ກົມຕຳຫຼວດຈະລາຈອນ ເປັນຫ່ວງປະຊາຊົນ! ຫ້າມບໍ່ໃຫ້ຊ້ອນສາມມື້ປີໃໝ່ ໃສ່ໝວກກັນກະທົບ ຮັດສາຍແອວນິລະໄພ


ກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ໄດ້ອອກແຈ້ງການເຖິງ ພໍ່ແມ່ ປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ແລະ ຜູ້ໃຊ້ລົດ-ໃຊ້ຖະໜົນໃນຂອບເຂດທົ່ວປະເທດ ວ່າ: ໃຫ້ບັນດາຜູ້ຂັບຂີ່ລົດຕ້ອງເຄົາລົບ ແລະ ປະຕິບັດຕາມກົດລະບຽບຈະລາຈອນທາງບົກ ຢ່າງເຂັ້ມງວດ ເພື່ອຄວາມປອດໄພໃນການສັນຈອນ, ເພື່ອປ້ອງກັນ, ສະກັດກັ້ນອຸບັດຕິເຫດຈະລາຈອນທາງບົກ ໃນໄລຍະການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວ ພ.ສ 2566 ໃຫ້ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພໃນການສັນຈອນ, ເຮັດໃຫ້ການສະເຫຼີມສະຫຼອງປີໃໝ່ລາວ ມີຄວາມເບີກບານມ່ວນຊື່ນ ແລະ ຖືກຕ້ອງຕາມຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ເຊິ່ງພິທີຖະແຫຼງຂ່າວດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 10 ເມສານີ້ ທີ່ກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ໂດຍການຖະແຫຼງຂ່າວຂອງ ທ່ານ ພັອ ຄຳເຫຼັກ ໄຊຍະສິດ ຮອງກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ, ມີບັນດາສື່ມວນຊົນເຂົ້າຮ່ວມ.

ທ່ານ ພັອ ຄຳເຫຼັກ ໄຊຍະສິດໄດ້ເວົ້າວ່າ ກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ອອກແຈ້ງການ ດັ່ງນີ້:

1. ຜູ້ຂັບຂີ່ລົດຕ້ອງເຄົາລົບ ແລະ ປະຕິບັດຕາມກົດລະບຽບຈະລາຈອນທາງບົກ ຢ່າງເຂັ້ມງວດ

2. ຜູ້ຂັບຂີ່ລົດຈັກ ຕ້ອງໃສ່ໝວກກັນກະທົບ ທັງຜູ້ຂັບ ແລະ ຜູ້ຊ້ອນທ້າຍ (ຖ້າຫາກລະເມີດຈະໄດ້ສຶກສາອົບຮົມ, ກັກລົດໄວ້ ແລະ ປັບໃໝຕາມລະບຽບການ) ເພື່ອຄວາມປອດໄພຂອງຜູ້ຂັບຂີ່

3. ຜູ້ຂັບຂີ່ລົດໃຫຍ່ ຕ້ອງຮັດສາຍແອວນິລະໄພ ເພື່ອຮັບປະກັນຄວາມປອດໄພ ໃຫ້ແກ່ຜູ້ຂັບຂີ່ ແລະ ຜູ້ໂດຍສານ

4. ກ່ອນຈະນຳໃຊ້ຍານພາຫະນະ ຕ້ອງກວດສະພາບເຕັກນິກ, ຄວາມພ້ອມຂອງຍານພາຫະນະ ໃຫ້ມີຄວາມຮັບປະກັນເປັນຢ່າງດີ

5. ລົດຂົນສົ່ງໂດຍສານທາງໄກ ຕ້ອງມີໂຊເຟີສຳຮອງທຸກຄັ້ງເວລາເດີນທາງ ແລະ ປະຕິບັດລະບຽບກົດໝາຍກ່ຽວກັບການຂົນສົ່ງທາງບົກຢ່າງເຂັ້ມງວດ

6. ສະເພາະເສັ້ນທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ, ຄວນໃຊ້ຄວາມໄວສູງສຸດບໍ່ໃຫ້ເກີນ 120 km/ຊົ່ວໂມງ ແລະ ຄວາມໄວຕໍ່າສຸດບໍ່ໃຫ້ຫຼຸດ 80 km/ຊົ່ວໂມງ (ເຈົ້າໜ້າທີ່ຕຳຫຼວດຈະໄດ້ຈັບຄວາມໄວ)

7. ຫ້າມຜູ້ຂັບຂີ່ດື່ມສິ່ງມືນເມົາ (ເມົາຫ້າມຂັບຂີ່ລົດ) ຢ່າງເດັດຂາດ, ຖ້າຫາກກວດກາພົບເຫັນ ເຈົ້າໜ້າທີ່ຕຳຫຼວດຈະມາຮັບເອົາ ເພື່ອຮັບປະກັນຄວາມປອດໄພ ພ້ອມດໍາເນີນຕາມຂັ້ນຕອນຂອງລະບຽບກົດໝາຍໃນເວລາຕໍ່ໄປ. ເຈົ້າໜ້າທີ່ຈະລາຈອນຈະໄດ້ກັກຜູ້ຂັບຂີ່ລົດໄວ້ ເພື່ອສຶກສາອົບຮົມ, ເຊົາເມົາແລ້ວຈຶ່ງອະນຸຍາດໃຫ້ໄປ ຫຼື ໃຫ້ຍາດພີ່ນ້ອງ, ໝູ່ຄູ່ມາຮັບເອົາ

8. ຫ້າມຂີ່ລົດຈັກເປັນພຶງເປັນແພ ກີດຂວາງການສັນຈອນ ຕາມເສັ້ນທາງ ຢ່າງເດັດຂາດ, (ບໍ່ໄປຕາມຊ່ອງຈະລາຈອນ)

9. ຫ້າມຂັບຂີ່ຍານພາຫະນະ ເກີນຄວາມໄວທີ່ກົດໝາຍລະບຽບການ ແລະ ປ້າຍສັນຍານຈະລາຈອນ ກໍານົດໄວ້

10. ຫ້າມຜູ້ໂດຍສານ ນັ່ງຂອບກະບະລົດ ຫຼື ນັ່ງຝາທ້າຍລົດ ໃນເວລາລົດກຳລັງສັນຈອນ ຢ່າງເດັດຂາດ

11. ຫ້າມນຳໃຊ້ລົດຂົນສົ່ງໂດຍສານ ບັນທຸກສິນຄ້າໂດຍສານ ຢ່າງເດັດຂາດ ແລະ ບັນທຸກຄົນໂດຍສານເກີນຈຳນວນ ແລະ ຊ່ວງຊີງເອົາຄົນ

12. ຫ້າມຜູ້ປົກຄອງປະປ່ອຍໃຫ້ເດັກນ້ອຍທີ່ອາຍຸບໍ່ເຖິງກະສຽນ ຂັບຂີ່ຍານພາຫະນະຢ່າງເດັດຂາດ

13. ຫ້າມຈອດລົດໃນເສັ້ນທາງດ່ວນຢ່າງເດັດຂາດ (ຍົກເວັ້ນກໍລະນີຍານພາຫະນະເປ່ເພ)

14. ຖ້າບຸກຄົນໃດຫາກລະເມີດ ຕໍ່ບັນດາຂໍ້ຫ້າມ ດຳລັດວ່າດ້ວຍກົດຈະລາຈອນທາງບົກ ຈະຖືກສຶກສາອົບຮົມ ແລະ ປັບໃໝຕາມລະບຽບກົດໝາຍ ທີ່ກຳນົດໄວ້ ຢ່າງເຂັ້ມງວດ

15. ກຳລັງຕຳຫຼວດຈະລາຈອນແຕ່ລະແຂວງ ຈະຕ້ອງໄດ້ເຮັດໜ້າທີ່ຕິດຕາມກວດກາການສັນຈອນ, ຈັດສັນຄວາມເປັນລະບຽບການສັນຈອນ, ການຍ່າງ ແລະ ການຈອດ ຂອງຍານພາຫະນະຢ່າງເຂັ້ມງວດ ຕະຫຼອດໄລຍະເວລາສະເຫຼີມສະຫຼອງ ປີໃໝ່ລາວທີ່ຈະມາເຖິງນີ້.

ຫວັງຢ່າງຍິ່ງວ່າບັນດາທ່ານ ທີ່ໃຊ້ລົດ-ໃຊ້ຖະໜົນເຄື່ອນໄຫວໄປ-ມາ ໃນໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2566 ນີ້: ຈະໃຫ້ຄວາມຮ່ວມມື ແລະ ເປັນເຈົ້າການໃນການຍົກສູງສະຕິປະຕິບັດກົດຈະລາຈອນຢ່າງເຂັ້ມງວດ.

/ເນື່ອງໃນໂອກາດ ສະເຫຼີມສະຫຼອງ ຕ້ອນຮັບປີໃໝ່ລາວ ພ.ສ 2566 ນີ້ ກົມຕຳຫຼວດຈະລາຈອນ, ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ຂໍຮຽກຮ້ອງມາຍັງບັນດາທ່ານຜູ້ທີ່ໃຊ້ລົດ – ໃຊ້ຖະໜົນ ຈົ່ງໃຫ້ຄວາມຮ່ວມມື ແລະ ເປັນເຈົ້າການປະຕິບັດກົດຈະລາຈອນຢ່າງເຂັ້ມງວດ ເພື່ອລົດຜ່ອນຜົນເສຍຫາຍ ຈາກການເກີດອຸບັດເຫດຈະລາຈອນທາງບົກ. ດັ່ງນັ້ນ, ກົມຕຳຫຼວດຈະລາຈອນ ຈຶ່ງແຈ້ງການມາຍັງທ່ານ ຜູ້ໃຊ້ລົດ-ໃຊ້ຖະໜົນ ທີ່ຢູ່ໃນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອຊາບ ແລະ ພ້ອມກັນຈັດຕັ້ງ ປະຕິບັດຕາມແຈ້ງການສະບັບນີ້ ຢ່າງເຂັ້ມງວດ.

ຂໍ້ມູນຈາກ:

https://bit.ly/3Gtmu7H

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/