ການກິນຊີ້ນສັດໃຫ້ໜ້ອຍລົງ  ກໍສາມາດຮັກສາສິ່ງເເວດລ້ອມໄດ້


ອາກາດທີ່ຮ້ອນຂຶ້ນທຸກໆມື້ ຈົນພວກເຮົາສາມາດຮັບຮູ້ໄດ້ວ່າໂລກທີ່ຮ້ອນຂຶ້ນບໍ່ເເມ່ນຄຳຂູ່ຈາກການບໍ່ຮັກສາສິ່ງແວດລ້ອມອີກຕໍ່ໄປ. ນອກຈາກຂີ້ເຫຍື້ອປະເພດພລາສຕິກທີ່ໃຊ້ຄັ້ງດຽວເເລ້ວຖິ້ມ ອາຫານທີ່ເຮົາກິນທຸກມື້ກໍມີສ່ວນເຮັດໃຫ້ສະພາບເເວດລ້ອມເສຍຫາຍ ເເລະ ສົ່ງຜົນໃຫ້ໂລກຮ້ອນໄດ້ ນັບຕັ້ງເເຕ່ການຜະລິດວັດຖຸດິບ ຈົນໄປເຖິງເສດອາຫານທີ່ຫຼົງເຫຼືອຢູ່ໃນຈານ.

ພວກເຮົາໄດ້ຮຽນຮູ້ມາຕັ້ງເເຕ່ນ້ອຍເເລ້ວວ່າສັດບາງປະເພດເຊັ່ນ: ງົວ, ໝູ, ໄກ່, ປາ, ແກະ… ຖືກສ້າງມາໃຫ້ເປັນອາຫານຂອງມະນຸດ ເເຕ່ເຮົາກັບບໍ່ຮູ້ເລີຍວ່າການມີຢູ່ ເເລະ ການເພາະພັນສັດເຫຼົ່ານີ້ເພື່ອໃຫ້ໄດ້ຜົນຜະລິດຈຳນວນຫຼາຍນັ້ນກຳລັງທຳຮ້າຍໂລກຂອງເຮົາຢູ່. ເນື່ອງຈາກວ່າການລ້ຽງສັດຕ້ອງການພື້ນທີ່ຂະໜາດໃຫຍ່ ເຊິ່ງອາດຈະເຮັດໃຫ້ພື້ນທີ່ປ່າໄມ້ ແລະ ຕົ້ນໄມ້ລົດລົງ, ຜົນກະທົບຕໍ່ການດູດຊຶມຂອງອາຍຄາບອນກໍໜ້ອຍລົງເຊັ່ນດຽວກັນ ກາຍເປັນສາເຫດອັນດັບຕົ້ນໆຂອງ​ວິ​ກິດ​ການ​ໂລກ​ຮ້ອນ​.

ນອກຈາກນັ້ນ, ທຸກໆຂັ້ນຕອນຂອງການຜະລິດຊີ້ນສັດຍັງໃຊ້ຊັບພະຍາກອນ ແລະ ປ່ອຍສິ່ງເສດເຫຼືອທີ່ລົບກວນຕໍ່ທໍາມະຊາດ, ບໍ່ວ່າຈະເປັນການໃຊ້ນໍ້າ ແລະ ພະລັງງານຈໍານວນຫຼາຍໃນການລ້ຽງສັດ, ການທໍາຄວາມສະອາດໂຮງຂ້າສັດ, ການຂົນສົ່ງອາຫານ ແລະ ຊີ້ນສັດ, ລວມທັງການເເປຮູບອາຫານ ທີ່ເປັນ​ປັດ​ໄຈ​ໃນ​ການ​ປ່ອຍ​ອາຍ​ຄາ​ບອນ​ທີ່​ເຮັດ​ໃຫ້​ໂລກ​ຮ້ອນ. ໂດຍ 1 ໃນ 4 ຂອງການປ່ອຍອາຍພິດເຮືອນແກ້ວແມ່ນມາຈາກຂະບວນການຜະລິດອາຫານ ບໍ່ວ່າຈະເປັນຊີ້ນສັດ, ຜັກ ຫຼື ໝາກໄມ້ກໍຕາມ.

ແຕ່ໃນຂະນະດຽວກັນ ອາຫານແມ່ນປັດໄຈຫຼັກໃນການດຳລົງຊີວິດ ເພາະວ່າພວກເຮົາບໍ່ສາມາດງົດກິນອາຫານເພື່ອຄືນຄວາມຍືນຍົງໃຫ້ກັບໂລກ. ຈາກທີ່ກ່າວມາຂ້າງເທິງທັງໝົດ ກໍບໍ່ໄດ້ໝາຍຄວາມວ່າໃຫ້ທຸກຄົນຢຸດການກິນຊີ້ນສັດຢ່າງຖາວອນ. ແຕ່ສຳລັບໃຜທີ່ຢາກເປັນສ່ວນໜຶ່ງໃນການຊ່ວຍລົດຜ່ອນໂລກຮ້ອນຜ່ານອາຫານ ກໍຍັງມີທາງເລືອກອື່ນໆທີ່ຈະຊ່ວຍໃຫ້ເຮົາມີຄວາມສຸກກັບການກິນອາຫານໄດ້ຄືເກົ່າ ໂດຍປ່ຽນພຶດຕິກຳການກິນເພື່ອຊ່ວຍໂລກເເບບອ້ອມໆເຊັ່ນ:

  • ກິນຜັກໃຫ້ຫຼາຍຂຶ້ນ ລົດຜ່ອນການກິນຊີ້ນສັດລົງ, ​ເພື່ອ​ທີ່ຈະຊ່ວຍ​ລົດຜ່ອນ​ ​ໂລກ​ຮ້ອນ ພວກເຮົາອາດຈະບໍ່ຈໍາເປັນຕ້ອງງົດຊີ້ນ ຫຼື ຜະລິດຕະພັນຈາກສັດທັງໝົດ. ພຽງແຕ່ລົດປະລິມານອາຫານໃນບາງຄາບເຂົ້າ ແລະ ເພີ່ມການບໍລິໂພກຜັກຫຼາຍ ຫຼື ກິນເຈໜຶ່ງມື້ຕໍ່ອາທິດ ພຽງເທົ່ານີ້ກໍສາມາດຊ່ວຍລົດຜ່ອນອາຍຄາບອນໄດ້ຈຳນວນໜຶ່ງເເລ້ວ.
  • ການເລືອກຊື້ອາຫານ ຫຼື ວັດຖຸດິບຕ່າງໆທີ່ຜະລິດໃນທ້ອງຖິ່ນຈະຊ່ວຍລົດຜ່ອນໄລຍະທາງການຂົນສົ່ງອາຫານຈາກແຫຼ່ງໄປຫາຜູ້ບໍລິໂພກທີ່ເຮັດໃຫ້ເກີດມົນລະພິດທາງອາກາດ. ຢືນຢັນໂດຍການຄົ້ນຄວ້າທີ່ພົບເຫັນ ການ​ຂົນ​ສົ່ງ​ສະ​ບຽງ​ອາ​ຫານ​ໃນ​ທົ່ວ​ໂລກ​ໃນ​ໜຶ່ງ​ປີ​ສ້າງ​ຫຼາຍ​ກວ່າ 3 ຕື້​ໂຕນ​ຂອງອາຍຄາບອນ.
  • ການ​ຊື້​ຜັກ​ ແລະ ​ໝາກ​ໄມ້​ໃນ​ລະດູ​ການ​ຍັງ​ຊ່ວຍ​ລົດ​ຜ່ອນ​ໂລກ​ຮ້ອນໄດ້ອີກດ້ວຍ. ​ເພາະ​ຜັກ​ ແລະ ​ໝາກ​ໄມ້​ຕາມ​ປົກກະຕິ​ມີ​ໄລຍະ​ການ​ເຕີບ​ໂຕ​ດີ​ຕາມ​ລະດູ​ການ, ເນື່ອງ​ຈາກ​ສະ​ພາບ​ອາ​ກາດ​ທີ່​ເໝາະ​ສົມ​ ເຮັດໃຫ້ບໍ່ຈຳເປັນຕ້ອງໃຊ້ສານເຄມີເພື່ອເລັ່ງການຜະລິດ. ດັ່ງນັ້ນ ການຈະເລີນເຕີບໂຕຂອງຜັກ ແລະ ໝາກໄມ້ເຫຼົ່ານີ້ຈຶ່ງບໍ່ມີຜົນຕໍ່ສະພາບແວດລ້ອມອ້ອມຂ້າງ ແລະ ປອດໄພສໍາລັບຄົນກິນເເນ່ນອນ.
  • ກິນອາຫານປຸງສົດ ລົດຜ່ອນອາຫານທີ່ເເຊ່ເເຂງ, ຫຼາຍຄົນອາດຈະຄິດບໍ່ເຖິງ ວ່າ ການອຸ່ນອາຫານແຊ່ແຂງໃນໄມໂຄເວຟ ກໍສາມາດເປັນສ່ວນໜຶ່ງໃນການທຳລາຍໂລກໄດ້. ເນື່ອງຈາກວ່າຂະບວນການຜະລິດອາຫານປະເພດນີ້ໃຊ້ພະລັງງານເປັນຈຳນວນຫຼາຍ ທັງຂະບວນການຜະລິດກ່ອງພລາສຕິກເປັນການຫຸ້ມຫໍ່, ການນໍາໃຊ້ນໍ້າມັນເຊື້ອໄຟເພື່ອຜະລິດໄຟຟ້າເພື່ອແຊ່ອາຫານ, ການຂົນສົ່ງອາຫານເເບບເຢັນ ແລະ ພະລັງງານທີ່ສິ້ນເປືອງຈາກການເເຊ່ເເຂງຢູ່ຕະຫຼອດເວລາ ຫຼື ແມ່ນແຕ່ການໃຫ້ອຸ່ນອາຫານກໍເປັນການໃຊ້ພະລັງງານທີ່ສົ່ງຜົນກະທົບຕໍ່ໂລກຮ້ອນໄດ້ເຊັ່ນດຽວກັນ. ການເລືອກກິນອາຫານທີ່ປຸງແຕ່ງຈາກຊີ້ນ ຫຼື ຜັກສົດ ກໍ່ເປັນອີກວິທີໜຶ່ງທີ່ເປັນມິດກັບສິ່ງແວດລ້ອມ ຢ່າງໜ້ອຍມັນກໍລົດຜ່ອນການການໃຊ້ພລັງງານໃນຂັ້ນຕອນການເເຊ່ເເຂງ ແລະ ການອຸ່ນອາຫານ.
  • ການເຮັດອາຫານກິນເອງເປັນອີກທາງເລືອກໜຶ່ງທີ່ສາມາດຊ່ວຍລົດພາວະໂລກຮ້ອນໄດ້. ບໍ່ວ່າຈະເປັນການລົດຜ່ອນຈໍານວນສິ່ງເສດເຫຼືອໃນການຫຸ້ມຫໍ່, ການໃຊ້ພະລັງງານຈາກຍານພາຫະນະສົ່ງອາຫານ ລວມທັງຕົວເຮົາເອງທີ່ສາມາດວາງແຜນການປຸງແຕ່ງອາຫານໃຫ້ພຽງພໍໃນແຕ່ລະຄາບໂດຍບໍ່ຈໍາເປັນຕ້ອງເຫຼືອຖິ້ມ. ເພາະການອອກໄປຊື້ວັດຖຸດິບໜຶ່ງຄັ້ງດຽວ ຖ້າເກັບຮັກສາຢ່າງຖືກຕ້ອງ ມັນກໍຈະຊ່ວຍປະຢັດຄ່າໃຊ້ຈ່າຍ.
  • ການກິນອາຫານໃນປະລິມານທີ່ເໝາະສົມ ແລະ ກິນໃຫ້ໝົດຈານ ຈະຊ່ວຍລົດຜ່ອນຈໍານວນຂີ້ເຫຍື້ອຈາກເສດອາຫານທີ່ລໍຖ້າມື້ເນົ່າເປື່ອຍຈົນສ້າງທາດອາຍພິດເຮືອນແກ້ວທີ່ເຮັດໃຫ້ໂລກຮ້ອນຂຶ້ນເຖິງ 8 ເປີເຊັນ ແລະ ເສດອາຫານເຫຼົ່ານີ້ມັກຈະປະສົມກັບສິ່ງເສດເຫຼືອອື່ນໆ. ເກີດຈາກການບໍ່ແຍກສິ່ງເສດເຫຼືອ ຈົນ​ເຮັດໃຫ້ຕ້ອງ​​ໃຊ້​ເວ​ລາ​ດົນ​ນານ​ໃນການ​ຈະ​ຍ່ອຍສະຫຼາຍ​, ການໝັກໝົມສິ່ງເສດເຫຼືອທີ່ອາດກາຍເປັນແຫຼ່ງເພາະພັນຂອງເຊື້ອພະຍາດ ເເລະ ຍັງສົ່ງກິ່ນເໝັນເນົ່າກາຍ​ເປັນ​ມົນ​ລະ​ພິດ​ທາງ​ອາ​ກາດ​.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/