ກຳປູເຈຍ ມາຢ້ຽມຢາມ ສປປ ລາວ ຄັ້ງນີ້ ໄດ້ເຊັນສັນຍາຮ່ວມພັດທະນາປະເທດຊາດຮ່ວມກັນໃນຫຼາຍດ້ານ

ກໍາປູເຈຍ

ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ທີ່ ສໍານັກງານນາຍົກລັດຖະມົນຕີ ໃນຕອນບ່າຍຂອງວັນທີ 13 ກຸມພາ 2023, ຈາກນັ້ນກໍໄດ້ມີການພົບປະສອງຝ່າຍຢ່າງເປັນທາງການ, ເຊິ່ງຄະນະຜູ້ແທນຝ່າຍລາວ ນໍາໂດຍ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນຝ່າຍກໍາປູເຈຍ ນໍາໂດຍ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນ ແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ.

ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ທົບທວນຄືນການພົວພັນຮ່ວມມື ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃນໄລຍະຜ່ານມາ, ໂດຍໄດ້ຕີລາຄາສູງ ແລະ ສະແດງຄວາມເພິ່ງພໍໃຈ ທີ່ເຫັນວ່າ ການພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອຖານບ້ານໃກ້ເຮືອນຄຽງທີ່ມີມາແຕ່ດົນນານ ລະຫວ່າງ ປະຊາຊົນລາວ ແລະ ກໍາປູເຈຍ ນັບມື້ນັບໄດ້ຮັບການເສີມຂະຫຍາຍໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ການຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ໃນປີ 2019 ໄດ້ຊີ້ໃຫ້ເຫັນເຖິງຄວາມໝາຍໝັ້ນອັນແຮງກ້າ ຂອງສອງປະເທດ ໃນການຍົກລະດັບການພົວພັນອັນດີດັ່ງກ່າວ ໃຫ້ຂຶ້ນສູ່ລະດັບສູງອີກ.

ກຳປູເຈຍ

ການພົວພັນຮ່ວມມືສອງຝ່າຍໃນຫຼາຍດ້ານໄດ້ຮັບການເສີມຂະຫຍາຍເປັນກ້າວໆ ເປັນຕົ້ນ: ການຮ່ວມມືດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ, ດ້ານການເງິນ, ດ້ານພະລັງງານໄຟຟ້າ, ດ້ານໂຍທາທິການ ແລະ ຂົນສົ່ງ, ດ້ານວັດທະນະທໍາ-ສັງຄົມ ແລະ ການທ່ອງທ່ຽວ, ດ້ານວຽກງານຊາຍແດນ ແລະ ອື່ນໆ. ຂະນະດຽວກັນ, ການພົວພັນຮ່ວມມືໃນພາກພື້ນ ແລະ ອະນຸພາກພື້ນ ສືບຕໍ່ຮັດແໜ້ນ ແລະ ໃຫ້ການສະໜັບສະໜູນ ເຊິ່ງກັນ ແລະ ກັນ ເປັນຕົ້ນ: ຂອບການຮ່ວມມືແອັກແມັກ (ACMECS), CLMV ແລະ CLV.

ກຳປູເຈຍ

ພ້ອມນີ້, ສອງຝ່າຍ ໄດ້ຮ່ວມກັນວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ, ເຊິ່ງສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ ເພື່ອຮ່ວມກັນຈັດຕັ້ງປະຕິບັດ ບັນດາການຕົກລົງຂອງການນໍາຂັ້ນສູງຂອງສອງປະເທດ ແລະ ບັນດາເອກະສານຮ່ວມມືສອງຝ່າຍທີ່ມີຮ່ວມກັນໃນທຸກລະດັບ ໃຫ້ມີປະສິດທິພາບ ແລະ ປະສິດທີຜົນ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ; ສືບຕໍ່ເພີ່ມທະວີການພົວພັນຮ່ວມມືໃນດ້ານຕ່າງໆ ຢ່າງໜັກແໜ້ນ ເປັນຕົ້ນ ດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ-ປ້ອງການຄວາມສະຫຼົບ, ວຽກງານຊາຍແດນ ແລະ ອື່ນໆ; ຊູກຍູ້ເພີ່ມທະວີການພົວພັນຮ່ວມມືທາງດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ, ການເຊື່ອມໂຍງຄົມມະນາຄົມ ແລະ ການທ່ອງທ່ຽວ, ການສຶກສາ, ວັດທະນະທໍາ-ສັງຄົມ, ສາທາລະນະສຸກ ແລະ ອື່ນໆ; ສືບຕໍ່ປະສານສົມທົບກັນໃນການເຄື່ອນໄຫວໃນເວທີພາກພື້ນ ແລະ ສາກົນ.

ພາຍຫຼັງສໍາເລັດການພົບປະສອງຝ່າຍ, ສອງນາຍົກລັດຖະມົນຕີ ລາວ ແລະ ກໍາປູເຈຍ ໄດ້ຮ່ວມກັນລົງນາມເອກະສານ 02 ສະບັບ ຄື: 1). ສົນທິສັນຍາ ວ່າດ້ວຍ ການກໍານົດຊາຍແດນ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກຳປູເຈຍ ທີ່ໄດ້ສຳເລັດການປັກຫຼັກໝາຍສຳເລັດ 86%, ເຊິ່ງເປັນເອກະສານສຳຄັນ ແລະ ເປັນພື້ນຖານໃຫ້ແກ່ການສືບຕໍ່ແກ້ໄຂບັນຫາເສັ້ນຊາຍແດນທີ່ຍັງເຫຼືອບົນພື້ນຖານມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ປະຊາຊົນສອງຊາດ.

2). ແຜນປະຕິບັດງານຮ່ວມ (Action Plan) ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກຳປູເຈຍ ແຕ່ປີ 2023-2027, ເຊິ່ງຈະເປັນການສ້າງເງື່ອນໄຂທີ່ເປັນພື້ນຖານໃຫ້ແກ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃຫ້ເປັນຮູບປະທໍາຫຼາຍຂຶ້ນ ເປັນຕົ້ນ ເພີ່ມທະວີການພົວພັນ ດ້ານເສດຖະກິດການຄ້າ, ການລົງທຶນ, ວຽກງານການກໍານົດ ແລະ ປັກຫຼັກໝາຍຊາຍແດນ, ການຮ່ວມມືກັນໃນລະດັບພາກພື້ນ ແລະ ສາກົນອື່ນໆ.

ກຳປູເຈຍ

ຂອບໃຈຂໍ້ມູນຈາກ:

https://bit.ly/3YuRawb

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/