ເກີດເຫດໄຟໄໝ້ທີ່ໂຮງແຮມ ແລະ ຄາສິໂນຊື່ດັງໃນກຳປູເຈຍ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບຈຳນວນຫຼາຍ

ເກີດເຫດໄຟໄໝ້

ສຳນັກຂ່າວຕ່າງປະເທດລາຍງານວ່າ ເກີດເຫດໄຟໄໝ້ຂຶ້ນທີ່ໂຮງແຮມ ແກຣນໄດມອນຊິຕິ້ ແອນ ຄາສິໂນ ໃນເມືອງ ປອຍເປດ ປະເທດກຳປູເຈຍ ເມື່ອເວລາປະມານ 2:00 ໂມງຂອງວັນພະຫັດທີ 29 ທັນວາ 2022 ໂດຍໄຟໄດ້ເລີ່ມໄໝ້ໃນຊັ້ນທີ 2 ຂອງຕົວອາຄານຄາສິໂນ ແລະ ເລີ່ມລາມໄປໃນພື້ນທີ່ອື່ນໆ ເຊິ່ງທາງການໄດ້ສົ່ງເຈົ້າໜ້າທີ່ສຸກເສີນຈຳນວນຫຼາຍໄປທີ່ຈຸດເກີດເຫດ ແລະ ເຈົ້າໜ້າທີ່ໄດ້ໃຊ້ເວລາຫຼາຍຊົ່ວໂມງ ແຕ່ກໍຍັງບໍ່ສາມາດຄວບຄຸມເພີງໄດ້.

ເກີດເຫດໄຟໄໝ້

ໂດຍໃນເວລາ 04:45 ໂມງ ມີລາຍງານວ່າເກີດສຽງລະເບີດດັງຂຶ້ນຫຼາຍຄັ້ງຈາກອາຄານຝັ່ງຄາສິໂນ ໃນຂະນະທີ່ໄຟເລີ່ມລຸກລາມໄປຍັງຝັ່ງໂຮງແຮມ ເຊິ່ງມີຜູ້ຄົນທີ່ບໍ່ຮູ້ຈຳນວນຫຼາຍຕິດຢູ່ພາຍໃນຫ້ອງ ແລະອີກປະມານ 50 ຄົນຕິດຢູ່ຊັ້ນດາດຟ້າ.

ຕໍ່ມາໃນເວລາ 7:00 ໂມງຕາມເວລາທ້ອງຖິ່ນ ເຈົ້າໜ້າທີ່ຍັງບໍ່ສາມາດດັບໄຟໄດ້ ແຕ່ມີລາຍງານວ່າມີຢ່າງໜ້ອຍ 5 ຄົນໄດ້ໂດດອອກມາຈາກຊັ້ນທີ 5 ຂອງຕົວອາຄານໂຮງແຮມ ແລະ ໃນເບື້ອງຕົ້ນຍັງບໍ່ຮູ້ເຖິງສາເຫດທີ່ເຮັດໃຫ້ເກີດໄຟໄໝ້ໃນຄັ້ງນີ້.

ເກີດເຫດໄຟໄໝ້

ລາຍງານຫຼ້າສຸດໄດ້ອອກມາວ່າ ມີຜູ້ເສຍຊີວິດຈາກເຫດການໄຟໄໝ້ຄັ້ງນີ້ແລ້ວຢ່າງໜ້ອຍ 10 ຄົນ ແລະ ບາດເຈັບອີກ 30 ຄົນ ໂດຍຜູ້ບາດເຈັບສ່ວນຫຼາຍແມ່ນໄດ້ພະຍາຍາມໂດດລົງຈາກອາຄານທີ່ສູງ ເພື່ອໜີຈາກແປວໄຟທີ່ກຳລັງລຸກໄໝ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/