ກຳປູເຈຍ ກຽມຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ແລະ ຈະກາຍເປັນປະເທດທີ່ມີລາຍໄດ້ສູງ


ນາຍົກລັດຖະມົນຕີກຳປູເຈຍ ສະແດງຄວາມໝັ້ນໃຈວ່າປະເທດຈະຫຼຸດພົ້ນອອກຈາກປະເທດພັດທະນາ   ໜ້ອຍທີ່ສຸດ ພາຍໃນປີ 2027 ແລະ ກາຍເປັນປະເທດທີ່ມີລາຍໄດ້ປານກາງລະດັບສູງພາຍໃນປີ​ 2030 ໂດຍເບິ່ງຄືວ່າຄວາມມຸ່ງໝັ້ນໃນການພັດທະນາຢ່າງໝັ້ນຄົງ ລວມທັງການເຕີບໂຕທາງເສດຖະກິດຂອງກຳປູເຈຍໃນປັດຈຸບັນ ຈະເປີດໂອກາດໃຫ້ສາມາດບັນລຸເປົ້າໝາຍທີ່ຕັ້ງໄວ້ ເຖິງແມ່ນວ່າຈະມີຄວາມທ້າທາຍຕ່າງໆ ຈາກເສດຖະກິດໂລກ ສົງຄາມລະຫວ່າງຣັດເຊຍ ແລະ ຢູເຄຣນ. ຕະຫຼອດຈົນວິກິດການປ່ຽນແປງສະພາບປ່ຽນແປງສະພາບພູມອາກາດ.

ທະນາຄານໂລກໄດ້ປັບແກ້ສະຖານະທາງດ້ານເສດຖະກິດຂອງກຳປູເຈຍຢ່າງເປັນທາງການໃນປີ 2016 ໂດຍເລື່ອນຖານະຈາກປະເທດທີ່ລາຍໄດ້ໜ້ອຍໄປສູ່ປະເທດທີ່ມີລາຍໄດ້ປານກາງລະດັບຕໍ່າ ເຊິ່ງເປັນການຈຳແນກປະເພດໃໝ່ທີ່ບັນດານັກເສດຖະສາດ ຄາດວ່າຈະນຳໄປສູ່ການຫຼຸດຂະໜາດຄວາມຊ່ວຍເຫຼືອ ຈາກຕ່າງປະເທດ ແລະ ການເຂົ້າເຖິງສິດທິພິເສດທາງການຄ້າໃນອີກບໍ່ເທົ່າປີຕໍ່ໜ້າ.

ຕາມເກນຂອງທະນາຄານໂລກ ປະເທດທີ່ມີລາຍໄດ້ໜ້ອຍ ໝາຍເຖິງປະເທດທີ່ມີລາຍໄດ້ປະຊາຊາດ (GNI) ຕໍ່ຫົວໜ້ອຍກວ່າ 1.025 ໂດລາສະຫະລັດ ປະເທດທີ່ມີລາຍໄດ້ປານກາງລະດັບຕ່ຳຈະມີ GNI ຕໍ່ຫົວຢູ່ລະຫວ່າງ 1.026-4.035 ໂດລາສະຫະລັດ ແລະ ປະເທດທີ່ມີລາຍໄດ້ປານກາງລະດັບສູງຈະມີ GNI ຕໍ່ຫົວຢູ່ໃນ 4.037-12.745 ໂດລາສະຫະລັດ. ໃນຂະນະທີ່ປະເທດມີລາຍໄດ້ສູງຈະມີ GNI ຕໍ່ຫົວສູງກວ່ານັ້ນ.

ເສດຖະກິດຂອງກຳປູເຈຍຄາດວ່າຈະເຕີບໂຕທີ່ 5,5% ໃນປີ 2023 ແລະ 6% ໃນປີ 2024, ເນື່ອງຈາກການຟື້ນຕົວກັບມາຢ່າງແຂງແຮງຂອງພາກການທ່ອງທ່ຽວ ແລະ ການເຕີບໂຕ ຢ່າງວ່ອງໄວໃນພາກບໍລິການ. ເຖິງຢ່າງໃດກໍຕາມ ເພື່ອຮັກສາເສດຖະກິດເຊັ່ນນີ້ໃຫ້ຄົງຢູ່ໃນໄລຍະຍາວ ລັດຖະບານຈະຕ້ອງລົງທຶນເພີ່ມຕື່ມໃນດ້ານການດູແລສຸຂະພາບ ການຄຸ້ມຄອງຂະໜາດຍ່ອຍຕ່າງໆ ເທັກໂນໂລຢີດິຈິຕອລ ລວມໄປເຖິງການພັດທະນາທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ອື່ນໆ.

ຂໍ້ມູນຈາກ:

https://cutt.ly/UwenHVQE

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/