ອາກາດທີ່ຮ້ອນອົບເອົ້າ ແລະ ອຸນຫະພູມທີ່ເພີ່ມຂຶ້ນເລື້ອຍໆໃນປັດຈຸບັນນັ້ນກຳລັງຈະໝົດໄປ ເພາະຍຸກຂອງພາວະໂລກຮ້ອນໄດ້ສິ້ນສຸດລົງແລ້ວ. ຫຼາຍຄົນເມື່ອໄດ້ຍິນແບບນີ້ກໍຮູ້ສຶກດີໃຈຫຼາຍ ແລະ ໄດ້ພາກັນກຽມຕົວທີ່ຈະສະເຫຼີມສະຫຼອງ, ແຕ່ຢ່າຟ້າວພາກັນສະຫຼອງຟັງໃຫ້ຈົບກ່ອນ ຍຸກເກົ່າທີ່ສິ້ນສຸດລົງໄປນັ້ນຈະຖືກແທນທີ່ໂດຍຍຸກໃໝ່ທີ່ຮ້ອນແຮງກວ່າເກົ່າ ເຊິ່ງຍຸກໃໝ່ໃນທີ່ນີ້ກໍຄື ຍຸກຂອງພາວະໂລກເດືອດ!
ພາວະໂລກເດືອດ ຫຼື Global Boiling ໝາຍເຖິງສະພາວະພູມອາກາດຂອງໂລກໄດ້ເກີດການປ່ຽນຢ່າງໄວວາ, ເຮັດໃຫ້ມີອຸນຫະພູມສູງຂຶ້ນຈົນໜ້າຕົກໃຈ ເຊິ່ງນີ້ອາດເປັນສັນຍານໃນການເພີ່ມຄວາມຮຸນແຮງຂອງບັນຫາການປ່ຽນແປງສະພາບດິນຟ້າອາກາດທີ່ກຳລັງປະເຊີນໃນປັດຈຸບັນ ໂດຍກະຕຸ້ນໃຫ້ປະຊາຊົນຕື່ນຕົວຫຼາຍຂຶ້ນ.
ມີຫຼາຍໆຕົວຢ່າງຂອງເຫດການພາວະໂລກເດືອດທີ່ເກີດໃນປັດຈຸບັນ ບາງປາກົດການທີ່ເກີດຂຶ້ນເປັນສິ່ງທີ່ຢູ່ເໜືອການຄາດເດົາ ແລະ ບໍ່ຄິດວ່າຈະເກີດຂຶ້ນໄດ້, ແຕ່ປາກົດການສຸດຂົ້ວເຫຼົ່ານີ້ໄດ້ປາກົດຂຶ້ນຢ່າງຫຼວງຫຼາຍ ຈາກການຜັນແປຂອງສະພາບດິນຟ້າອາກາດທີ່ຮຸນແຮງຂຶ້ນ.

António Guterres ເລຂາທິການຂອງ UN ໄດ້ປະກາດການມາຮອດຂອງວິກິດການສະພາບອາກາດໃໝ່ເຊິ່ງເປັນທີ່ຮູ້ຈັກກັນໃນທົ່ວໂລກວ່າ “ພາວະໂລກເດືອດ”. ຫຼັງຈາກນັກວິທະຍາສາດໄດ້ບັນທຶກສະຖິຕິວ່າ ໃນເດືອນກໍລະກົດທີ່ຜ່ານມານັ້ນມີອຸນຫະພູມສູງທີ່ສຸດເປັນປະຫວັດສາດທົ່ວທັງຂວັ້ນໂລກເໜືອ, ອາເມຣິກາເໜືອ, ອາຊີ, ອາຟຣິກາ ແລະ ພາກໃຕ້ຂອງຢູໂຣບ.
Guterres ໄດ້ອະທິບາຍວ່າໄຟໄໝ້ປ່າໄດ້ທໍາລາຍເກົ້າປະເທດໃນແຖບເມດິເຕີເລນຽນໄດ້ແກ່: ກຣີກ, ໂຄເອເຊຍ, ໂປຣຕຸເກດ, ອິຕາລີ, ຕູນິເຊຍ, ແອວຈີເຣຍ ແລະ ອື່ນໆ. ສ່ວນໃນປະເທດຈີນ, ເມັກຊິໂກ ແລະ ພາກຕາເວັນຕົກຂອງສະຫະລັດ ຄື້ນຄວາມຮ້ອນໄດ້ເຮັດໃຫ້ຜູ້ຄົນເສຍຊີວິດເປັນຈຳນວນຫຼາຍ. ນອກຈາກນີ້ ອຸນຫະພູມໃນມະຫາສະໝຸດຍັງໄດ້ເພີ່ມສູງຂຶ້ນ ເຊິ່ງເປັນຕົວເລກທີ່ສູງທີ່ສຸດເທົ່າທີ່ເຄີຍມີການບັນທຶກມາໃນໄລຍະເວລາຂອງປີນີ້.
Guterres ໄດ້ກ່າວໃນງານຖະແຫຼງຂ່າວວ່າ “ປັດຈຸບັນ, ຜູ້ນໍາທົ່ວໂລກຈຳເປັນຕ້ອງກ້າວຂຶ້ນເປັນຜູ້ນໍາພາໃນການປະຕິບັດດ້ານສະພາບອາກາດ. ໂດຍພວກເຮົາຈະເຫັນການສົນທະນານີ້ສືບຕໍ່ຢູ່ໃນກອງປະຊຸມສຸດຍອດ COP28 ທີ່ຈັດຂຶ້ນຢູ່ Dubai ໃນເດືອນພະຈິກທີ່ຈະມາເຖິງນີ້”
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/