ຫຼາຍເທື່ອທີ່ເຮົາມັກຈະເຫັນຂ່າວການຫ້າມນຳເຂົ້າສິນຄ້າປະເພດນັ້ນປະເພດນີ້ ໃນແຕ່ລະຫຼາຍໆປະເທດ ແລະ ມັກຈະເຫັນການສະແດງຄວາມຄິດເຫັນໃນໂລກສັງຄົມອອນລາຍໄປໃນທາງວິພາກວິຈານໄປໃນທາງ ການກີດກັ້ນສິນຄ້າຂອງປະເທດນັ້ນດ້ວຍອະຄະຕິທາງດ້ານການຄ້າ ແລະ ການເມືອງ.

ແຕ່ທຸກຄົນຮູ້ບໍ່ວ່າຫຼາຍປະເທດທົ່ວໂລກກໍມີການປິດກັ້ນ ຫຼື ຫ້າມນຳເຂົ້າສິນຄ້າບາງປະເພດ ເຊັ່ນກັນ. ໂດຍສະເພາະສິນຄ້າປະເພດ ບໍລິໂພກ ທີ່ສ່ວນໃຫຍ່ຈະເປັນບັນຫາເລື່ອງຄວາມປອດໄພທາງດ້ານສຸຂະພາບ, ມາດຕະຖານຕ່າງໆ, ສະຖານະການພາຍໃນ ຂອງປະເທດນັ້ນໆ ແລະ ກົດໝາຍທີ່ແຕກຕ່າງກັນໃນແຕ່ລະປະເທດ.
ຍົກຕົວຢ່າງເຊັ່ນ: ປະເທດສະຫະລັດອາເມຣິກາ ທີ່ມີກົດໝາຍເຂັ້ມງວດໃນການນຳເຂົ້າ ອາຫານ ແລະ ສິນຄ້າກະສິກຳຕ່າງໆ ກໍເນື່ອງມາຈາກພົບການລະບາດຂອງແມງໄມ້, ໜອນ, ດ້ວງ, ແມງວັນທີ່ໄປທຳລາຍຜົນຜະລິດຂອງຊາວກະສິກອນ ແລະ ແມງໄມ້ຫຼາຍຊະນິດທີ່ລະບາດນັ້ນບໍ່ເຄີຍກວດພົບມາກ່ອນໃນ ອາເມຣິກາ, ແຕ່ວ່າມີຫຼາຍກໍລະນີທີ່ກວດພົບໃນຂະນະທີ່ແມງໄມ້ເຫຼົ່ານັ້ນຍັງເປັນຕົວອ່ອນ ຫຼື ເປັນໄຂ່ທີ່ຕິດມານຳຜັກ ຫຼື ໝາກໄມ້ຂອງນັກເດີນທາງທີ່ເຂົ້າມາໃນປະເທດ.
ອີກໜຶ່ງກໍລະນີກໍຄື ເມື່ອປາຍປີ 2020 ທີ່ມີການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ໃໝ່ໆ ທາງ ສປປ ລາວ ກໍເຄີຍໄດ້ສັ່ງໂຈະການນຳເຂົ້າສິນຄ້າປະເພດອາຫານທະເລ-ແຊ່ແຂງ ຈາກປະເທດໄທ ເນື່ອງຈາກວ່າມີຄວາມກັງວົນຕໍ່ກັບການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ພາຍໃນປະເທດໄທ ທີ່ໃນຕອນນັ້ນມີການແຜ່ລະບາດຢ່າງໜັກ.
ແຕ່ສຸດທ້າຍແລ້ວ ເຮົາກໍບໍ່ສາມາດປະຕິເສດໄດ້ວ່າໃນບາງປະເທດ ກັບສິນຄ້າບາງປະເພດ ກໍໄດ້ມີການຈຳກັດຫ້າມນໍາເຂົ້າ ຍ້ອນເຫດຜົນທາງດ້ານການຄ້າ ແລະ ບາງເທື່ອກໍມີໃນເລື່ອງຂອງການເມືອງເຂົ້າມາກ່ຽວຂ້ອງ ເຊັ່ນດຽວກັນ.
ຂອບໃຈຂໍ້ມູນຈາກ: https://bit.ly/3YZiGCD
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/