ການແຂ່ງຂັນວິດີໂອສັ້ນລາວ-ຈີນ 2021 ສຳເລັດຢ່າງຈົບງາມ


ການແຂ່ງຂັນວິດີໂອສັ້ນ ລາວ-ຈີນ ແມ່ນເກີດຂຶ້ນຈາກການຮ່ວມມືກັນລະຫວ່າງ ກະຊວງຖະແຫຼງຂ່າວ, ວັດທະນະທຳ, ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ສູນອາຊີ-ອາຟຣິກາຂອງສະຖານີວິທະຍຸສູນກາງຈີນ ເປັນເຈົ້າພາບ ແລະ ມອບໃຫ້ ກົມຮູບເງົາ, ກະຊວງ ຖວທ ແລະ ສະຖານີວິທະຍຸແຫ່ງຊາດຈີນປະຈຳລາວ ເປັນຜູ້ດຳເນີນກິດຈະກຳ. ງານດັ່ງກ່າວແມ່ນມີຈຸດປະສົງເພື່ອຢາກເພີ່ມທະວີການສ້າງຕັ້ງສາຍພົວພັນ ແລະ ຄວາມສາມັກຄີໄມຕີຈິດລະຫວ່າງສອງຊາດ ລາວ-ຈີນ ໃນຮອບ 60ປີ.

ການແຂ່ງຂັນໃນຄັ້ງນີ້ ແມ່ນເລີ່ມພິທີຢ່າງເປັນທາງການຕັ້ງແຕ່ຕົ້ນເດືອນກຸມພາທີ່ຜ່ານມາ ແລະ ໄດ້ຮັບຄວາມສົນໃຈຈາກມວນຊົນເປັນຈຳນວນຫຼາຍ ໂດຍມີຜົນງານເລື່ອງສັ້ນສົ່ງເຂົ້າປະກວດເຖິງ 231ເລື່ອງ ໃນນັ້ນແມ່ນຜົນງານຈາກ ສປປ ລາວ 47ເລື່ອງ ເຊິ່ງແຕ່ລະຜົນງານຈະນອນຢູ່ໃນຂົງເຂດ ວັດທະນະທຳ, ການທ່ອງທ່ຽວ, ການສຶກສາ ແລະ ອື່ນໆອີກຫຼາກຫຼາຍ.

ເມື່ອວັນທີ 20 ສິງຫາ 2021 ການແຂ່ງຂັນໃນຄັ້ງນີ້ ກໍໄດ້ປະກາດມອບຮາງວັນໃຫ້ແກ່ ຮູບເງົາສັ້ນເລື່ອງ “ເພງ” ທີ່ນຳສະແດງໂດຍ ໝີພູ  ພິລັນຍາ ທິບພົມວົງ, ອາທິດ ສີລາວົງ ແລະ ອິນປັນ ບໍລິຫານ ຫຼື ຕຸ້ຍ Over dance ເຊິ່ງໄດ້ຮັບຮາງວັນທີ 1 ແລະ ຮາງວັນພິເສດຈາກຄະນະກຳມະການ ເຊິ່ງເປັນຮາງວັນໃຫຍ່ທີ່ສຸດໃນງານແຂ່ງຂັນວິດີໂອສັ້ນລາວ-ຈີນ 2021 ໂດຍພິທີມອບຮາງວັນງານແຂ່ງຂັນວິດີໂອສັ້ນລາວ-ຈີນ 2021 ພາຍໃຕ້ຫົວຂໍ້ “ຄຽງຂ້າງກັນ”  ແມ່ນຈັດຂຶ້ນໃນວັນທີ 20 ສິງຫາ 2021 ນີ້, ທີ່ນະຄອນຫຼວງວຽງຈັນ.

ທີ່ມາ: https://bit.ly/386ro8T

ພາບ: Touy Overdance

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/