“ຂົນນົກ” ທີ່ແພງທີ່ສຸດໃນໂລກ ມີລາຄາຫຼາຍກວ່າ 600 ລ້ານກີບ


ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ໂຮງປະມູນເວັບຂອງນິວຊີແລນໄດ້ຈັດການປະມູນຂົນນົກທີ່ຫາຍາກຂອງນົກຮູຍາ (Huia) ນົກທ້ອງຖິ່ນຂອງປະເທດນິວຊີແລນທີ່ສູນພັນໄປເມື່ອ 100 ປີກ່ອນ ແລະ ພົບເຫັນຄັ້ງສຸດທ້າຍໃນປີ 1907 ໂດຍມີການນຳເອົາຂົນຂອງມັນມາປະມູນ ແລະ ລາຄາທີ່ປະມູນໄດ້ຄື 46,521 ໂດລານິວຊີແລນ ຫຼື ປະມານ 600 ລ້ານກີບ ຖືວ່າເປັນຂົນນົກທີີ່ແພງທີ່ສຸດໃນໂລກທີ່ເຄີຍຂາຍໃນການປະມູນມາ.

ຂົນນົກນີ້ໄດ້ຮັບການຈົດທະບຽນເປັນ “ຕາອອງກາ ຕູຕູຣູ” ຫຼື ລະບົບຄຸ້ມຄອງວັດຖຸຊາວເມົາຣີຂອງກະຊວງວັດທະນະທຳ ແລະ ມໍລະດົກ ເຊິ່ງໝາຍຄວາມວ່າຈະມີພຽງນັກສະສົມ ຕາອອງກາ ຕູຕູຣູ ທີ່ລົງທະບຽນເທົ່ານັ້ນທີ່ຈະສາມາດຊື້ຂົນນົກໄດ້ ແລະ ບໍ່ສາມາດນຳອອກນອກປະເທດໄດ້ຫາກບໍ່ໄດ້ຮັບອະນຸຍາດ.

ນົກຮູຍາ ເປັນສັດສັກສິດຂອງຊາວເມົາຣີ ພ້ອມຍັງປາກົດຢູ່ໃນເພງ ແລະ ຄຳເວົ້າຕ່າງໆ ຂົນນົກຊະນິດນີ້ມັກສະຫງວນໄວ້ກັບຫົວໜ້າເຜົ່າ ແລະ ຜູ້ທີ່ມີມານາ ເທົ່ານັ້ນ ນົກຮູຍາເປັນສັດທີ່ຫາຍາກຢູ່ແລ້ວ ແຕ່ເມື່ອມີຊາວຢູໂຣບມາຮອດນິວຊີແລນ ຈຶ່ງເກີດຄວາມນິຍົມໃນນົກຊະນິດນີ້ ແລະ ກໍມີການລ່າຈົນສູນພັນໃນທີ່ສຸດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/