ຽນແປງອື່ນທີ່ຈະເກີດຂຶ້ນອີກໃນອະນາຄົດ. ຢ່າເສຍດາຍເລີຍ ຖ້າຫາກເຮົາພະຍາຍາມຮັກສາມິດຕະພາບໄວ້ຢ່າງເຕັມທີ່ແລ້ວ ແຕ່ເຖິງເວລາທີ່ຕ່າງຄົນຕ້ອງແຍກຍ້າຍກັນໄປເຕີບໂຕ, ເຮົາທຸກຄົນລ້ວນແລ້ວແຕ່ຕ້ອງເກີດເຫດການແບບນີ້ຊ້ຳໆວົນວຽນເລື້ອຍໄປໃນຕະຫຼອດເສັ້ນທາງເດີນຂອງຊີວິດ ບໍ່ວ່າຈະເປັນເຂົາ ແລະ ເຮົາເອງ ຕ່າງກໍມີໂອກາດໄດ້ພົບພໍ້ມິດຕະພາບໃໝ່ເກີດຂຶ້ນມາອີກຄັ້ງໄດ້ສະເໝີ. 

ຢ່າລືມໝູ່ສະໜິດອີກຄົນ ທີ່ຊື່ວ່າ “ຕົນເອງ”

ມິດຕະພາບລະຫວ່າງໝູ່ເພື່ອນອາດມີວັນຈາງຫາຍຕາມປັດໄຈຕ່າງໆທີ່ເກີດຂຶ້ນ, ແຕ່ເຊື່ອບໍ່ວ່າ ຄົນເຮົາທຸກຄົນ ຈະມີໝູ່ສະໜິດຄົນໜຶ່ງທີ່ຊື່ວ່າ “ຕົນເອງ”. ການໃຊ້ເວລາຢູ່ກັບຕົວເອງ, ທຳຄວາມເຂົ້າໃຈຕົນເອງ, ພັດທະນາຕົນເອງ ຈຶ່ງແມ່ນຂະບວນການສ້າງຄວາມເຂັ້ມແຂງພາຍໃນຈິດໃຈ ທີ່ຈາກນີ້ໄປຕໍ່ໃຫ້ຕ້ອງສູນເສຍມິດຕະພາບ ຫຼື ຕ້ອງຢູ່ຄົນດຽວຕາມລຳພັງ ກໍສາມາດເພິ່ງພາຕົວເອງໄດ້ຢ່າງເຕັມທີ່. ດັ່ງນັ້ນ, ຈົ່ງສ້າງຄວາມເຊື່ອໝັ້ນຕໍ່ຕົນເອງໃຫ້ຫຼາຍຂຶ້ນ ແລະ ສາມາດເປັນເພື່ອນທີ່ດີໃຫ້ກັບຕົນເອງ ເພາະວ່າໃນທ້າຍທີ່ສຸດແລ້ວ, ຄົນເຮົາທຸກຄົນບໍ່ມີໃຜທີ່ຈະຢູ່ນຳເຮົາໄດ້ຕະຫຼອດເວລາ ນອກຈາກເພື່ອນສະໜິດ ທີ່ຊື່ວ່າ: “ຕົນເອງ”.  

ແຫຼ່ງຂໍ້ມູນອ້າງອີງ:

http://cuts2.com/YCHId

http://cuts2.com/JvJQn

http://cuts2.com/EsYLX

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/