ອາກາດທີ່ຮ້ອນຂຶ້ນທຸກໆມື້ ຈົນພວກເຮົາສາມາດຮັບຮູ້ໄດ້ວ່າໂລກທີ່ຮ້ອນຂຶ້ນບໍ່ເເມ່ນຄຳຂູ່ຈາກການບໍ່ຮັກສາສິ່ງແວດລ້ອມອີກຕໍ່ໄປ. ນອກຈາກຂີ້ເຫຍື້ອປະເພດພລາສຕິກທີ່ໃຊ້ຄັ້ງດຽວເເລ້ວຖິ້ມ ອາຫານທີ່ເຮົາກິນທຸກມື້ກໍມີສ່ວນເຮັດໃຫ້ສະພາບເເວດລ້ອມເສຍຫາຍ ເເລະ ສົ່ງຜົນໃຫ້ໂລກຮ້ອນໄດ້ ນັບຕັ້ງເເຕ່ການຜະລິດວັດຖຸດິບ ຈົນໄປເຖິງເສດອາຫານທີ່ຫຼົງເຫຼືອຢູ່ໃນຈານ.
ພວກເຮົາໄດ້ຮຽນຮູ້ມາຕັ້ງເເຕ່ນ້ອຍເເລ້ວວ່າສັດບາງປະເພດເຊັ່ນ: ງົວ, ໝູ, ໄກ່, ປາ, ແກະ… ຖືກສ້າງມາໃຫ້ເປັນອາຫານຂອງມະນຸດ ເເຕ່ເຮົາກັບບໍ່ຮູ້ເລີຍວ່າການມີຢູ່ ເເລະ ການເພາະພັນສັດເຫຼົ່ານີ້ເພື່ອໃຫ້ໄດ້ຜົນຜະລິດຈຳນວນຫຼາຍນັ້ນກຳລັງທຳຮ້າຍໂລກຂອງເຮົາຢູ່. ເນື່ອງຈາກວ່າການລ້ຽງສັດຕ້ອງການພື້ນທີ່ຂະໜາດໃຫຍ່ ເຊິ່ງອາດຈະເຮັດໃຫ້ພື້ນທີ່ປ່າໄມ້ ແລະ ຕົ້ນໄມ້ລົດລົງ, ຜົນກະທົບຕໍ່ການດູດຊຶມຂອງອາຍຄາບອນກໍໜ້ອຍລົງເຊັ່ນດຽວກັນ ກາຍເປັນສາເຫດອັນດັບຕົ້ນໆຂອງວິກິດການໂລກຮ້ອນ.

ນອກຈາກນັ້ນ, ທຸກໆຂັ້ນຕອນຂອງການຜະລິດຊີ້ນສັດຍັງໃຊ້ຊັບພະຍາກອນ ແລະ ປ່ອຍສິ່ງເສດເຫຼືອທີ່ລົບກວນຕໍ່ທໍາມະຊາດ, ບໍ່ວ່າຈະເປັນການໃຊ້ນໍ້າ ແລະ ພະລັງງານຈໍານວນຫຼາຍໃນການລ້ຽງສັດ, ການທໍາຄວາມສະອາດໂຮງຂ້າສັດ, ການຂົນສົ່ງອາຫານ ແລະ ຊີ້ນສັດ, ລວມທັງການເເປຮູບອາຫານ ທີ່ເປັນປັດໄຈໃນການປ່ອຍອາຍຄາບອນທີ່ເຮັດໃຫ້ໂລກຮ້ອນ. ໂດຍ 1 ໃນ 4 ຂອງການປ່ອຍອາຍພິດເຮືອນແກ້ວແມ່ນມາຈາກຂະບວນການຜະລິດອາຫານ ບໍ່ວ່າຈະເປັນຊີ້ນສັດ, ຜັກ ຫຼື ໝາກໄມ້ກໍຕາມ.
ແຕ່ໃນຂະນະດຽວກັນ ອາຫານແມ່ນປັດໄຈຫຼັກໃນການດຳລົງຊີວິດ ເພາະວ່າພວກເຮົາບໍ່ສາມາດງົດກິນອາຫານເພື່ອຄືນຄວາມຍືນຍົງໃຫ້ກັບໂລກ. ຈາກທີ່ກ່າວມາຂ້າງເທິງທັງໝົດ ກໍບໍ່ໄດ້ໝາຍຄວາມວ່າໃຫ້ທຸກຄົນຢຸດການກິນຊີ້ນສັດຢ່າງຖາວອນ. ແຕ່ສຳລັບໃຜທີ່ຢາກເປັນສ່ວນໜຶ່ງໃນການຊ່ວຍລົດຜ່ອນໂລກຮ້ອນຜ່ານອາຫານ ກໍຍັງມີທາງເລືອກອື່ນໆທີ່ຈະຊ່ວຍໃຫ້ເຮົາມີຄວາມສຸກກັບການກິນອາຫານໄດ້ຄືເກົ່າ ໂດຍປ່ຽນພຶດຕິກຳການກິນເພື່ອຊ່ວຍໂລກເເບບອ້ອມໆເຊັ່ນ:
- ກິນຜັກໃຫ້ຫຼາຍຂຶ້ນ ລົດຜ່ອນການກິນຊີ້ນສັດລົງ, ເພື່ອທີ່ຈະຊ່ວຍລົດຜ່ອນ ໂລກຮ້ອນ ພວກເຮົາອາດຈະບໍ່ຈໍາເປັນຕ້ອງງົດຊີ້ນ ຫຼື ຜະລິດຕະພັນຈາກສັດທັງໝົດ. ພຽງແຕ່ລົດປະລິມານອາຫານໃນບາງຄາບເຂົ້າ ແລະ ເພີ່ມການບໍລິໂພກຜັກຫຼາຍ ຫຼື ກິນເຈໜຶ່ງມື້ຕໍ່ອາທິດ ພຽງເທົ່ານີ້ກໍສາມາດຊ່ວຍລົດຜ່ອນອາຍຄາບອນໄດ້ຈຳນວນໜຶ່ງເເລ້ວ.

- ການເລືອກຊື້ອາຫານ ຫຼື ວັດຖຸດິບຕ່າງໆທີ່ຜະລິດໃນທ້ອງຖິ່ນຈະຊ່ວຍລົດຜ່ອນໄລຍະທາງການຂົນສົ່ງອາຫານຈາກແຫຼ່ງໄປຫາຜູ້ບໍລິໂພກທີ່ເຮັດໃຫ້ເກີດມົນລະພິດທາງອາກາດ. ຢືນຢັນໂດຍການຄົ້ນຄວ້າທີ່ພົບເຫັນ ການຂົນສົ່ງສະບຽງອາຫານໃນທົ່ວໂລກໃນໜຶ່ງປີສ້າງຫຼາຍກວ່າ 3 ຕື້ໂຕນຂອງອາຍຄາບອນ.
- ການຊື້ຜັກ ແລະ ໝາກໄມ້ໃນລະດູການຍັງຊ່ວຍລົດຜ່ອນໂລກຮ້ອນໄດ້ອີກດ້ວຍ. ເພາະຜັກ ແລະ ໝາກໄມ້ຕາມປົກກະຕິມີໄລຍະການເຕີບໂຕດີຕາມລະດູການ, ເນື່ອງຈາກສະພາບອາກາດທີ່ເໝາະສົມ ເຮັດໃຫ້ບໍ່ຈຳເປັນຕ້ອງໃຊ້ສານເຄມີເພື່ອເລັ່ງການຜະລິດ. ດັ່ງນັ້ນ ການຈະເລີນເຕີບໂຕຂອງຜັກ ແລະ ໝາກໄມ້ເຫຼົ່ານີ້ຈຶ່ງບໍ່ມີຜົນຕໍ່ສະພາບແວດລ້ອມອ້ອມຂ້າງ ແລະ ປອດໄພສໍາລັບຄົນກິນເເນ່ນອນ.
- ກິນອາຫານປຸງສົດ ລົດຜ່ອນອາຫານທີ່ເເຊ່ເເຂງ, ຫຼາຍຄົນອາດຈະຄິດບໍ່ເຖິງ ວ່າ ການອຸ່ນອາຫານແຊ່ແຂງໃນໄມໂຄເວຟ ກໍສາມາດເປັນສ່ວນໜຶ່ງໃນການທຳລາຍໂລກໄດ້. ເນື່ອງຈາກວ່າຂະບວນການຜະລິດອາຫານປະເພດນີ້ໃຊ້ພະລັງງານເປັນຈຳນວນຫຼາຍ ທັງຂະບວນການຜະລິດກ່ອງພລາສຕິກເປັນການຫຸ້ມຫໍ່, ການນໍາໃຊ້ນໍ້າມັນເຊື້ອໄຟເພື່ອຜະລິດໄຟຟ້າເພື່ອແຊ່ອາຫານ, ການຂົນສົ່ງອາຫານເເບບເຢັນ ແລະ ພະລັງງານທີ່ສິ້ນເປືອງຈາກການເເຊ່ເເຂງຢູ່ຕະຫຼອດເວລາ ຫຼື ແມ່ນແຕ່ການໃຫ້ອຸ່ນອາຫານກໍເປັນການໃຊ້ພະລັງງານທີ່ສົ່ງຜົນກະທົບຕໍ່ໂລກຮ້ອນໄດ້ເຊັ່ນດຽວກັນ. ການເລືອກກິນອາຫານທີ່ປຸງແຕ່ງຈາກຊີ້ນ ຫຼື ຜັກສົດ ກໍ່ເປັນອີກວິທີໜຶ່ງທີ່ເປັນມິດກັບສິ່ງແວດລ້ອມ ຢ່າງໜ້ອຍມັນກໍລົດຜ່ອນການການໃຊ້ພລັງງານໃນຂັ້ນຕອນການເເຊ່ເເຂງ ແລະ ການອຸ່ນອາຫານ.

- ການເຮັດອາຫານກິນເອງເປັນອີກທາງເລືອກໜຶ່ງທີ່ສາມາດຊ່ວຍລົດພາວະໂລກຮ້ອນໄດ້. ບໍ່ວ່າຈະເປັນການລົດຜ່ອນຈໍານວນສິ່ງເສດເຫຼືອໃນການຫຸ້ມຫໍ່, ການໃຊ້ພະລັງງານຈາກຍານພາຫະນະສົ່ງອາຫານ ລວມທັງຕົວເຮົາເອງທີ່ສາມາດວາງແຜນການປຸງແຕ່ງອາຫານໃຫ້ພຽງພໍໃນແຕ່ລະຄາບໂດຍບໍ່ຈໍາເປັນຕ້ອງເຫຼືອຖິ້ມ. ເພາະການອອກໄປຊື້ວັດຖຸດິບໜຶ່ງຄັ້ງດຽວ ຖ້າເກັບຮັກສາຢ່າງຖືກຕ້ອງ ມັນກໍຈະຊ່ວຍປະຢັດຄ່າໃຊ້ຈ່າຍ.
- ການກິນອາຫານໃນປະລິມານທີ່ເໝາະສົມ ແລະ ກິນໃຫ້ໝົດຈານ ຈະຊ່ວຍລົດຜ່ອນຈໍານວນຂີ້ເຫຍື້ອຈາກເສດອາຫານທີ່ລໍຖ້າມື້ເນົ່າເປື່ອຍຈົນສ້າງທາດອາຍພິດເຮືອນແກ້ວທີ່ເຮັດໃຫ້ໂລກຮ້ອນຂຶ້ນເຖິງ 8 ເປີເຊັນ ແລະ ເສດອາຫານເຫຼົ່ານີ້ມັກຈະປະສົມກັບສິ່ງເສດເຫຼືອອື່ນໆ. ເກີດຈາກການບໍ່ແຍກສິ່ງເສດເຫຼືອ ຈົນເຮັດໃຫ້ຕ້ອງໃຊ້ເວລາດົນນານໃນການຈະຍ່ອຍສະຫຼາຍ, ການໝັກໝົມສິ່ງເສດເຫຼືອທີ່ອາດກາຍເປັນແຫຼ່ງເພາະພັນຂອງເຊື້ອພະຍາດ ເເລະ ຍັງສົ່ງກິ່ນເໝັນເນົ່າກາຍເປັນມົນລະພິດທາງອາກາດ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/