ກະເປົາກັນລູກປືນມີຍອດຂາຍເພີ່ມຂຶ້ນ 800% ຫຼັງຈາກເກີດເຫດສັງຫານກຸ່ມນັກຮຽນທີ່ Texas


ໄລຍະ 2-3 ມື້ທີ່ຜ່ານມານີ້ໄດ້ມີເຫດການສະເທືອນຂວັນເກີດຂຶ້ນທີ່ລັດ Texas ສະຫະລັດອາເມຣິກາ ໂດຍໄດ້ມີໄວໜຸ່ມຊາຍອາຍຸ 18 ປີໄດ້ໃຊ້ປືນເຂົ້າໄລ່ຍິງຄູ ແລະ ນັກຮຽນໃນໂຮງຮຽນມັດທະຍົມ Robb ເປັນເຫດໃຫ້ມີຜູ້ເສຍຊີວິດ 21 ຄົນ ແລະ ບາດເຈັບອີກຫຼາຍຄົນ.

ຈາກເຫດການດັ່ງກ່າວເຮັດໃຫ້ຜູ້ປົກຄອງຂອງເດັກໃນສະຫະລັດອາເມຣິກາຕ່າງກໍພາກັນຊອກຫາທຸກວິຖີທາງເພື່ອຄວາມປອດໄພແລະເປັນການປ້ອງກັນລູກໆຂອງເຂົາເຈົ້າຈາກເຫດການໃນລັກສະນະນີ້ທີ່ອາດຈະເກີດຂຶ້ນອີກໄດ້ໃນທຸກເມື່ອ.

ທາງດ້ານ Mike De Geus ຜູ້ກໍ່ຕັ້ງ ແລະ CEO ຂອງ Leatherback Gear ເຊິ່ງເປັນບໍລິສັດຂາຍອຸປະກອນແລະເຄື່ອງໃຊ້ຄວາມປອດໄພໄດ້ອອກມາເປີດເຜີຍວ່າ ບໍລິສັດຂອງລາວມີຍອດຂາຍເພີ່ມຂຶ້ນ 800% ແລະ ສິນຄ້າກໍຂາຍໝົດໄປຢ່າງໄວວາ ຫຼັງຈາກເກີດເຫດການສັງຫານນັກຮຽນໃນເມືອງ Uvalde ລັດ Texas ສະຫະລັດອາເມຣິກາ.

ໂດຍ De Geus ບອກວ່າ ກະເປົາເປ້ກັນລູກປືນຮຸ່ນ Sport One Jr ເປັນສິນຄ້າທີ່ຂາຍດີທີ່ສຸດ ແລະ ມັນມີລາຄາຢູ່ທີ່ 249.99 ໂດລາ ດ້ວຍຄຸນສົມບັດທີ່ສາມາດກັນລູກປືນໄດ້ດີ ມາພ້ອມກັບການພົກພາທີ່ສະດວກ ເຊິ່ງຕົວກະເປົາເປ້ນັ້ນມັນສາມາດແຍກອອກມາເປັນສອງສ່ວນຄຸມໄດ້ທັງທາງໜ້າ ແລະ ຫຼັງຂອງບຸກຄົນທີ່ໃຊ້ມັນ.

ນອກຈາກນີ້ De Geus ຍັງເຜີຍວ່າ ຕົວລາວໃນອະດີດນັ້ນເຄີຍເປັນໜ່ວຍລັບປ້ອງກັນໃຫ້ແກ່ປະທານາທິບໍດີສະຫະລັດອາເມຣິກາຫຼາຍຄົນເຊັ່ນ: Trump, Obama, Bush ແລະ Clinton ເຊິ່ງກະເປົາເປ້ກັນລູກປືນຂອງບໍລິສັດລາວກໍມີຄວາມທົນທານຄືກັນກັບເກາະກັນລູກປືນທີ່ລາວເຄີຍມອບໃຫ້ໜ່ວຍງານລັບຂອງປະທານາທິບໍດີ.

ທາງດ້ານຜູ້ຜະລິດກະເປົາເປ້ກັນລູກປືນລາຍອື່ນຢ່າງ TuffyPacks ແລະ Guard Dog Security ແມ່ນໄດ້ສັງເກດເຫັນຄວາມຕ້ອງການທີ່ຫຼາຍຂຶ້ນຈາກຜູ້ບໍລິໂພກແລະ ຮ້ານຄ້າຕ່າງໆ. ດັ່ງນັ້ນ Guard Dog Security ຈຶ່ງໄດ້ບໍລິຈາກກະເປົາເປ້ກັນລູກປືນສ່ວນໜຶ່ງໃຫ້ກັບ Make Our Schools Safe ເຊິ່ງເປັນອົງກອນທີ່ກໍ່ຕັ້ງໂດຍພໍ່ແມ່ຂອງເດັກນັກຮຽນທີ່ເສຍຊີວິດໃນເຫດການກວາດຍິງຂອງໂຮງຮຽນ Parkland ໂດຍຫວັງວ່າມັນອາດຈະຊ່ວຍປ້ອງກັນເດັກນັກຮຽນຄົນອື່ນເມື່ອເກີດເຫດການແບບນີ້ຂຶ້ນອີກ.

ເຫດການສັງຫານກຸ່ມນັກຮຽນໃນ Texas ຄັ້ງນີ້ແມ່ນເປັນໜຶ່ງໃນເຫດການທີ່ຮຸນແຮງທີ່ສຸດໃນຮອບຫຼາຍສິບປີໃນລັດ Texas ເຊິ່ງນັ້ນມັນໄດ້ເຮັດໃຫ້ຫຼາຍຝ່າຍໃນສະຫະລັດອາເມຣິກາພະຍາຍາມປະຕິຮູບກ່ຽວກັບກົດໝາຍການຄອບຄອງປືນ  ແລະ ຄໍານຶງເຖິງຄວາມປອດໄພຂອງພົນລະເມືອງຂຶ້ນອີກຫຼາຍເທົ່າ.

ນອກຈາກນີ້ຕາມລາຍງານ ສະຫະລັດອາເມຣິການັ້ນເປັນໜຶ່ງໃນປະເທດທີ່ມີເຫດການຍິງກັນຫຼາຍກວ່າໜຶ່ງຄັ້ງຕໍ່ໜຶ່ງມື້ ແລະ ເປັນປະເທດດຽວໃນໂລກທີ່ໄວໜຸ່ມອາຍຸ 18 ປີ ສາມາດຄອບຄອງອາວຸດໄດ້ພຽງການສະແດງບັດປະຈໍາຕົວ ໂດຍບໍ່ມີການສຳພາດກັບເຈົ້າໜ້າທີ່ຕໍາຫຼວດ, ບໍ່ຕ້ອງມີໃບອະນຸຍາດພົກພາ, ບໍ່ມີການຝຶກອົບຮົມ ແລະ ບໍ່ມີໃບອະນຸຍາດຈາກໜ່ວຍງານບັງຄັບໃຊ້ກົດໝາຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/