ສັດລ້ຽງຂອງພວກເຮົາຈະຮ້ອນໄດ້ງ່າຍໃນສະພາບອາກາດທີ່ອົບເອົ້າເເບບນີ້ ພວກມັນບໍ່ສາມາດລະບາຍຄວາມຮ້ອນໄດ້ດ້ວຍຕົນເອງ ເເລະ ບໍ່ສາມາດຍ້າຍໄປຫາບ່ອນທີ່ເຢັນກວ່າ ຫຼື ຫຼີກເວັ້ນເເສງເເດດໄດ້, ພວກເຂົາບໍ່ສາມາດລະບາຍຄວາມຮ້ອນດ້ວຍການຂັບເຫື່ອອອກໄດ້ຄືມະນຸດ ດັ່ງນັ້ນພວກມັນຈຶ່ງສາມາດຄວບຄຸມອຸນຫະພູມໃນຮ່າງກາຍໄດ້ໜ້ອຍກວ່າມະນຸດ. ໂດຍ Heat stroke ທີ່ມັກເກີດຂຶ້ນກັບມະນຸດນີ້ ສັດເອງກໍສາມາດເປັນໄດ້ເຊັ່ນດຽວກັນ, Heat stroke ນີ້ສາມາດເປັນໄພຄຸກຄາມຕໍ່ສັດລ້ຽງຂອງທ່ານໄດ້ ໂດຍອຸນຫະພູມຂອງຮ່າງກາຍຈະເພີ່ມຂຶ້ນຈົນເຖິງຈຸດທີ່ສົ່ງຜົນຮ້າຍເເຮງເຊັ່ນ ອະໄວຍະວະພາຍໃນລົ້ມເຫຼວ ເເລະ ອາດເຖິງເເກ່ຊີວິດ.

ໃນອາກາດຮ້ອນໆເເບບນີ້ ທາງເເພດກໍໄດ້ອອກມາເຕືອນວ່າ ການໃຊ້ນ້ຳທີ່ເຢັນ ຫຼື ການເອົານ້ຳກ້ອນມາເເຊ່ອາບເພື່ອລະບາຍຄວາມຮ້ອນໃຫ້ເເກ່ສັດລ້ຽງ ອາດເຮັດຫຼອດເລືອດຝອຍໃຕ້ຜິວໜັງເກີດການຫົດເຂົ້າ ເຮັດໃຫ້ສັດລ້ຽງສາມາດລະບາຍຄວາມຮ້ອນອອກຈາກໂຕໄດ້ໜ້ອຍ ອຸນຫະພູມພາຍໃນຈະລົດລົງໄວເຮັດໃຫ້ຫົວໃຈວາຍໄດ້. ເຊິ່ງເເພດເເນະນຳໃຫ້ໃຊ້ນ້ຳອຸນຫະພູມປົກກະຕິໃນການອາບ ຫຼັງອາບຄວນເຊັດ ເເລະ ເປົ່າຂົນໃຫ້ເເຫ້ງ.

ເພື່ອທີ່ຈະຫຼີກເວັ້ນບໍ່ໃຫ້ສັດລ້ຽງເປັນ Heat stroke ຄວນປະຕິບັດດັ່ງນີ້:
- ກວດສອບໃຫ້ເເນ່ໃຈວ່າສັດລ້ຽງຂອງທ່ານຢູ່ໃນສະຖານທີ່ຮົ່ມເຢັນ ເເລະ ອາກາດຖ່າຍເທ ຫຼືບໍ່
- ຫຼີກເວັ້ນການພາໄປຍ່າງໃນມື້ທີ່ອາກາດອົບເອົ້າ
- ຖືຕຸກນ້ຳໄປນຳໃນຂະນະທີ່ພາຍ່າງຫຼິ້ນ
- ຈື່ໄວ້ວ່າສັດລ້ຽງຂອງເຮົາບໍ່ໄດ້ໃສ່ເກີບຄືເຮົາ ການຍ່າງຢູ່ຕາມທາງພື້ນອາດຈະຮ້ອນເກີນໄປ
- ຫ້າມປະສັດລ້ຽງຂອງທ່ານໄວ້ໃນລົດ ຫຼື ຫ້ອງທີ່ມີອາການຮ້ອນ
- ກວດສອບໃຫ້ເເນ່ໃຈວ່າສັດລ້ຽງຂອງທ່ານມີນ້ຳກິນຢູ່ຕະຫຼອດເວລາ, ການໃສ່ນ້ຳກ້ອນໄວ້ໃນນ້ຳດື່ມສາມາດຮັກສາຄວາມເຢັນຂອງນ້ຳໄດ້
- ກວດສອບໃຫ້ເເນ່ໃຈວ່າສັດລ້ຽງຂອງທ່ານຢູ່ໃນການດູເເລເປັນຢ່າງດີສຳລັບການດູເເລໃນເເຕ່ລະສາຍພັນ
- ຫາກມີອາການທີ່ຜິດປົກກະຕິຄວນນຳໄປພົບເເພດທັນທີ
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/