ກາເຟຫວຽດນາມຕີຕະຫຼາດ ແລະ ສ້າງຊື່ສຽງໄປຮອດຝັ່ງອັງກິດ ມູນຄ່າການສົ່ງອອກ 8 ເດືອນເກືອບ 3 ພັນລ້ານໂດລາສະຫະລັດ


ຫວຽດນາມ ສາມາດເວົ້າໄດ້ເລີຍວ່າທາງດ້ານເສດຖະກິດພັດທະນາຢູ່ໃນລະດັບຕົ້ນໆຂອງອາຊຽນເລີຍກໍວ່າໄດ້ ສາມາດຜະລິດສິນຄ້າເປັນຂອງຕົນເອງ ນຳສິນຄ້າສົ່ງອອກຫຼາຍກວ່ານຳເຂົ້າປະເທດ, ສາມາດຕີຕະຫຼາດໄປໄດ້ຫຼາຍໆປະເທດໃນອາຊຽນ ແລະ ກໍຍັງສາມາດສ້າງຊື່ໃນຕະຫຼາດອັງກິດອີກດ້ວຍໂ ດຍສະເພາະແມ່ນກາເຟ.

ການຕົກລົງການຄ້າລະຫວ່າງສະຫະຣາຊະອານາຈັກ-ຫວຽດນາມ (UKVFTA) ແລະ ການມີສ່ວນຮ່ວມຂອງສະຫະຣາຊະອານາຈັກ ໃນການຕົກລົງຮຸ້ນສ່ວນທາງເສດຖະກິດພາກພື້ນປາຊີຟິກ ໄດ້ຊ່ວຍສ້າງຄວາມໄດ້ປຽບໃຫ້ກັບກາເຟຫວຽດນາມ ສຳລັບການແຂ່ງຂັນໃນຕະຫຼາດສະຫະຣາຊະອານາຈັກ.

ເດືອນພະຈິກທີ່ຜ່ານມາ ສະຫະຣາຊະອານາຈັກນຳເຂົ້າກາເຟຈາກ 60 ກວ່າປະເທດ ໂດຍນຳເຂົ້າມາຈາກ 5 ປະເທດຫຼັກຫຼາຍກວ່າ 1,000 ໂຕນ ເຊິ່ງຫວຽດນາມເປັນອັນດັບ 1 ຕາມມາດ້ວຍບຣາຊິວ, ເນເທີແລນ, ຮອນດູຣັສ ແລະ ສະເປນ.

ໃນໄລຍະ 5 ເດືອນທີ່ຜ່ານມາຂອງປີ 2023 ສະຫະຣາຊະອານາຈັກນຳເຂົ້າກາເຟເກືອບ 20,000 ໂຕນ ຈາກຫວຽດນາມ ເຊິ່ງລາຄາສົ່ງອອກກາເຟຫວຽດນາມໄປຍັງ ສະຫະຣາຊະອານາຈັກ ແມ່ນສູງກວ່າລາຄາສົ່ງອອກກາເຟຫວຽດນາມປົກກະຕິ ໃນໄລຍະດຽວກັນເຖິງ 13.7% ແລະ ຕໍ່ມາໃນເດືອນມິຖຸນາ ລາຄາສົ່ງອອກກາເຟຫວຽດນາມແມ່ນປະມານ 2,802 ໂດລາສະຫະລັດຕໍ່ໂຕນ ເພີ່ມຂຶ້ນ 21.21% ຈາກເດືອນກ່ອນ ແລະ ເພີ່ມຂຶ້ນ 35.24% ຖ້າທຽບກັບເດືອນດຽວກັນຂອງປີຜ່ານມາ.

8 ເດືອນຜ່ານມາຫວຽດນາມສ້າງລາຍໄດ້ເກືອບ 3 ພັນລ້ານໂດລາສະຫະລັດ ສົ່ງກາເຟອອກປະມານ​ 1.2 ລ້ານໂຕນ, ມູນຄ່າເພີ່ມຂຶ້ນ 32.3% ເນື່ອງຈາກລາຄາຂາຍເພີ່ມຂຶ້ນ ໂດຍຕະຫຼາດສົ່ງອອກກາເຟທີ່ໃຫຍ່ທີ່ສຸດຂອງຫວຽດນາມແມ່ນ ເຢຍລະມັນ, ອິຕາລີ, ສະຫະລັດອາເມຣິກາ ແລະ ຍີ່ປຸ່ນ.

ຂໍ້ມູນຈາກ: AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/