ໃນຄໍ່າຄືນທີ່ຜ່ານມາ ເບິ່ງຄືວ່າລະເບີດເວລາທີ່ຊື່ວ່າ ຄຣິສເຕຍໂນ ໂຣນັລໂດ້ ຈະເລີ່ມກັບມາເຮັດວຽກອີກແລ້ວ. ຫຼັງ ຊຸບເປີ້ສະຕາ ເບີ 7 ຂອງແມນເຊັສເຕີ້ ຢູໄນເຕັດ ອອກມາໃຫ້ສຳພາດເຜີຍຄວາມອັດອັ້ນຕັນໃຈ ໃນລາຍການທີ່ຊື່ວ່າ TalkTV ຂອງພິທີກອນຊື່ດັງຢ່າງ Piers Morgan ວ່າ ຕົນເອງຮູ້ສຶກຄືກັບວ່າຖືກຫັກຫຼັງຈາກສະໂມສອນ ແລະ ຕົນເອງບໍ່ໄດ້ເຄົາລົບຕໍ່ ອີຣິກ ເທັນຮາກ ຄູເຝິກຄົນປັດຈຸບັນ.

ນອກຈາກນີ້ ໂຣນັລໂດ້ ຍັງໄດ້ຕຳໜິສະໂມສອນວ່າ ນັບຕັ້ງແຕ່ ເຊີ ອາເລັກເຟີກູຊັນ ອອກໄປ ສະໂມສອນແຫ່ງນີ້ກໍບໍ່ເຄີຍພັດທະນາຂຶ້ນເລີຍ. ໂດຍ ໂຣນັລໂດ້ກ່າວວ່າ: “ຂ້ອຍຖືກກົດດັນໃຫ້ອອກຈາກທີມ ບໍ່ແມ່ນແຕ່ຄູເຝິກ ແຕ່ຍັງມີອີກ 2-3 ຄົນໃນສະໂມສອນ ທີ່ຢາກໃຫ້ຂ້ອຍອອກ ຂ້ອຍຮູ້ສຶກຖືກຫັກຫຼັງ ບາງຄົນບໍ່ຢາກໃຫ້ຂ້ອຍຢູ່ບ່ອນນີ້ ແລະ ບໍ່ແມ່ນແຕ່ສະເພາະປີນີ້ ປີກ່ອນກໍເກີດເຫດການແບບນີ້ເຊັ່ນດຽວກັນ”.

“ຂ້ອຍບໍ່ຮູ້ຄືກັນວ່າມັນເກີດຫຍັງຂຶ້ນ ແຕ່ນັບຕັ້ງແຕ່ ເຊີ ອາເລັກເຟີກູຊັນ ອອກໄປ ຂ້ອຍກໍບໍ່ເຫັນເຖິງການພັດທະນາຂອງສະໂມສອນແຫ່ງນີ້ອີກເລີຍ ຄວາມຄືບໜ໊າເປັນ 0 ເຊັ່ນການທີ່ ແມນຢູ ໄລ່ ໂອເລ້ ກຸນນ່າ ໂຊຊາ ອອກໄປ ແລ້ວເອົາ ລາຟ ລັກນິກ ເຂົ້າມາແທນ ເຊິ່ງຜູ້ຊາຍຄົນນີ້ບໍ່ແມ່ນຄູເຝິກເລີຍ ມັນບໍ່ໄດ້ສ້າງຄວາມປະຫຼາດໃຈໃຫ້ແຕ່ກັບຂ້ອຍ ເພາະຄົນທົ່ວໂລກກໍປະຫຼາດໃຈເຊັ່ນດຽວກັບຂ້ອຍ”.
“ອຸປະກອນຫຼາຍສິ່ງຫຼາຍຢ່າງບໍ່ມີການປ່ຽນແປງ ອ່າງນໍ້າຈາກຸສຊີ່, ສະລອຍນໍ້າ, ສະຖານທີ່ອອກກຳລັງກາຍ ຫຼື ແມ່ນແຕ່ເທັກໂນໂລຢີບາງຈຸດ ຫ້ອງຄົວ ພໍ່ຄົວ ບໍ່ມີຫຍັງປ່ຽນເລີຍ ມັນຄ້າຍກັບຖືກຢຸດເວລາໄວ້. ຕອນຂ້ອຍຍ້າຍກັບເຂົ້າມາຂ້ອຍຄິດວ່າຈະໄດ້ເຫັນສິ່ງຕ່າງໆເຊັ່ນ ເທັກໂນໂລຢີທີ່ໃໝ່ຂຶ້ນ ແຕ່ໜ້າເສຍດາຍ ທີ່ຫຼາຍສິ່ງຫຼາຍຢ່າງຍັງຄືເກົ່າ ຕັ້ງແຕ່ຕອນຂ້ອຍອາຍຸ 23 ປີ”.
ໂຣນັລໂດ້ ໄດ້ກ່າວເຖິງຄວາມສຳພັນຂອງຕົນເອງ ກັບ ອີີຣິກ ເທັນຮາກ ຄູເຝິກຄົນປັດຈຸບັນຂອງທີມເອົາໄວ້ວ່າ: “ຂ້ອຍບໍ່ມີຄວາມເຄົາລົບໃຫ້ກັບລາວ ເພາະລາວບໍ່ໃຫ້ກຽດຂ້ອຍ ຖ້າເຈົ້າບໍ່ສະແດງຄວາມເຄົາລົບໃນຕົວຂ້ອຍ ຂ້ອຍກໍບໍ່ມີທາງທີ່ຈະເຄົາລົບຄົນຄືເຈົ້າ”.

ໂດຍພາຍຫຼັງວິດີໂອດັ່ງກ່າວຖືກເຜີຍແຜ່ອອກໄປ ໄດ້ສ້າງແຮງກະຕຸ້ນອັນໃຫຍ່ຫຼວງໃນໂລກອອນລາຍ ມີແຟນບານເຂົ້າມາສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ ລວມເຖິງສື່ກິລາທົ່ວໂລກກໍພາກັນນຳສະເໜີຂ່າວນີ້ຢ່າງຄຶກຄັກ. ໂດຍວິດີໂອດັ່ງກ່າວເປັນພຽງການຕັດມາສັ້ນໆ ສ່ວນວິດີໂອເຕັມຂອງລາຍການຈຳນວນ 2 ຕອນຈະຖືກເຜີຍແຜ່ ໃນວັນພຸດ ແລະ ວັນພະຫັດນີ້.
ສຳລັບ ຄຣິສເຕຍໂນ ໂຣນັລໂດ້ ໃນປີນີ້ ອາດເວົ້າໄດ້ວ່າກຳລັງຢູ່ໃນໄລຍະຂາລົງຂອງອາຊີບ ແລະ ເຂົ້າສູ່ຍຸກປ່ຽນຖ່າຍຢ່າງເຕັມຕົວ ເພາະນອກຈາກບັນຫາຕ່າງໆນັບບໍ່ຖ້ວນທີ່ເກີດຂຶ້ນ ໃນໄລຍະຕົ້ນລະດູການຈົນຮອດປັດຈຸບັນ ບວກກັບຜົນງານທີ່ຕໍ່າກວ່າມາດຕະຖານຢ່າງຊັດເຈນ ຈາກການລົງຫຼິ້ນ 16 ນັດ ຍິງໄປພຽງ 3 ປະຕູ. ເຮັດໃຫ້ເຮົາເວົ້າໄດ້ບໍ່ວ່າ ແມນເຊັສເຕີ້ ຢູໄນເຕັດ ອາດຈະບໍ່ແມ່ນເຮືອນຫຼັງເກົ່າທີ່ອົບອຸ່ນສຳລັບ ຊຸບເປີ້ສະຕາ ເບີ 7 ຄົນນີ້ອີກຕໍ່ໄປແລ້ວ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/