FCF Pay ລະບົບການຊຳລະເງິນໃນ Blockchain ໄດ້ປະກາດຮ່ວມມືກັບ Honda Motor Co. ບໍລິສັດຜູ້ຜະລິດລົດຍັກໃຫຍ່ຂອງຍີ່ປຸ່ນ ເພື່ອເພີ່ມທາງເລືອກໃນການຊຳລະເງິນໃຫ້ກັບລູກຄ້າໃນການຊື້ຜະລິດຕະພັນຂອງບໍລິສັດ ໂດຍສາມາດຈ່າຍໄດ້ດ້ວຍສະກຸນເງິນດິຈິຕອນ ແລະ ພ້ອມທີ່ຈະຂັບເຄື່ອນໄປສູ່ອະນາຄົດ
ປັດຈຸບັນລູກຄ້າສາມາດຊື້ ຫຼື ເຊົ່າລົດຍົນ ລົດຈັກ ແລະ ຜະລິດຕະພັນອື່ນໆຂອງບໍລິສັດ Honda ໄດ້ດ້ວຍ Bitcoin (BTC), Ether (ETH), Ripple (XRP), Shiba Inu (SHIB), Binance Coin (BNB), Polkadot (DOT) ແລະ ຫຼຽນ crypto ອື່ນໆ.
ນອກຈາກບໍລິສັດ Honda ຈະສາມາດຊຳລະໄດ້ດ້ວຍຫຼຽນ Crypto ຊັ້ນນຳແລ້ວ, ໃນຂໍ້ສະເໜີຂອງພວກເຂົາຍັງໄດ້ມີການຮັບຊຳລະດ້ວຍຫຼຽນ meme ອີກເຊັ່ນ: Pepe Coin (PEPE), Floki Inu (FLOKI), Bone ShibaSwap (BONE), Doge Killer (LEASH) ແລະ ອື່ນໆ.

ການປະກາດຮ່ວມມືກັນໃນຄັ້ງນີ້ຂອງສອງບໍລິສັດ ເພື່ອເພີ່ມທາງເລືອກໃນການຊຳລະເງິນໄດ້ດ້ວຍ Crypto ໃນການຊື້ຜະລິດຕະພັນ ຖືເປັນສິ່ງທີ່ສະແດງໃຫ້ເຫັນເຖິງການເຕີບໂຕໃນດ້ານຂອງສິນຊັບດິຈິຕອນໄດ້ເປັນຢ່າງດີ, ເຊິ່ງກ່ອນໜ້ານີ້ FCF Pay ກໍຍັງໄດ້ປະກາດຮ່ວມມືກັບບໍລິສັດພະລັງງານ Chariot Energy ໃນເທັກຊັດ ເພື່ອໃຫ້ຄົນໃນທ້ອງຖິ່ນສາມາດຊຳລະຄ່າແຜງໂຊລາເຊວໄດ້ດ້ວຍຫຼຽນ Meme ແທນເງິນ Fiat ອີກດ້ວຍ
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/